ກຽມສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດ

    ກຽມສົ່ງຄຳຮ້ອງ ສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດ ເຖິງສູນມໍລະດົກໂລກອົງການອຸຍແນັສໂກ ໃນທ້າຍເດືອນກັນຍາ 2022 ເພື່ອຂໍຄໍາປຶກສາກ່ຽວກັບຄວາມຄົບຖ້ວນຂອງຂໍ້ມູນ ຫຼັງຈາກນັ້ນ ສູນມໍລະດົກໂລກຈະສົ່ງຄໍາເຫັນກັບຄືນມາພາຍໃນເດືອນພະຈິກ 2022 ເພື່ອໃຫ້ກະກຽມເອກະສານຮ່າງຄໍ້າຮ້ອງ ໄດ້ປັບປຸງທາງດ້ານເນື້ອໃນ ຂໍ້ມູນເອກະສານເພີ່ມຕື່ມ ເພື່ອກະກຽມໃຫ້ແກ່ການສົ່ງເອກະສານຄໍາຮ້ອງສະບັບສົມບູນໃນເດືອນກຸມພາ 2023 ເພື່ອພິຈາລະນາຮອບສຸດທ້າຍ ແລະ ຕ້ອງໄດ້ລໍຖ້າຈົນເຖິງເດືອນມິຖຸນາ 2024 ສູນມໍລະດົກໂລກ ອົງການອຸຍແນັສໂກ ຈະແຈ້ງຜົນຂອງການຍື່ນເອກະສານຄຳຮ້ອງ ແລະ ປະກາດເປັນມໍລະດົກໂລກ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດ ມໍລະດົກໂລກຂອງ ສສ ຫວຽດນາມ.

    ໃນວັນທີ 27 ກັນຍາ 2022 ທີ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ມີກອງປະຊຸມຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກ ເພື່ອຮັບຟັງການລາຍງານຄວາມຄືບໜ້າຂອງວຽກງານຕ່າງໆ ທີ່ປິ່ນອ້ອມ ກະກຽມເນື້ອໃນເອກະສານຄໍາຮ້ອງສະເໜີອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກ ຄວາມຄືບໜ້າໃນການກະກຽມເອກະສານຄຳຮ້ອງ ແລະ ແຜນການເຮັດວຽກໃນຕໍ່ໜ້າ ເພື່ອນໍາສົ່ງເອກະສານຄຳຮ້ອງເຖິງສູນມໍລະດົກໂລກ ແລະ ການຮ່ວມມືກັບ ສສ ຫວຽດນາມ ພ້ອມທັງຮັບຟັງການລາຍງານເນື້ອໃນຂໍ້ມູນໃນເອກະສານ ຮ່າງຄໍາຮ້ອງສັງລວມຫຍໍ້ ຈາກຜູ້ຊ່ຽວຊານກະກຽມຮ່າງຄຳຮ້ອງ ໂດຍສະເພາະ ໃນວາລະປະກອບຄຳເຫັນ ແລະ ປຶກສາຫາລືນັ້ນ ບັນດາຜູ້ເຂົ້າຮ່ວມປະຊຸມທີ່ໄດ້ປະກອບຄໍາເຫັນໃສ່ບາງຂໍ້ມູນທີ່ຍັງບໍ່ທັນຊັດເຈນ ກ່ຽວກັບຂໍ້ມູນທີ່ຕິດພັນກັບຂະແໜງການ ແລະ ໂຄງການລົງທຶນພັດທະນາຂອງສູນກາງ ແລະ ທ້ອງຖິ່ນຮັບຜິດຊອບ ທີ່ມີທີ່ຕັ້ງໂຄງການຢູ່ອ້ອມຮອບ ແລະ ໃກ້ຄຽງກັບອຸທິຍານແຫ່ງຊາດຫີນໜາມໜໍ່ ອີກດ້ວຍ.

    ໂອກາດນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ໄດ້ມີຄຳເຫັນວ່າ: ການສະເໜີເປັນມໍລະດົກໂລກຮ່ວມຊາຍແດນ ລະຫວ່າງອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງຫຍາແກບັງ ມໍລະດົກໂລກຂອງ ສສ ຫວຽດນາມ ວຽກງານບູລິມະສິດຂອງສອງປະເທດລາວ-ຫວຽດນາມ ເຊິ່ງໄດ້ຕົກລົງຮ່ວມມືກັນຜ່ານຫຼາຍຂອບວຽກງານ ທັງແບບສອງຝ່າຍ ແລະ ການຮ່ວມມືຜ່ານເວທີສາກົນ ເປັນຕົ້ນ ໃນສັນຍາວ່າດ້ວຍການຮ່ວມມືທະວິພາຄີ ລະຫວ່າງລັດຖະບານຂອງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ 2021-2025 ແຜນການຮ່ວມມືດ້ານສິລະປະ ວັດທະນະທຳ ແລະ ທ່ອງທ່ຽວ ລະຫວ່າງກະຊວງ ຖວທ ສປປ ລາວ ແລະ ກະຊວງວັດທະນະທຳ ກີລາ ແລະ ທ່ອງທ່ຽວ ສສ ຫວຽດນາມ 2021-2025 ແລະ ການຮ່ວມມືກັນພາຍໃຕ້ສົນທິສັນຍາມໍລະດົກໂລກ 1972 ຂອງອົງການອຸຍແນັສໂກ ວ່າດ້ວຍການປົກປັກຮັກສາມໍລະດົກໂລກທາງດ້ານວັດທະນະທໍາ ແລະ ທຳມະຊາດ.

    ທ່ານນາງ ສວນສະຫວັນ ວິຍະເກດ ຍັງກ່າວຕື່ມອີກວ່າ: ລັດຖະບານແຫ່ງ ສປປ ລາວ ຍາມໃດກໍໃຫ້ຄວາມສຳຄັນຕໍ່ຄຸນຄ່າມໍລະດົກທາງດ້ານວັດທະນະທຳ ປະຫວັດສາດ ແລະ ທຳມະຊາດ ໂດຍໄດ້ເອົາໃຈໃສ່ປົກປ້ອງ ຟື້ນຟູອະນຸຮັກ ສືບທອດ ແລະ ສົ່ງເສີມມໍລະດົກຂອງຊາດໃຫ້ຍືນຍົງຄົງຢູ່ຄູ່ກັບຊາດລາວ ຄົນລາວຕະຫຼອດໄປ ຖືເອົາທ່າແຮງທາງດ້ານມູນເຊື້ອວັດທະນະທຳ ປະຫວັດສາດ ແລະ ທຳມະຊາດ ເປັນໃຈກາງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເປັນແຮງຍູ້ດັນເຮັດໃຫ້ສັງຄົມລາວໄດ້ພັດທະນາກ້າວຂຶ້ນ ບົນພື້ນຖານການປົກປັກຮັກສາ ເຊີດຊູເອກະລັກທາງດ້ານວັດທະນະທໍາ ປະຫວັດສາດ ແລະ ທຳມະຊາດ ຂອງຕົນ ເຊິ່ງເປັນຊັບພະຍາກອນທາງດ້ານມໍລະດົກອັນລ້ຳຄ່າຂອງຊາດ ເປັນສະເໜດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ຫຼັ່ງໄຫຼກັນມາທ່ຽວຊົມ ສຶກສາຮຽນຮູ້ ແລະ ສຳຜັດກັບວັດທະນະທຳປະຫວັດສາດ ແລະ ທໍາມະຊາດອັນອຸດົມຮັ່ງມີຂອງປະເທດລາວ ປະກອບສ່ວນສຳຄັນໃນການສ້າງແຫຼ່ງລາຍຮັບທາງດ້ານເສດຖະກິດຂອງຊາດ ຕາມເປົ້າໝາຍຂອງການພັດທະນາແບບຍືນຍົງ.

error: Content is protected !!