ຍົກລະດັບຄວາມຮູ້ ສົນທິສັນຍາສາກົນດ້ານສິດທິມະນຸດທີ່ ສປປ ລາວ ເຂົ້າເປັນພາຄີ

      ກອງປະຊຸມເຜີຍແຜ່ສົນທິສັນຍາສາກົນດ້ານສິດທິມະນຸດທີ່ ສປປ ລາວເຂົ້າເປັນພາຄີ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ 4 ແຂວງພາກເໜືອ ຄື: ຫຼວງພະບາງ ໄຊຍະບູລີ ຫົວພັນ ແລະ ຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 26 ກັນຍາ 2022 ທີ່ແຂວງຫຼວງພະບາງ ເປັນປະທານຮ່ວມຂອງທ່ານ ນາງ ວັນດີ ບຸດທະສະວົງ ຮອງປະທານກໍາມາທິການການຕ່າງປະເທດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ແລະ ທ່ານ ວົງສະຫວັນ ເທບພະຈັນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ປະທານສະພາປະຊາຊົນແຂວງຫຼວງພະບາງ ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ 4 ແຂວງພາກເໜືອ ບັນດາວິທະຍາກອນຈາກກຳມາທິການການຕ່າງປະເທດ ກະຊວງການຕ່າງປະເທດ ແລະ ກະຊວງພາຍໃນ ບັນດາຄະນະກົມຂອງກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ພ້ອມດ້ວຍຄະນະພະແນກ ວິຊາການກ່ຽວຂ້ອງຂອງສະພາປະຊາຊົນແຂວງ 4 ແຂວງ ແລະ ສະພາແຫ່ງຊາດ.

     ກອງປະຊຸມໄດ້ຮັບຟັງ ແລະ ສຸມໃສ່ສົນທະນາແລກປ່ຽນບົດຮຽນຢ່າງກົງໄປກົງມາ ກ່ຽວກັບຄວາມຮູ້ພື້ນຖານວຽກງານສິດທິມະນຸດ ແລະ ແລະ ການເຄື່ອນໄຫວວຽກງານສິດທິມະນຸດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ວຽກງານຄຸ້ມຄອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ແລະ ສົນທະນາກ່ຽວກັບພາລະບົດບາດຂອງສະພາແຫ່ງຊາດ ຕໍ່ການພິຈາລະນາໃຫ້ສັດຕະຍາບັນແກ່ສົນທິສັນຍາສາກົນດ້ານສິດທິມະນຸດ ການເຂົ້າຮ່ວມຂະບວນການທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບວຽນທີ 3 ແລະ ຫົວຂໍ້ອື່ນໆອີກຈຳນວນໜຶ່ງ ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທຶນ ໂດຍແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (ແຜນງານເຊກາ).

         ຈຸດປະສົງກອງປະຊຸມແມ່ນເພື່ອເປັນການເຜີຍແຜ່ສົນທິສັນຍາກໍຄືກົດໝາຍສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີ ຕາມຂອບເຂດສິດ ແລະ ພາລະບົດບາດຂອງສະພາແຫ່ງຊາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ຮັບຊາບ ແລະ ມີສ່ວນຮ່ວມໃນການຊຸກຍູ້ ແລະ ຕິດຕາມວຽກງານດັ່ງກ່າວ ທັງເພື່ອໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການເຄື່ອນໄຫວວຽກງານສິດທິມະນຸດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!