ທ່ານ ພຸດທະພອນ ໂຄດປັນຍາ ຮອງເລຂາພັກເມືອງ ຮອງເຈົ້າເມືອງຈັນທະບູລີ ໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 26 ກັນຍາ 2022 ທີ່ຜ່ານມາວ່າ: ໃນການກະກຽມ ບຸນອອກພັນສາ ປະວໍລະນາ ແລະ ບູນຊ່ວງເຮືອປະຈໍາປີ 2022 ທີິ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ເຊິ່ງເນື້ອໃນກິດຈະກໍາ ແລະ ຄວາມພ້ອມດ້ານຕ່າງໆ ໃຫ້ມວນຊົນ-ສັງຄົມ ໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ເຂົ້າຮ່ວມງານບຸນໃຫ້ຄວາມເບີກບານມ່ວນຊື່ນ, ເຊິ່ງເປັນງານບຸນປະເພນີປະຈໍາຊາດລາວເຮົາທີິ່ສືບທອດປະຕິບັດກັນມາເປັນປະຈໍາທຸກໆປີ ແລະ ຈັດຂຶ້ນໃນທ່າມກາງບັນຍາກາດທີິ່ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນປະກາດເອກະລາດ, ຄົບຮອບ 77 ປີ, ຊາດ ທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນສໍາຄັນຂອງພັກ-ຂອງຊາດໃຫ້ເປັນຂະບວນການຢ່າງຟົດຟື້ນ.

ການຈັດງານບຸນອອກພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອ ໃນປີນີ້ ແມ່ນພວກເຮົາ ໄດ້ຈັດໃຫຍ່ ສະນັ້ນ ພື້ນທີິ່ຈັດງານບຸນ ການຂາຍສິນຄ້າຜະລິດຕະພັນຕ່າງໆ, ກໍານົດໃຫ້ຂາຍແຕ່ພາຍໃນຂອບເຂດສວນເຈົ້າອານຸວົງ ແລະ ຂອບເຂດພາຍນອກຈໍານວນໜຶ່ງ, ເຊິ່ງລາຍລະອຽດຂອງງານບຸນ ພວກເຮົາໄດ້ກໍານົດ ດັ່ງນີ້:
1 ຈຸດປະສົງໃນ.
1. ເພື່ອເປັນການຮັກສາແລະເສີມຂະຫຍາຍງານບຸນປະເພນີທີ່ເຄີຍສຶບທອດກັນມາແຕ່ບູຮານນະການໃຫ້ດຳລົງຄົງຢູ່ນຳຊາວລາວຕະຫຼອດໄປ.
2. ເພື່ອເປັນການສົ່ງເສີມ ໂຄສະນາ ວາງສະແດງແລະ ຈໍາໜ່າຍສິນຄ້າ ເພື່ອເຮັດໃຫ້ຜະລິດຕະພັນສິນຄ້າພາຍໃນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ໄດ້ມີໂອກາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າທີ່ມາທ່ຽວງານບຸນໄດ້ຊື້ ໄດ້ຂາຍ ໄດ້ແລກປ່ຽນຜະລິດຕະພັນພາຍໃນ ແລະ ທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນ ລາວທ່ຽວລາວ.
3. ເພື່ອຮັກສາໄດ້ຄວາມສາມັກຄີ ແລະ ສົ່ງເສີມການທ່ອງທ່ຽວ ຢູ່ ເມືອງຈັນທະບູລີ ກໍ່ຄື ຢູ່ໃນນະ ຄອນຫຼວງວຽງຈັນ ໃຫ້ກວ້າງຂວາງ ແລະ ເປັນຂະບວນຟົດຟື້ນ.
– ກິດຈະກຳການເຄື່ອນໄຫວ ໃນງານບຸນອອກພັນສາປະວໍລະນາ ແລະ ບູນຊ່ວງເຮືອ ປະຈຳປີ 20202 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງມີທັງໝົດ 7 ກິດຈະກຳ ດັ່ງນີ້:
1) ກິດຈະກຳ ທາງດ້ານສາດສະໜາ ແລະ ຮີດຄອງປະເພນີ:
①. ໃນຕອນເຊົ້າ ວັນທີ 5/10/2020; ເວລາ 6:30 ໂມງ, ຕອນເຊົ້າ: ມີການຄອບໄຄ່ວສະຖານທີ່ສັກສິດ.
②. ເລີ່ມເວລາ 3:00 ໂມງ, ຕອນເຊົ້າ ຂອງວັນທີ 10/10/2020 ເປັນຕົ້ນໄປຈະໄດ້ມີພິທີຄື:
ເຂດວັດວາອາຣາມ:
– ເວລາ: 3:00-4:00ໂມງ ( ຕອນເຊົ້າ ): ພຣະອາຈານມີພິທີສູດອອກພັນສາ ປະວໍລະນາ.
– ເວລາ: 7:00 ໂມງ ( ຕອນເຊົ້າ ): ພິທີຕັກບາດຖວາຍສັງຄະທານຕາມປະເພນີລາວ.
– ເວລາ: 19:00-19:40 ໂມງ: ມີພິທີວຽນທຽນ, ໄຫຼເຮືອໄຟໂຄກ.
ເຂດສວນເຈົ້າອານຸວົງ ແລະ ຜາມໄຊ (ທ່າວັດຈັນ):
– ເວລາ 20:00 ໂມງ ເປັນຕົ້ນໄປ ມີການຄົບງັນ, ຈຸດບັ້ງໄຟພຸ, ໄຟດອກ ແລະ ບັ້ງໄຟຕະໄລ່.
– ມີການ ສະແດງ ສີລະປະວັນນະຄະດີ ຈາກພາກສ່ວນ ໂຮງຮຽນ ຢູ່ພາຍໃນເມືອງຈັນທະບູລີ.
ເຂດແຄມຂອງທ່າວັດຈັນ:
– ມີການລອຍກະໂທງ ແລະບໍ່ອານຸຍາດໃຫ້ອອກໄປໄຫຼຢູ່ກາງຂອງ.

2) ກິດຈະກໍາ ການຊ່ວງເຮືອ ໃນວັນທີ 11/10/2022:
– ກິດຈະກໍາການແຂ່ງຂັນຊ່ວງເຮືອທີ່ທ່າວັດຈັນ ປະຈຳປີ 2022 ແມ່ນຈະຈັດການແຂ່ງຂັນ ຢູ່ທີ່ທ່າວັດຈັນ ເມືອງຈັນທະບູລີ ຈະໄດ້ຊ່ວງເຮືອປະເພນີຍິງ, ປະເພນີຊາຍ, ເຮືອສູດຊາຍ ( ຖ້າຫາກມີນ້ຳຫຼາຍ ), ກໍລະນີມີນ້ໍາໜ້ອຍຈະໄດ້ຍ້າຍໄປແຂ່ງຂັນຢູ່ຕໍ່ໜ້າໂຮງແຮມແລນມາກ.

– ເລີ່ມແຕ່ເວລາ 08:30 ໂມງ ( ຕອນເຊົ້າ ) ເປັນຕົ້ນໄປ ເລີ່ມຊ່ວງເຮືອ, ເວລາ 16:00 ໂມງ ມອບລາງວັນເຮືອຊ່ວງ.
– ຖ້າມີນ້ຳໜ້ອຍ ແມ່ນຈະໄດ້ຈັດການຊ່ວງເຮືອ 12 ສີພາຍ ໃນວັນທີ 10/10/2022 ຢູ່ບຸ່ງ ທີ່ທ່າວັດຈັນ ເມືອງຈັນທະບູລີ ເພື່ອໃຫ້ຖືກຕ້ອງຕາມຮີດຄອງປະເພນີ. ເລີ່ມແຕ່ ເວລາ 9:00 ໂມງ ຮອດ 15 ໂມງ ແມ່ນສຳເລັດການແຂ່ງຂັນ.
ຄາດຄະເນ ຈຳນວນເຮືອເຂົ້າຮ່ວມການແຂ່ງຂັນ ໃນປີ 2022 ນີ້:
– ປະເພດເຮືອ 12 ສີພາຍ ມີປະມານ 8 ລຳ, ເຮືອປະເພນີ ຍິງ 55 ສີພາຍ ປະມານ 4 ລຳ ແລະ ເຮືອປະເພນີ ຊາຍ 55 ສີພາຍ 10 ລຳ.

ປະເພດຂັນລາງວັນ ແລະ ເງິນສົດ ເຮືອແຕ່ລະປະເພດໄດ້ກຳນົດດັ່ງນີ້:
– ປະເພດເຮືອ 12 ສີພາຍ :
ລາງວັນທີ 1: ຂັນໂລ 1 ໜ່ວຍ, ມູນຄ່າ 1,850,000 ກີບ, ເງິນສົດ: 10,000,000 ກີບ.
ລາງວັນທີ 2: ຂັນໂລ 1 ໜ່ວຍ, ມູນຄ່າ 1,850,000 ກີບ, ເງິນສົດ: 8,000,000 ກີບ.
ລາງວັນທີ 3: ຂັນໂລ 1 ໜ່ວຍ, ມູນຄ່າ 1,850,000 ກີບ, ເງິນສົດ: 6,000,000 ກີບ.
ລາງວັນທີ 4: ບໍ່ມີຂັນ ເງິນສົດ: 4,000,000 ກີບ.

- ຄ່າລາກແກ່ເຮືອ ທີ່ເຂົ້າຮ່ວມການແຂ່ງຂັນ 12 ສີພາຍ:
– ລໍາລະ 500,000 ກີບ x 8 ລໍາ = 4,000,000 ກີບ.
ຄ່າສະໝັກເຮືອຊ່ວງ: ລໍາລະ 100,000 ກີບ/ລໍາ.
– ປະເພດເຮືອປະເພນີ ຍິງ ແລະ ຊາຍ 55 ສີພາຍ:
ລາງວັນທີ 1: ຂັນເງິນ 1 ກີໂລ, ມູນຄ່າ 19,700,000 ກີບ, ເງິນສົດ: 20,000,000 ກີບ.
ລາງວັນທີ 2: ຂັນເງິນ 0,75 ກຼາມ, ມູນຄ່າ 15,250,000 ກີບ, ເງິນສົດ: 15,000,000 ກີບ.
ລາງວັນທີ 3: ຂັນເງິນ 0,5 ກຼາມ, ມູນຄ່າ 12,000,000 ກີບ, ເງິນສົດ: 10,000,000 ກີບ.
ລາງວັນທີ 4: ບໍ່ມີຂັນ ເງິນສົດ: 6,000,000 ກີບ.
- ຄ່າລາກແກ່ເຮືອ ທີ່ເຂົ້າຮ່ວມການແຂ່ງຂັນ ປະເພດ 55 ສີພາຍ:
– ລໍາລະ 5,000,000 ກີບ x 14 ລໍາ = 70,000,000 ກີບ.

3) ກິດຈະກຳວາງສະແດງສິນຄ້າ:
4) ພາຍໃນງານບຸນພວກເຮົາ ໄດ້ຈັດໃຫ້ມີການວາງສະແດງ ແລະ ຂາຍສິນຄ້າເຄື່ອງທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ.ໃນນີ້: ໄດ້ເນັ້ນການສົ່ງເສີມຜະລິດຕະພັນ, ສິນຄ້າທີ່ພົ້ນເດັ່ນຂອງທ້ອງຖິ່ນ, ຂອງບ້ານ, ຂອງເມືອງ, ຂອງຄົວຄອບຕົວແບບ, ຄອບຄົວຜະລິດສິນຄ້າໂອດອບ ເພື່ອເປັນສົ່ງເສີມຫົວໜ່ວຍທຸລະກິດຕ່າງໆ.
ຄາດຄະເນຈຳນວນ ຫົວໜ່ວຍທຸລະກິດ, ຫ້າງຮ້ານ ທີ່ມາວາງສະແດງ, ຂາຍສິນຄ້າ ແລະ ຂາຍເຂົ້າຫຼາກ, ປີ້ງໄກ່ 600 ກວ່າຫົວໜ່ວຍ.

ສຳລັບລາຄາ ຄ່າສະຖານທີ່, ຄ່າເກັບມ້ຽນຂີ້ເຫຍື້ອ ແລະ ອື່ນໆ ແມ່ນພວກເຮົາໄດ້ໃຫ້ຜູ້ສຳປະທານກຳນົດ ໂດຍໄດ້ເຫັນດີເປັນເອກະພາບຈາກຄະນະກຳມະການຈັດງານ ( ສ່ວນລາຍລະ ອຽດແມ່ນພວກເຮົາໄດ້ກຳນົດໄວ້ ຢູ່ໃນລະບຽບການຄຸ້ມຄອງຕາງຫາກແລ້ວ.

5) ກິດຈະກຳປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:
ພວກເຮົາໄດ້ຖືສໍາຄັນ ຕໍ່ກັບວຽກງານປ້ອງກັນຄວາມສະຫງົບປອດໄພຮອບດ້ານ ໂດຍໃຫ້ມີການຈັດຕັ້ງການປ້ອງກັນເວນຍາມ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງ ຢູ່ຕາມບ້ານ, ສຳນັກງານ, ອົງການ ທົ່ວເມືອງໃຫ້ມີຄວາມສະຫງົບປອດໄພ 100% ເຊິ່ງກຳນົດຈຸດປ້ອງກັນ 38 ຈຸດ, ໃນນີ້: ຈຸດປ້ອງກັນວົງໃນ 19 ຈຸດ ແລະ ວົງນອກ19 ຈຸດ ແລະ ປ້ອມແຈ້ງເຫດ (1191) 2 ຈຸດ, ມີສູນກ້ອງວົງຈອນ ເພື່ອຕິດຕາມ ຢູ່ຫ້ອງການສວນເຈົ້າອານຸວົງ ແລະ ຜາມກໍາມະການ, ມີກໍາລັງປ້ອງກັນທັງໝົດມີ 828 ຄົນ,ໃນນີ້ ກໍາລັງຊາວໜຸ່ມ 300 ຄົນ,

ໃນນີ້: ລວມມີກຳລັງ ປກສ-ປກຊ ນະຄອນຫຼວງ, ປກສ-ກປຊ ເມືອງຈັນທະບູລີ, ກຳລັງ ປກສບ້ານ 30 ບ້ານ ແລະ ກຳລັງຊາວໜຸ່ມຂອງເມືອງ ເພື່ອເຂົ້າຮ່ວມໃນການປະຕິບັດໜ້າທີ່ກວດກາ,ປ້ອງກັນເວນຍາມຕາມທາງຮ່ອມທາງຊອຍ ແລະ ຕາມຈຸດຕ່າງໆ ທີ່ໄດ້ກຳນົດໄວ້.
6) ກິດຈະກຳວຽກງານການອານາໄມທຳຄວາມສະອາດ:
ຊຸກຍູ້ຂະບວນການອອກແຮງງານອະນາໄມ ສະຖານທີ່ຈັດງານ ແລະ ຂອບເຂດພາຍນອກຈໍານວນໜຶ່ງ ໃຫ້ມີຄວາມສະອາດ ແລະ ສວຍງາມ.
ສໍາລັບຢູ່ໃນບໍລິເວນງານບຸນທ່າວັດຈັນ ພວກເຮົາໄດ້ມີ ບໍລິສັດ ຜູ້ຮັບເໝົາຄື: ຫ້ອງການ ຄບຕເມືອງຈັນທະບູລີ ແລະ ບໍລິສັດ ອານາໄມ ເປັນຜູ້ຮັບຜິດຊອບ ໃນການອະນາໄມທໍາຄວາມສະອາດພາຍໃນງານບຸນ.
ພ້ອມນັ້ນ; ພວກເຮົາຍັງຊຸກຍູ້,ແນະນໍາທຸກພາກສ່ວນທີ່ມີຖານສ້າງລາຍຮັບຢູ່ໃນງານບຸນ ຕ້ອງມີຖົງຢາງດໍາເພື່ອໃສ່ເຈ້ຍ,ເສດຖົງຢາງ, ສິ່ງເສດເຫຼືອຕ່າງໆ, ເວລາເລີກງານແຕ່ລະຄືນ ຕ້ອງເຮັດອະນາໄມບໍລິເວນຮ້ານຂອງຕົນເອງແລ້ວເອົາໃສ່ຖົງຢາງດໍາປະໄວ້ຂ້າງຮ້ານ ເພື່ອໃຫ້ພາກສ່ວນອະນາໄມມາເກັບເອົາໄປຖີ້ມ.
ສຳລັບການຂົນສົ່ງຂີ້ເຫຍື້ອ ແມ່ນພາຍຫຼັງເລີກງານບູນ ໃນເວລາ 23:00 ໂມງ ແມ່ນພວກເຮົາເຂົ້າອະນາໄມ ແລະ ໃຫ້ສຳເລັດພາຍໃນ 5: 00 ໂມງ (ຕອນເຊົ້າ).
7) ກິດຈະກຳວຽກງານ ຮັກສາສຸຂະພາບ:
ມີບັນດາເພດໝໍ ປະຈໍາການຢູ່ຜາມຄະນະກຳມະການ 24 ຊົ່ວໂມງ ຕະຫຼອດໄລຍະງານບຸນ ເພື່ອແກ້ໄຂບັນຫາສຸກເສີມ ແຂກຄົນທີ່ມາທ່ຽວງານບູນທີ່ບໍ່ສະບາຍ ໂດຍສະເພາະແມ່ນ ເປັນວິນ, ເກີດອຸປະຕິເຫດ ແລະ ອື່ນໆ ພ້ອມນີ້ ໄດ້ລົງກວດກາ ປະເພດອາຫານ ແລະ ເຄື່ອງດື່ມ ໃຫ້ຮັກສາໄດ້ທາງຄຸນນະພາບ, ຮັກສາໄດ້ຄວາມສະອາດ, ສິນຄ້າບໍ່ໝົດອາຍຸ.
8) ວຽກງານປະຊາສຳພັນ:
ມີໂທລະໂຄ່ງ ປະຈຳງານບຸນ ນັບແຕ່ມື້ຈັດງານຈົນເຖິງມື້ປິດງານ ເພື່ອຮັບໃຊ້ວຽກງານປະຊາສຳພັນຕ່າງໆ, ເຊິ່ງພວກເຮົາໄດ້ຕິດຕັ້ງໂທລະໂຄ່ງ ມີ 12 ຈຸດ.
III. ການກໍານົດວັນ, ເວລາ ແລະ ຂອບເຂດສະຖານທີ່ຂອງການຈັດງານ:
ກ. ດ້ານກຳນົດເວລາຈັດງານບຸນຢ່າງເປັນທາງການ 4 ວັນ, ແຕ່ວັນທີ 8-11/10/2022.
ຂ. ສະຖານທີ່ການຈັດງານບຸນ:
1. ຂອບເຂດບໍລິເວນພື້ນທີ່ຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2022 ທີ່ທ່າວັດຈັນ: ທາງດ້ານເໜືອໃຫ້ກຳນົດເອົາຈຸດປ່ອຍເຮືອເຂດບ້ານສີຖານເໜືອເມືອງສີໂຄດຕະບອງລົງໄປຫາຜາມໄຊ ໜ້າວັດຈັນ.
2. ສະຖານທີ່ວາງສະແດງ-ຂາຍສິນຄ້າ: ແມ່ນຂອບເຂດສວນເຈົ້າອານຸວົງ ແລະ ເສັ້ນທາງເຈົ້າຟ້າງຸ່ມທັງ 2 ຟາກ ນັບແຕ່ໂຮງແຮມລ້ານຊ້າງຂຶ້ນມາຫາສາມແຍກປາກປາສັກ ແລະ ເສັ້ນທາງດ້ານໜ້າ ແລະ ດ້ານຫຼັງໂຮງຮຽນປາກປ່າສັກ. ( ແຕ່ພວກເຮົາໄດ້ຈົ່ງທາງເຂົ້າ-ອອກ) ໃຫ້ມວນຊົນ ແລະ ລົດການນຳເຂົ້າມາໄດ້ຢ່າງສະດວກ.
3. ເສັ້ນທາງ 4 ແຍກທະນາຄານພັດທະນາລາວ ລົງມາສີ່ແຍກໄຟແດງສີຫອມ,ສາມແຍກໄຟແດງວັດອິນແປງ ເສັ້ນທາງເສດຖາທິລາດ ໄປຫາສີ່ແຍກໄຟແດງ ວັດສີສະເກດ ເປັນບ່ອນຈອດລົດຈັກ ແລະ ລົດໃຫຍ່ ບາງຈຸດ.
4. ສຳລັບການສຳປະທານ ງານບຸນພວກເຮົາ ໄດ້ຕົກລົງມອບໃຫ້ ກຸ່ມບໍລິສັດດາວເຮືອງ ແລະ ວິສາຫະກິດສ່ວນບຸກຄົນຮ້ານອາຫານຟຸຈິວະຣະ ເປັນຜູ້ຮັບເໝົາ ໃນການຈັດງານໃນປີນີ້.
5. ສຳລັບສະຖານທີ່ຈອດລົດຂອງການນຳ, ຄະນະກຳມະການຮັບຜິດຊອບງານບຸນ, ແຂກຖືກເຊີນແມ່ນກຳນົດເອົາເສັ້ນທາງເຈົ້າອານຸວົງໃໝ່ ( ແຄມຂອງ ) ນັບແຕ່ຈຸດທາງເຂົ້າຈົນຮອດອານຸສາວະລີເຈົ້າອານຸວົງ ( ສະເພາະລົດ ທີ່ມີ P ເທົ່ານັ້ນ ).
6. ກຳນົດເວລາເຂົ້າ-ອອກຂອງລົດຊາວຄ້າຂາຍ ຢູ່ງານບຸນແມ່ນອະນຸຍາດໃຫ້ເຂົ້າໄດ້ແຕ່ເວລາ 4:00-6:00 ໂມງເຊົ້າ ແລະ ຕອນກາງຄືນແມ່ນອະນຸຍາດໃຫ້ເຂົ້າໄດ້ເວລາ 24:00 ໂມງເປັນຕົ້ນໄປ.
7. ເວລາປິດເສັ້ນທາງການສັນຈອນຊົ່ວຄາວ ຢູ່ໃນຂອບເຂດການຈັດງານບຸນແມ່ນ ເລີ່ມແຕ່ເວລາ6:00 ໂມງເຊົ້າ ຫາ 24:00 ໂມງກາງຄືນ.
IV. ບັນດາຂໍ້ຫ້າມຕ່າງໆ ໃນການເຂົ້າຮ່ວມງານບຸນ:
1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ.
2. ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດລວມທັງ: ພ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອານຸຍາດ.
3. ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດທຸກຊະນິດ, ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ, ບັ້ງກະໂພກເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ.
4. ຫ້າມນຳເອົາພະລິດຕະພັນທີ່ລອກແບບສິ້ນລາວຫຼື ເຄື່ອງນຸ່ງລາວນຳເອົາມາຂາຍ-ຈຳໜ່າຍ ພາຍໃນງານ ຢ່າງເດັດຂາດ.
5. ຫ້າມວາງ, ຂາຍເຄື່ອງແລະນຳເຄື່ອງສຽງອອກມາໂຄສະນາສິນຄ້າຢູ່ນອກບໍລິເວນຮ້ານ ເກີນຂອບເຂດ ທີ່ຄະນະກໍາມະການຈັດງານ ໄດ້ກຳນົດໃຫ້.
6. ຫ້າມຂາຍ ແລະນຳເອົາຜະລິດຕະພັນວັດທະນະທໍາລາມົກ ເຊັ່ນ: ແຜ່ນຊີດີ ( CD , DVD ) ລາມົກແລະ ຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ.
7. ຫ້າມຫຼີ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນ ຢ່າງເດັດຂາດ.
8. ຫ້າມຂາຍເຄື່ອງຊະຊາຍ ໂດຍບໍ່ໄດ້ຮັບອານຸຍາດຈາກຄະນະກໍາມະການຈັດງານຕະຫຼາດນັດ, ງານບຸນອອກພັນສາປະວໍລະນາ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີນະຄອນຫຼວງວຽງຈັນ.
9. ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນຫຼືນໍາຕົວໄປພັກຜ່ອນໄວ້ກ່ອນ.
10. ຫ້າມບຸກຄົນ, ນິຕິບຸກຄົນ, ສໍານັກງານອົງການປົກຄອງບ້ານກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າຂອງຄະນະກຳມະການຈັດງານຕະຫຼາດນັດ.
11. ຫ້າມຕອກເຫຼັກຫຼືສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ.
12. ຫ້າມແຈກຢາຍແຜ່ນພັບຫຼືແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ ຢູ່ພາຍໃນງານບຸນ.
13. ຫ້າມຜູ້ສຳປະທານສະຖານທີ່ງານບຸນມອບສະຖານທີ່ໃຫ້ແກ່ຜູ້ສຳປະທານອື່ນຈັບຈອງຕໍ່ເດັດຂາດ.
14. ຫ້າມມີການໂຄສະນາສິນຄ້າໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ.