ແຂ່ງຂັນຖາມ-ຕອບວິທະຍາສາດ ແລະ ສະແດງສິລະປະ ສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ

    ງານແຂ່ງຂັນຖາມ-ຕອບວິທະຍາສາດ ແລະ ການສະແດງສິລະປະ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ຈັດຂຶ້ນວັນທີ 27 ກັນຍາ 2022 ຢູ່ໂຮງຮຽນ ມສ ຫງວຽນຢູ ມີທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ທ່ານນາງ ຫວູຕູແອວງ ທີ່ປຶກສາຄະນະປະຈໍາສະຖານທູດຫວຽດນາມ ປະຈໍາ ສປປ ລາວ ມີບັນດາການນໍາພັກ-ລັດຂັ້ນສູນກາງ ຄູອາຈານ ແລະ ນ້ອງນັກຮຽນທີ່ເປັນຕົວແທນຂອງ 5 ໂຮງຮຽນອ້ອມຂ້າງ ນວ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ບຸນທັນ ແສງມະນີ ກ່າວວ່າ: ການຈັດກິດຈະກໍາແຂ່ງຂັນໃນຄັ້ງນີ້ ເປັນການສະເຫຼີມ ສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປະຈໍາປີ 2022 ແລະ ເພື່ອເປັນການສະເຫຼີມສະຫຼອງ 2 ວັນປະຫວັດສາດ ການພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ ຄື:ວັນສ້າງຕັ້ງສານພົວພັນການທູດ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977–18 ກໍລະກົດ 2022) ໃຫ້ມີເນື້ອໃນ ແລະ ບັນຍາກາດ ແລະ ເພີ່ມຄວາມສາມັກຄີໃຫ້ນັບມື້ນັບມີຫຼາຍຂຶ້ນເປັນກ້າວໆ.

    ການຈັດງານໃນຄັ້ງນີ້ ພະແນກສຶກສາທິການ ແລະ ກີລາ ນວ ຮ່ວມກັບ ວິທະຍາໄລມິດຕະພາບ ວຽງຈັນ-ຮ່າໂນຍ ໂຮງຮຽນ ມສ ລາວ-ຫວຽດນາມ ໂຮງຮຽນ ມປ ວຽງຈັນ-ໂຮ່ຈີມິງ ມສ ວຽງຈັນ ແລະ ໂຮງຮຽນ ມສ ຫງວຽນຢູ ແລະ ແຂກຖືກເຊີນ ມີຄະນະນໍາຈາກກົມພົວພັນຕ່າງປະເທດສູນກາງພັກ ຄະນະນໍາຈາກສະຖານທູດຫວຽດນາມ ປະຈໍາລາວ ຄະນະນໍາຈາກກະຊວງສຶກສາທິການ ແລະ ກີລາ ຄະນະນໍາຈາກອົງການປົກຄອງ ນວ ໄດ້ຮ່ວມກັນຈັດກິດຈະກໍາແຂ່ງຂັນຖາມ-ຕອບວິທະສາດ ແລະ ສະແດງສີລະປະໃນຄັ້ງນີ້ ໂດຍໄດ້ແບ່ງເປັນ 5 ທີມ ດັ່ງນັ້ນ ຂ້າພະເຈົ້າໃນນາມຄະນະຈັດຕັ້ງການແຂ່ງຂັນໃນຄັ້ງນີ້ ໂດຍປະຕິບັດຕາມການເຄື່ອນໄຫວ ເພື່ອສະເຫຼີມສະຫຼອງ 2 ວັນປະຫວັດສາດ ການພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ ທີ່ຮັກຫອມແພງກັນຢ່າງກົມກຽວ ຄຽງບ່າຄຽງໄຫຼ່ຕໍ່ສູ້ກູ້ຊາດ ຕະຫຼອດຮອດການຮ່ວມມືແບບອ້າຍນ້ອງ ຄອບຄົວເພື່ອສົ່ງເສີມເຊິ່ງກັນ ແລະ ກັນ ໃນການສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ເພື່ອເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ ແລະ ເພີ່ມທະວີຢ່າງແໜ້ນແຟ້ນ ການຮ່ວມມືທາງດ້ານການສຶກສາລະຫວ່າງ 2 ປະເທດໃຫ້ງອກງາມ ແນວໃດກໍຕາມ ຂໍຮຽກຮ້ອງມາຍັງບັນດາທ່ານຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ນັກແຂ່ງຂັນທຸກໆທ່ານໃຫ້ຍຶດໝັ້ນຄວາມສາມັກຄີ ມີລະບຽບວິໄນ ບົນຫຼັກການ ການແຂ່ງຂັນ ແລະ ລະບຽບກະຕິກາ ຮູ້ເສຍຮູ້ຊະນະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ.

    ທ່ານນາງ ຫວູຕູແອວງ ກ່າວວ່າ: ວຽກງານການສຶກສາອົບຮົມໃຫ້ຄົນຮຸ່ນໃໝ່ ໃຫ້ເຂົ້າໃຈປະຫວັດສາດ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີມິດຕະພາບອັນຍິ່ງໃຫຍ່ ການຮ່ວມມືຮອບດ້ານ ລະ ຫວ່າງສອງປະເທດ ລາວ-ຫວຽດນາມ ແມ່ນມີຄວາມສໍາຄັນທີ່ສຸດ ໃນໄລຍະຜ່ານມາ ບັນດາການນໍາຂອງສອງປະເທດ ໄດ້ປະຕິບັດການຮ່ວມມືຫຼາຍຮູບການ ແລະ ບັນລຸໄດ້ໝາກຜົນທີ່ດີ ປັດຈຸບັນ ກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ ໄດ້ສົມທົບກັບກະຊວງສຶກສາທິການ ແລະ ກີລາ ສປປ ລາວ ເພື່ອນໍາເອົາບັນດາເນື້ອໃນເອກະສານປະຫວັດສາດ ແຫ່ງສາຍພົວພັນພິເສດລະຫວ່າງລາວ-ຫວຽດນາມ ໄປສອນຢູ່ສະຖາບັນການສຶກສາ ພ້ອມກັນນັ້ນ ກໍນໍາເອົາພາສາຫວຽດນາມ ເຂົ້າໃນການສິດສອນຢູ່ບັນດາໂຮງຮຽນຫຼາຍແຫ່ງຢູ່ລາວ ປະຕິບັດບັນດາໂຄງການມອບທຶນການສຶກສາໃຫ້ແກ່ນັກຮຽນ ນັກສຶກສາຂອງສອງປະເທດ ທັງນີ້ ກໍເພື່ອແນໃສ່ປະກອບສ່ວນດ້ານການສຶກສາ ແລະ ບໍາລຸງສ້າງຄົນຮຸ່ນໃໝ່ໃຫ້ນັບມື້ນັບພັດທະນາຢ່າງຮອບດ້ານ ມີຄວາມຮູ້ວັດທະນະທໍາ ປະຫວັດສາດ ປະກອບສ່ວນເຂົ້າໃນການກໍ່ສ້າງ ປົກປັກຮັກສາ ແລະ ພັດທະນາສາຍພົວພັນລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ສົດໃສງົດງາມ ໝັ້ນຄົງທະນົງແກ່ນຕະຫຼອດໄປ.  

# ຂ່າວ – ພາບ : ສີພອນ

error: Content is protected !!