ເຜີຍແຜ່ນະໂຍບາຍໂຄງການຊຸກຍູ້ສົ່ງເສີມການປູກໝາກໂກໂກ້ເປັນສິນຄ້າຢູ່ ນວ

    ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັນບໍລິສັດເພີ່ມພູນກະສິກຳ ແລະ ການຄ້າຂາເຂົ້າ-ຂາອອກຈຳກັດຜູ້ດຽວ ຈັດກອງປະຊຸມເຜີຍແຜ່ນະໂຍບາຍໂຄງການຊຸກຍູ້ສົ່ງເສີມການປູກໝາກໂກໂກ້ເປັນສິນຄ້າຢູ່ ນວ ວັນທີ 31 ສິງຫາ 2022 ທີ່ພະແນກກະສິກຳ ແລະ ປ່າໄມ້ ນວ ເປັນປະທານຮ່ວມຂອງທ່ານນາງ ປິດ ພົມເພັດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ແລະ ທ່ານ ແສງອາລຸນ ລັດຕະນະພັນ ປະທານບໍລິສັດ ເພີ່ມພູນກະສິກຳ ແລະ ການຄ້າຂາເຂົ້າ-ຂາອອກຈຳກັດຜູ້ດຽວ ມີຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ປິດ ພົມເພັດ ກ່າວວ່າ ການຊຸກຍູ້ສົ່ງເສີມການປູກໝາກໂກໂກ້ ກໍເປັນວຽກໜຶ່ງທີ່ນອນໃນການຊຸກຍູ້ສົ່ງເສີມການຜະລິດພືດອຸດສາຫະກໍາທີ່ຜະລິດສະໜອງໃຫ້ໂຮງງານປຸງແຕ່ງຂອງບໍລິສັດເພີ່ມພູນກະສິກຳ ແລະ ການຄ້າຂາເຂົ້າ-ຂາອອກຈຳກັດຜູ້ດຽວໃຫ້ພຽງພໍ ຫຼຸດຜ່ອນການນໍາເຂົ້າ ແລະ ການຜະລິດເປັນສິນຄ້າສົ່ງອອກໄປຕ່າງປະເທດ ການປູກໝາກໂກໂກ້ໃນ ນວ ຖືວ່າເປັນວຽກທີ່ໃໝ່ ເຊິ່ງຜ່ານມາຍັງບໍ່ໄດ້ມີການຈັດຕັ້ງປະຕິບັດ ປັດຈຸບັນ ນວ ເລີ່ມມີທ່າແຮງ ໂດຍໄດ້ເລີ່ມປະຕິບັດຢູ່ເຂດເມືອງສັງທອງ ໂດຍບໍລິສັດເພີ່ມພູນກະສິກໍາ ແລະ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຜ່ານການທົດລອງປູກ ແມ່ນໄດ້ຜົນດີ ສ່ວນສະພາບດິນຟ້າອາກາດກໍເໝາະສົມສໍາລັບການປູກໝາກໂກໂກ້ ແລະ ມີຄວາມເປັນໄປໄດ້ ເໝາະສົມໃນການຊຸກຍູ້ສົ່ງເສີມ

ຜະລິດເປັນສິນຄ້າຕິດພັນກັບວຽກງານປຸງແຕ່ງເພື່ອສະໜອງຄວາມຕ້ອງການພາຍໃນ ແລະ ສົ່ງອອກ  ເພາະທ່າແຮງຄວາມຕ້ອງການໝາກໂກໂກ້ ເຫັນວ່າຕະຫຼາດມີຄວາມຕ້ອງການທາງພາຍໃນ ແລະ ຕ່າງປະເທດ ພ້ອມດຽວກັນນັ້ນ ກໍເປັນການຊ່ວຍໃຫ້ປະຊາຊົນຊາວກະສິກອນມີວຽກເຮັດງານທໍາ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

    ໂອກາດນີ້ ທ່ານ ແສງອາລຸນ ລັດຕະນະພັນ ໄດ້ຂຶ້ນນໍາສະເໜີສະພາບລວມຂອງໂຄການປູກໝາກໂກໂກ້ ຜົນໄດ້ຮັບຈາກການທົດລອງປູກຢູ່ເມືອງສັງທອງ ການຕະຫຼາດ ການສົ່ງເສີມປະຊາຊົນທີ່ມີຄວາມສົນໃຈ ວິທີການປູກ ການບົວລະບັດຮັກສາ ການແປຮູບຕ່າງໆ ສະນັ້ນ ຖ້າທ່ານສົນໃຈຢາກປູກໝາກໂກໂກ້ ສາມາດໂທສອບຖາມໄດ້ 5539 6419.

.

 # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!