ເຊີນເຂົ້າຮ່ວມງານຕະຫຼາດນັດແຮງງານໃນກຸ່ມບໍລິສັດ RMA Lao ມີຫຼາຍຕຳແໜງງານໃຫ້ເລືອກ

   ພິທີເປີດຕະຫຼາດນັດແຮງງານໃນເຄື່ອຂ່າຍຂອງບໍລິສັດອາຣເອັມ ເອເຊຍລາວ (RNA Lao) ຈັດຂຶ້ນລະຫວ່າງວັນທີ 3-4 ກັນຍາ 2022 ທີ່ສູນເຝິກອົບຮົມຮ່ວມມືສາກົນລາວ-ຍີປຸ່ນ (ICTC)  ມີທ່ານ ສຸລິຍາ ຄຳວົງສາ ຮອງຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ທ່ານນາງ ຈູລີພອນ ວິນາວົງ ຜູ້ຈັດການທົ່ວໄປ ພະແນກບຸກຄະລາກອນ ແລະ ບໍລິຫານ ບໍລິສັດ RMA Lao ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ການຈັດງານຕະຫຼາດນັດແຮງງານຄັ້ງນີ້ແມ່ນກິດຈະກໍາໜຶ່ງຂອງການຊຸກຍູ້ສົ່ງເສີມວຽກງານຈັດຫາງານໃຫ້ພົນລະເມືອງລາວ ແລະ ການສ້າງໂອກາດໃຫ້ຜູ້ອອກແຮງງານໄດ້ເຂົ້າເຖິງຂໍ້ມູນຂ່າວສານຕະຫຼາດແຮງງານຢ່າງກ້ວາງຂວາງ ເພື່ອດັດສົມລະຫວ່າງຄວາມຕ້ອງການ ແລະ ຄວາມສາມາດດ້ານການສະໜອງແຮງງານໃນສັງຄົມ ພ້ອມກັນນັ້ນກໍເປັນການສ້າງໂອກາດໃຫ້ບັນດາຜູ້ໃຊ້ແຮງງານໃນເຄື່ອ RMA Lao ແລະ ຜູ້ອອກແຮງງານ ຫຼື ຜູ້ກໍາລັງຊອກຫາວຽກເຮັດງານທໍາ ຜູ້ຕ້ອງການປ່ຽນວຽກໃໝ່ ບັນດານັກສຶກສາທີ່ຈົບຮຽນໃໝ່ຈາກ ສະຖາບັນກນສຶກສາຕ່າງໆ ກັບບັນດາບໍລິສັດ ຜູ້ປະກອບການທີ່ເປັນເຄືອຂອງ ບໍລິສັດ RMA Lao ທີ່ຕ້ອງການພະນັກງານໄດ້ພົບປະກັນເພື່ອຮັບສະໝັກວຽກ. 

     ກຸ່ມບໍລິສັດ RMA Lao ມີສຳນັກງານຕັ້ງຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ປະສົບການການເຄື່ອນໄຫວທຸລະກິດໃນ ສປປ ລາວ ເປັນເວລາຫຼາຍກ່ວາ 28 ປີ ນັບແຕ່ປີ 1994 ເປັນຕົ້່ນມາເຊິ່ງປະກອບມີ 6 ຂະແໜງການເຊັ່ນ ບໍລິການລົດເຊົ່າ ບໍລິການເຊົ່າສິນເຊື່ອ ທຸລະກິດກໍ່ສ້າງ ທຸລະກິດອາຫານ ທຸລະກິດລົດຍົນ ທຸລະກິດຂາຍ-ເຊົ່າ ການສະໜອງກົນຈັກໜັກພ້ອມໃຫ້ບໍລິການບໍາລຸງຮັກສາ ດັ່ງນັ້ນນັກສຶກສາ ຫຼື ຜູ້ທີ່ຕ້ອງການເຮັດວຽກໃນຂະແໜງການດັ່ງກ່າວ ສາມາດໄປສະໝັກໄດ້ທີ່ ICTC ຕັ້ງຢູ່ບ້ານໂພນພະເນົາ ນັບແຕ່ເວລາ 8:00-16 ໂມງ ໂດຍມີຕຳແໜ່ງງານຫວ່າງຈຳນວນຫຼາຍ ໃນວັນທີ 3-4 ກັນຍານີ້ເທົ່ານັ້ນ.

error: Content is protected !!