ເປີດນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ

    ກົມພາສີ ກະຊວງການເງິນ ຮ່ວມກັບຫ້ອງການພາສີ ແຂວງຈໍາປາສັກ ແລະ ບໍລິສັດ ຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ໄດ້ຈັດພິທີເປີດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຂຶ້ນວັນທີ 23 ກັນຍາ 2022 ທີ່ ແຂວງຈຳປາສັກ ມີທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ກະຊວງການເງິນ ທ່ານ ບຸນເພັງ ເຂັມມາລາ ຫົວໜ້າຫ້ອງການພາສີປະຈໍາແຂວງຈຳປາສັກ ທ່ານ ສະເຕຟານ ກິວ ຜູ້ອໍານວຍການບໍລິສັດ ບີວັກ ແລະ ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຄະນະພະແນກ ກົມກອງທີ່ກ່ຽວຂ້ອງອ້ອມຂ້າງດ່ານສາກົນວັງເຕົ່າ ພາສີສາກົນວັງເຕົ່າ ຫ້ອງການພາສີປະຈຳທ່າບົກ-ວັງເຕົ່າ ແລະ ດ່ານພາສີສາກົນໜອງນົກຂຽນ ບັນດາບໍລິສັດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບົວສອນ ໄຊຍະສຸກ ຮອງຫົວໜ້າພະແນກນິຕິກໍາ ກົມພາສີ ໄດ້ຜ່ານແຈ້ງການຂອງຫ້ອງການກະຊວງການເງິນ ເລກທີ 2699/ຫກ ລົງວັນທີ 22 ກັນຍາ 2022 ກ່ຽວກັບການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຢູ່ດ່ານພາສີສາກົນ ແລະ ຫ້ອງການພາສີທ່າບົກ-ວັງເຕົ່າ ແລະ ດ່ານພາສີສາກົນໜອງນົກຂຽນ ແຂວງຈໍາປາສັກ ໃຫ້ນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຫຼື Lao National Single Window ໃນການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ການຜ່ານດ່ານສາກົນ ແລະ ການນໍາເຂົ້າເພື່ອສົ່ງອອກຕໍ່ ສໍາລັບສິນຄ້າ ເຄື່ອງຂອງທຸກປະເພດຜ່ານດ່ານພາສີສາກົນ 3 ແຫ່ງດັ່ງກ່າວ ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ ໂດຍປະສານສົມທົບກັບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທະນາຄານພັດທະນາລາວ ບັນດາບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດໃຫ້ສໍາເລັດຕາມລະດັບຄາດໝາຍ ແລະ ເລີ່ມປະຕິບັດແຕ່ວັນທີ 23 ກັນຍາ 2022 ເປັນຕົ້ນໄປ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!