ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 77

    ວັນທີ 21 ກັນຍາ 2022 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ​ ໄດ້ສືບຕໍ່ນໍາພາຄະນະຜູ້ແທນແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 77 ແລະ ກອງປະຊຸມປິ່ນອ້ອມລະດັບສູງຕ່າງໆ ທີ່ນະຄອນນິວຢອກ ສະຫະລັດອາເມຣິກາ. ໃນນັ້ນ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ຕາງໜ້າໃຫ້ຫົວໜ້າຄະນະຜູ້ແທນລາວ ກ່າວຄໍາເຫັນຕໍ່ກອງປະຊຸມລະດັບລັດຖະມົນຕີຂອງຂະບວນການບໍ່ຮ່ວມກຸ່ມ (Ministerial Meeting of Non-Aligned Movement) ຊຶ່ງໃນນັ້ນ ໄດ້ຢ້ຳຄືນການຍົກສູງ ແລະ ການປົກປ້ອງຫຼັກການພື້ນຖານຂອງຂະບວນການບໍ່ຮ່ວມກຸ່ມ ໃນການສົ່ງເສີມສັນຕິພາບ ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາ ໂດຍຜ່ານຂອບຫຼາຍຝ່າຍ ພາຍໃຕ້ອົງການ ສປຊ ກໍຄືການຮັດແໜ້ນຄວາມສາມັກຄີ ແລະ ຄວາມພະຍາຍາມຮ່ວມກັນ ໃນການແກ້ໄຂຜົນກະທົບຈາກວິກິດການຕ່າງໆໃນປັດຈຸບັນ ພ້ອມທັງໄດ້ຍົກໃຫ້ເຫັນວ່າ ການດຳເນີນມາດຕະການຝ່າຍດຽວ ບໍ່ສາມາດແກ້ໄຂບັນຫາສິ່ງທ້າທາຍຂອງໂລກໄດ້.​

    ໃນມື້ດຽວກັນນີ້ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງຈາກຫຼາຍປະເທດເພື່ອນມິດ ເຊັ່ນ: ທ່ານ ເອກກາດ ຣິ້ງເກີວິດ (Edgars Rinkevics), ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດລັດເວຍ ທ່ານ ໄຟຊານ ເມກແດດ (Faisal Mekdad) ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ອາຣັບ ຊີຣີ ແລະ ທ່ານ ນາງ ເຣດໂນ ມາຊຸຍດີ (Retno Marsudi) ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ຕະຫຼອດໄລຍະການພົບປະດັ່ງກ່າວ ທັງສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມໃຫ້ກັນ ແລະ ກັນຊາບ ລວມທັງໄດ້ມີການແລກປ່ຽນທັດສະນະກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ກໍຄືການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະ ໃນເວທີຂອງອົງການສະຫະປະຊາຊາດ.

    ນອກຈາກນີ້ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ກໍຍັງໄດ້ມີໂອກາດພົບປະກັບທ່ານ ນາງ ແຄັດເທີີຣິນ ຣັດໂຊລ໌ (Ms. Catherine Russel) ຜູ້ອໍານວຍການໃຫຍ່ ອົງການສະຫະປະຊາຊາດ ເພື່ອກອງທຶນເດັກ (UNICEF) ໂດຍທັງສອງຝ່າຍໄດ້ທົບທວນຄືນກ່ຽວກັບສະພາບການຮ່ວມມືຕະຫຼອດໄລຍະ 5 ທົດສະວັດຜ່ານມາ ເຊິ່ງອົງການ UNICEF ຖືເປັນອົງການເຄືອຂ່າຍ ສປຊ ທໍາອິດທີ່ເຂົ້າມາຕັ້ງຫ້ອງການຢູ່ລາວ.ໃນໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈຕໍ່ອົງການ UNICEF ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍຜ່ານການຈັດຕັ້ງປະຕິບັດແຜນງານການຮ່ວມມືລະຫວ່າງ ສປປ ລາວ-UNICEF ໃນແຕ່ລະໄລຍະ ທີ່ສຸມໃສ່ບູລິມະສິດການພັດທະນາຂອງ ສປປ ລາວ ເວົ້້າລວມ ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງກັບເດັກນ້ອຍ ແລະ ແມ່ຍິງ ຢູ່ ສປປ ລາວ.

error: Content is protected !!