ເຊີນຮ່ວມງານສະແດງສິລະປະຮ່ວມພະລັງນໍ້າໃຈສິລະປິນລາວ 23 ກັນຍານີ້

    ເພື່ອຊ່ວຍພີ່ນ້ອງແຂວງອຸດົມໄຊ ວັນທີ 20 ກັນຍາ 2022 ທີ່ຫໍວັດທະນະທໍາແຫ່ງຊາດ ໄດ້ມີພິທີຖະແຫຼງຂ່າວ ງານສະແດງສິລະປະຮ່ວມພະລັງນໍ້າໃຈສິລະປິນລາວ ຊ່ວຍພີ່ນ້ອງແຂວງອຸດົມໄຊ ໂດຍການຖະແຫຼງຂອງທ່ານ ບົວເງິນ ຊາພູວົງ ປະທານສະມາຄົມສິລະປິນແຫ່ງຊາດລາວ ມີບັນດາທ່ານສິລະປິນ ພ້ອມດ້ວຍຄະນະບໍລິຫານງານສະມາຄົມສິິລະປິນລາວ ແລະ ສື່ມວນຊົນ ເຂົ້າຮ່ວມ.

    ທ່ານ ບົວເງິນ ຊາພູວົງ ກ່າວວ່າ: ງານສະແດງສິລະປະ ຮ່ວມພະລັງໃຈສິລະປິນລາວ ເພື່ອເປັນການລະດົມວັດຖຸປັດໄຈເຄື່ອງອຸປະໂພກ ບໍລິໂພກ ເພື່ອຈະນໍາເອົາໄປຊ່ວຍເຫຼືອປະຊາຊົນແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນວັນທີ 26 ສິງຫາຜ່ານມາ ງານສະແດງສິລະປະ ແມ່ນຈະໄດ້ຈັດຂຶ້ນວັນທີ 23 ກັນຍາ 2022 ທີ່ກອງສິລະປະກອນແຫ່ງຊາດ ຄຸ້ມບ້ານໂພນທັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍຈະມີສິລະປິນລາວຈາກຫຼາຍຄ້າຍເພງ ທັງລູກທົ່ງບ້ານນາ ແລະ ສະຕິງ ຈາກຫຼາຍຄ້າຍເພງເຂົ້າຮ່ວມສະແດງຢ່າງພ້ອມພຽງ ເພື່ອເປັນການລະດົມຈິດໃຈທຸກຄົນໃນສັງຄົມໃນການປະກອບສ່ວນບໍລິຈາກເປັນວັດຖຸປັດໄຈ ເຄື່ອງອຸປະໂພກ ບລິໂພກ ເພື່ອນໍາໄປຊ່ວຍເຫຼືອພີ່ນ້ອງແຂວງອຸດົມໄຊ.

    ງານສະແດງສິລະປະດັ່ງກ່າວ ແມ່ນຈະເລີ່ມແຕ່ເວລາ 16:00 ໂມງ ຫາ 18:00 ໂມງ ຂອງວັນທີ 23 ກັນຍາ 2022 ທີ່ກອງສິລະປະກອນແຫ່ງຊາດ ດັ່ງນັ້ນ ຈຶ່ງຂໍເຊີນຊວນທຸກທ່ານເຂົ້າຮ່ວມຊົມການສະແດງຂອງຄະນະສິລະປິນ ພ້ອມທັງເປັນການມີສ່ວນຮ່ວມໃນການນໍາເອົານໍ້າໃຈຈາກທ່ານ ໄປຮ່ວມບໍລິຈາກໃຫ້ເປັນພະລັງແຫ່ງນໍ້າໃຈຊ່ວຍເຫຼືອຄອບຄົວຜູ້ປະສົບໄພພິບັດນໍ້າຖ້ວມທີ່ແຂວງດັ່ງກ່າວ ໂດຍບັນດາທ່ານສາມາດເຂົ້າຮ່ວມງານໄດ້ ແລະ ສອບຖາມຂໍ້ມູນເພື່ອບໍລິຈາກໄດ້ທີ່ເບີໂທ 020-55616485; 020-59956994; 020-59998198; 020-23997829 ຫຼືຮ່ວມບໍລິຈາກໄດ້ຕາມບັນຊີ BCEL ບັນຊີເງິນກີບ 010-1213467113; ບັນຊີສະກຸນເງິນບາດໄທ 0101213467588; ບັນຊີສະກຸນເງິນໂດລາ 0101213467337 ຊຶ່ງການບໍລິຈາກຮັບເປັນທາງການ ແມ່ນເລີ່ມແຕ່ວັນທີ 20-23 ກັນຍາ 2022.

# ຂ່າວ – ພາບ : ສີພອນ

error: Content is protected !!