ສະຫຼອງສອງວັນປະຫວັດສາດ ລາວ ແລະ ຫວຽດນາມຢູ່ນະຄອນໂຮ່ຈີມິງ

    ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (1962-2022) ແລະ ວັນສົນທິສັນຍາ ແລະ ກາານຮ່ວມມືມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ (1977-2022) ຈັດຂຶ້ນວັນທີ 30 ສິງຫາ 2022 ທີ່ນະຄອນໂຮ່ຈິມິງ ສສ ຫວຽນາມ ມີສະຫາຍ ຫງວຽນ ວັນເນນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກຄະນຄອນໂຮ່ຈີມິງ ທ່ານ ອາດສະພັນທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ທ່ານ ວິໄລວົງ ບຸດດາຄໍາ ກຳມະຫານສູນກາງພັກ ເລຂາພັກແຂວງເຈົ້າແຂວງຈຳປາສັກ ການນໍານະຄອນໂຮ່ຈີມິງ ສະຫາຍ ນາງ ພິມພາ ແກ້ວມີໄຊ ກົງສູນໃຫຍ່ລາວປະຈຳນະຄອນໂຮ່ຈີມິງ ບັນດາກົງສູນຕ່າງປະເທດປະຈຳນະຄອນໂຮ່ຈີມິງ ຊາວນະຄອນໂຮ່ຈີມິງ ພະນັກງານ ແລະ ຕາງໜ້ານັກສຶກສາລາວທີ່ສຶກສາຢູ່ນະຄອນໂຮ່ຈີມິງເຂົ້າຮ່ວມ.

    ໃນພິທີສະຫາຍ ຫງວຽນ ວັນເນນ ສະຫາຍ ສັນຕິພາບ ພົມວິຫານ ແລະ ສະຫາຍ ນາງ ພິມພາ ແກ້ວມີໄຊ ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສວ່າ: ໂດຍໄດ້ຍົກໃຫ້ເຫັນສາຍພົວພັນການຮ່ວມມືແບບພິເສດຮອບດ້ານຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃນໄລຍະຜ່ານທີ່ຮ່ວມທຸກຮ່ວມສຸກ ຕີສັດຕູໂຕດຽວກັນຈົນໄດ້ຮັບໄຊຊະນະ ພາຍຫຼັງສອງປະເທດໄດ້ກ້າວເຂົ້າສູ່ສັງກາດໃໝ່ແຫ່ງສັນຕິພາບ ເອກະລາດ ແລະ ການສ້າງສາພັດທະນາສູ່ຄວາມວັດທະນາຖາວອນ ເພື່ອປົກປ້ອງໝາກຜົນຂອງການປະຕິວັດ ແລະ ເປັນພື້ນຖານໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືລາວ-ຫວຽດນາມເຂົ້າສູ່ລວງເລິກ ສອງປະເທດໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືທີ່ນະຄອນຫຼວງວຽງຈັນວັນທີ 18 ກໍລະກົດ 1977 ເຊິ່ງສົນທິສັນຍາດັ່ງກ່າວ ໄດ້ເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການພົວພັນຮ່ວມມືຮອບດ້ານ ທີ່ສອດຄ່ອງກັບຫຼັກການສາກົນຂອງການພົວພັນລະຫວ່າງປະເທດໄດ້ຮັບການຜັນຂະຫຍາຍເຂົ້າສູ່ຕົວຈິງຢ່າງບໍ່ຢຸດຢັ້ງ ແລະ ນັບມື້ມີປະສິດທິຜົນຍິ່ງຂຶ້ນ ເປັນປັດໄຈຊ່ວຍໜູນອັນສໍາຄັນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາຢູ່ສອງປະເທດ ເຖິງວ່າສະພາບການໃນພາກພື້ນ ແລະ ສາກົນສືບຕໍ່ມີການຜັນແປຢ່າງວ່ອງໄວ ສະຫຼັບສັບຊ້ອນ ບວກກັບຄວາມຫຍຸ້ງຍາກຢູ່ພາຍໃນຂອງ 2 ປະເທດ ແຕ່ສາຍພົວພັນພິເສດລາວ-ຫວຽດນາມ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກ ເຊິ່ງສະແດງໃຫ້ເຫັນໃນການພົວພັນດ້ານການເມືອງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດສືບຕໍ່ມີຄວາມໜັກແໜ້ນ ການພົວພັນຮອບດ້ານເສດຖະກິດ-ການຄ້າ ການລົງທຶນ ແລະ ຂະແໜງການຕ່າງໆ ນັບທັງການພົວພັນລະຫວ່າງທ້ອງຖິ່ນຂອງ 2 ປະເທດ ລ້ວນແຕ່ມີຄວາມຄືບໜ້າ ແລະ ພວມນໍາມາຜົນປະໂຫຍດຕົວຈິງແກ່ໃຫ້ທັງ 2 ຝ່າຍ.

    ຈາກມູນເຊື້ອທີ່ການນໍາຮຸ່ນກ່ອນໄດ້ສ້າງໄວ້ ພວກເຮົາຄົນຮຸ່ນຫຼັງໄດ້ສືບຕໍ່ຜັນຂະຫຍາຍມາຮອດທຸກວັນນີ້ ເຊິ່ງການສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມຢູ່ນະຄອນໂຮ່ຈີມິງຄັ້ງນີ້ ເປັນກິດຈະກຳໜຶ່ງເພື່ອເປັນການທົບທວນຫວນຄືນມູນເຊື້ອອັນລໍ້າເລີດຂອງສອງຊາດໃຫ້ຄົນຮຸ່ນຫຼັງໄດ້ສານຕໍ່ ແລະ ສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ນະຄອນໂຮ່ຈີມິງ ນະຄອນຫຼວງວຽງຈັນ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ໄດ້ແຮກສ່ຽວກັນ ໃນຜ່ານມາ ໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີການພົວພັນຮ່ວມມືຫຼາຍຂົງເຂດວຽກງານ ພ້ອມກັນພັດທະນາປະເທດຊາດ ກໍຄືນະຄອນ ແລະ ແຂວງຂອງຕົນຕະຫຼອດມາເຖິງທຸກວັນນີ້.

    ການຈັດຕັ້ງບັນດາກິດຈະກຳ ແລະ ການເຄື່ອນໄຫວສະເຫຼີມສະຫຼອງສອງວັນປະຫວັດສາດປີ 2022 ຈັດໃຫ້ມີຫຼາຍຮູບຫຼາຍສີ ມີເນື້ອໃນ ແລະ ຮູບການທີ່ອຸດົມສົມບູນຈະ ເປັນຂີດໝາຍສໍາຄັນແຫ່ງການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານອັນເປັນມູນເຊື້ອ ຈົ່ງຍືນຍົງຢູ່ກັບພາລະກິດພວກເຮົາຕະຫຼອດໄປ.

    ໃນວັນດຽວກັນ ການນໍານະຄອນໂຮ່ຈີມິງ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ຍັງໄດ້ເຂົ້າວາງກະຕ່າດອກໄມ້ຢູ່ອະນຸສອນປະທານ ໂຮ່ຈີມິງ ແລະ ຢ້ຽມຊົມການ ວາງສະແດງຮູບພາບຢູ່ຫໍວັດທະນະທຳນະຄອນໂຮ່ຈີມິງຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!