ເຜີຍແຜ່ຜົນການພັດທະນາແບບຈຳລອງ CGE ສຳລັບ ສປປ ລາວ

   ວັນທີ 27 ກັນຍາ 2022 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ແລະ ອົງການສະຫະປະຊາຊາດ ກອງທຶນເພື່ອການພັດທະນາ (UNCDF) ຮ່ວມກັນຈັດກອງປະຊຸມເຜີຍແຜ່ຜົນການພັດທະນາແບບຈຳລອງ CGE ສຳລັບ ສປປ ລາວ ຮ່ວມເປັນປະທານຂອງທ່ານ ປອ.ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ ແລະ ທ່ານ ນາງ ຊາຣາ ເຊກເກນເນັສ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ມີຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ ສະຖາບັນ ແລະ ບັນດາຄູ່ຮ່ວມພັດທະນາເຂົ້າຮ່ວມ.

    ແບບຈໍາລອງ CGE ສໍາລັບ ສປປ ລາວ ໄດ້ພັດທະນາຂຶ້ນພາຍໃຕ້ການສະໜັບສະໜູນງົບປະມານຈາກອົງການ UNCDF ເຊິ່ງເປັນຄູ່ຮ່ວມງານຂອງແຜນງານຮ່ວມອົງການສະຫະປະຊາຊາດ (UNJP) ວ່າດ້ວຍ “ການເພີ່ມທະວີປະສິດທິພາບ ແລະ ປະສິດທິຜົນຂອງການນຳໃຊ້ງົບປະມານພາກລັດຂອງ ສປປ ລາວ ເຂົ້າໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍຜ່ານແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ” ປັດຈຸບັນ ພວມຈັດຕັ້ງປະຕິບັດຂອບວຽກການເງິນແຫ່ງຊາດແບບເຊື່ອມສານ (INFF) ໃນການພັດທະນາ/ສ້າງລະບົບ ຫຼື ເຄື່ອງມືໃນການຕິດຕາມການນຳໃຊ້ງົບປະມານພາກລັດ ທີ່ຢູ່ພາຍໃຕ້ແຜນງານຮ່ວມດັ່ງກ່າວ ເພື່ອປັບປຸງການລາຍງານດ້ານການເງິນຂອງລັດຖະບານໃນປັດຈຸບັນ ທີ່ຕິດພັນກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ຊ່ວຍເພີ່ມປະສິດທິພາບຂອງການນໍາໃຊ້ງົບປະມານລັດ ແລະ ຊ່ວຍລັດຖະບານ ໃນການກຳນົດລາຍຈ່າຍບູລິມະສິດ ທີ່ຕິດພັນກັບການປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ເພື່ອເລັ່ງຈັດຕັ້ງປະຕິບັດບັນດາເປົ້າໝາຍທີ່ມີຄວາມຄືບໜ້າຊ້າ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!