ຊຸດວິດີໂອເຝິກອົບຮົມໃໝ່ ຊ່ອງທາງສໍາຄັນໃຫ້ຄູຮຽນຮູ້ 5 ເຕັກນິກພື້ນຖານ ຊ່ວຍເຫຼືອນັກຮຽນຊົນເຜົ່າ

    ອີງຕາມຂໍ້ມູນຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານ ບີຄວາ) ເມື່ອວັນທີ 27 ກັນຍາ 2022 ຜ່ານມາ ໃຫ້ຮູ້ວ່າ: ສປປ ລາວ ເປັນປະເທດທີ່ມີວັດທະນະທຳຫຼາຍແບບ ມີ 4 ກຸ່ມຊົນເຜົ່າຫຼັກ ລວມມີຫຼາຍກວ່າ 50 ພາສາ ພາສາແມ່ປະມານ 40% ຂອງປະຊາຊົນໃນ ສປປ ລາວ ແມ່ນພາສາອື່ນທີ່ບໍ່ແມ່ນພາສາລາວ ແລະ ຄູປະຖົມ ປະສົບກັບສິ່ງທ້າທາຍໃນການສອນເດັກທີ່ບໍ່ໄດ້ສອນພາສາລາວ ເພື່ອຊ່ວຍເຫຼືອຄູໃນການສິດສອນ ທີມງານສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ ຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ ຈຶ່ງໄດ້ຜະລິດວິດີໂອການພັດທະນາຄູໃໝ່ນີ້ຂຶ້ນມາ.

    ການຜະລິດວິດີໂອດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານ ບີຄວາ ທີ່ໄດ້ຖ່າຍທຳຢູ່ໃນຫ້ອງຮຽນແຫ່ງໜຶ່ງຂອງ ສປປ ລາວ ເພື່ອສະແດງຕົວຢ່າງຕົວຈິງຂອງເຕັກນິກນີ້ ວິດີໂອຍັງຖືກແປເປັນພາສາມື ເພື່ອໃຫ້ສາມາດເຂົ້າເຖິງໄດ້ຫຼາຍຂຶ້ນສຳລັບທຸກຄົນ ວິດີໂອການເຝິກອົບຮົມໃໝ່ນີ້ ແມ່ນສໍາລັບຄູ ແລະ ຄູເຝິກ ໂດຍຈະມີ 5 ເຕັກນິກພື້ນຖານສໍາລັບການຊ່ວຍເຫຼືອນັກຮຽນຊົນເຜົ່າຢ່າງລະອຽດ ເຕັກນິກແມ່ນງ່າຍ ແລະ ສາມາດນຳໃຊ້ໄດ້ງ່າຍໃນຫ້ອງຮຽນ ໂດຍຄູສອນທີ່ບໍ່ສາມາດເວົ້າພາສາຫຼັກຂອງນັກຮຽນ ຈຸດປະສົງຂອງເຕັກນິກເຫຼົ່ານີ້ ແມ່ນເພື່ອຮັບປະກັນວ່າເດັກທຸກຄົນສາມາດມີສ່ວນຮ່ວມຫຼາຍຂຶ້ນ ເຊິ່ງມີຄວາມສຳຄັນຕໍ່ການຮຽນຮູ້ຂອງພວກເຂົາ.

    ພ້ອມກັນນີ້ ວິດີໂອຍັງໃຫ້ບາງຄໍາແນະນໍາກ່ຽວກັບວິທີການຊ່ວຍເຫຼືອລະຫວ່າງເພື່ອນຮ່ວມຫ້ອງນຳກັນ ເຕັກນິກທີ 5 ແມ່ນການສ້າງກິດຈະກໍາຊ່ວຍເຫຼືອເພີ່ມຕື່ມໃນເວລາພັກທ່ຽງ ຫຼື ໃນຕອນທ້າຍຂອງມື້ ເພື່ອຊ່ວຍເຫຼືອນັກຮຽນທີ່ຍັງບໍ່ສາມາດເວົ້າພາສາລາວໄດ້ດີ ກິດຈະກໍາເພີ່ມຕື່ມເຫຼົ່ານີ້ ຈະຕ້ອງມ່ວນ ແລະ ມີການປະກອບສ່ວນຈາກນັກຮຽນ ແລະ ຜູ້ປົກຄອງສາມາດຖືກເຊີນເຂົ້າຮ່ວມນຳ ຄູ່ມືຄູສອນພາສາລາວສະບັບໃໝ່ໄດ້ແນະນຳເກມ ແລະ ກິດຈະກຳກ່ຽວກັບການຮຽນຮູ້ໜັງສືທີ່ແຕກຕ່າງກັນຫຼາຍບົດທີ່ຄູສາມາດເລືອກໄດ້ ເມື່ອຄົ້ນຄິດຫາກິດຈະກຳເສີມ.

    ວິດີໂອດັ່ງກ່າວ ໄດ້ເຜີຍແຜ່ອອກອາກາດຜ່ານທາງໂທລະພາບ LAO ESTV – ໂທລະພາບສຶກສາ ແລະ ກີລາ ທາງຊ່ອງ 8 ດາວທຽມລາວແຊັດ ທາງຊ່ອງ ຄັງປັນຍາລາວ ແລະ ທາງຊ່ອງ ຢູທູບ ວິດີໂອສໍາລັບການພັດທະນາຄູ Teacher Development Videos ດ້ວຍຍອດວິວຫຼາຍກວ່າ 1,9 ລ້ານວິວ ທາງຊ່ອງ ຢູທູບ ວິດີໂອສໍາລັບການພັດທະນາຄູ Teacher Development Videos ໄດ້ສັ້າງຂຶ້ນແຕ່ປີ 2019 ເຊິ່ງກາຍເປັນຊ່ອງທາງທີ່ປະສົບຜົນສຳເລັດໃນການເຜີຍແຜ່ ຊ່ອງດັ່ງກ່າວ ປະກອບມີວິດີໂອການເຝິກອົບຮົມ ແລະ ອຸປະກອນສຽງສໍາລັບຄູປະຖົມ ຄູເຝິກ ແລະ ຄູນິເທດ ວິດີໂອໄດ້ປະກອບມີຫຼາຍໆວິຊາ ແລະ ເຕັກນິກຕ່າງໆທີ່ກ່ຽວຂ້ອງກັບຫຼັກສູດສະບັບປັບປຸງໃໝ່ ແລະ ວິທີການສອນແບບໃໝ່ທີ່ເນັ້ນໃສ່ການປະຕິບັດຕົວຈິງ ຄູໄດ້ນໍາໃຊ້ເຕັກນິກເຫຼົ່ານັ້ນ ເພື່ອກະກຽມບົດຮຽນ ປັບປຸງວິທີການສິດສອນຂອງພວກເຂົາ ແລະ ຮຽນຮູ້ ຫຼື ທົບທວນເຕັກນິກສະເພາະຕ່າງໆ ນອກຈາກນີ້ ຄູຍັງໄດ້ນຳໃຊ້ເພງຝາຍສຽງ ເພງ ແລະ ນິທານພາສາອັງກິດ ເພື່ອເປີດໃຫ້ນັກຮຽນຟັງໃນຫ້ອງຮຽນ ທ່ານສາມາດເບິ່ງວິດີໂອໄດ້ທີ່ລິ້ງນີ້:

error: Content is protected !!