ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແລະ ຄວາມປອດໄພ ສ.ເກົາຫຼີ ລົງນາມໃນບົດບັນທຶກຄວາມ ເຂົ້າໃຈ (MOU) ການຮ່ວມມືພັດທະນາລັດຖະບານດິຈິຕອນ.

ການລົງນາມຄັ້ງນີ້ ເພື່ອສົ່ງເສີມການຮ່ວມມື ແລະ ແລກປ່ຽນປະສົບການ ລະຫວ່າງ ສອງຝ່າຍໃນການຮ່ວມມືໃນຂົງເຂດວຽກງານລັດຖະບານດິຈິຕອນ ເຊິ່ງລວມມີ ການໃຫ້ຄຳປຶກສາກຳນນະໂຍບາຍກ່ຽວກັບລະບຽບກົດໝາຍ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດວຽກງານການພັດທະນາລັດຖະບານດິຈິຕອນ.

ການຊ່ວຍເຫຼືອດ້ານເຕັກນິກໃນການບໍລິການລັດຖະບານດິຈິຕອນ ແລະ ລະບົບພື້ນຖານໂຄງລ່າງທີ່ກ່ຽວຂ້ອງກັບວຽກງານການເສີມສ້າງຄວາມອາດສາມາດທີ່ກ່ຽວຂ້ອງກັບວຽກງານລັດຖະບານດິຈິຕອນເຊັ່ນ:ການແບ່ງປັນຄວາມຮູ້ ບົດຮຽນ ແລະ ປະສົບການດຳນວຽກງານການພັດທະນາລັດຖະບານດິຈິຕອນ ການແລກປ່ຽນດ້ານບຸກຄະລາກອນ ແລະ ການດຳເນີນການສຶກສາຮ່ວມກັນ ແລະ ການຮ່ວມມືໃນຮູບແບບອື່ນໆ ຕາມການເຫັນດີຮ່ວມກັນຂອງສອງຝ່າຍ.

ພິທີລົງນາມໃນບົດບັນທຶກດັ່ງກ່າວຈັດຂຶ້ນວັນທີ 2 ກັນຍາ 2022 ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໂດຍການລົງນາມຂອງທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຮັນ ຊາງ ຊອບ (Dr HAN Chang-seob) ຮອງລັດຖະມົນຕີ ກະຊວງພາຍໃນ ແລະ ຄວາມປອດໄພ ສ.ເກົາຫຼີ ມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ອິມ ມູຮົງ ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈຳ ລາວ ບັນດາຫົວໜ້າກົມ ອົງການທຽບເທົ່າອ້ອມ ຂ້າງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ ເປັນສັກຂີພິຍານ.