ທີມຊາດລາວ ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ ມາເລເຊຍ ບານເຕະຊາຍ ຊີງແຊັມອາຊຽນ 2022

    ຜົນຈັບສະຫຼາກການແຂ່ງຂັນບານເຕະບຊາຍ ຊີງແຊັມອາຊຽນ (AFF Mitsubishi Electric Cup) 2022 ປາກົດວ່າ: ທີມຊາດລາວ ຢູ່ກຸ່ມ B ຮ່ວມກັບທີມຊາດຫວຽດນາມ ແຊັມ 2 ສະໄໝ ທີມຊາດມາເລເຊຍ ແຊັມ 1 ສະໄໝ ທີມຊາດສິງກະໂປ ແຊັມ 4 ສະໄໝ ແລະ ທີມຊາດມຽນມາ ຂະນະທີ່ ກຸ່ມ A ປະກອບມີ: ທີມຊາດໄທ ແຊັມເກົ່າ ທັງເປັນແຊັມສູງສຸດ 6 ສະໄໝ ທີມຊາດອິນໂດເນເຊຍ ຮອງແຊັມຄັ້ງຜ່ານມາ ທີມຊາດຟີລິບປິນ ທີມຊາດກຳປູເຈຍ ແລະ ອີກໜຶ່ງທີມຈາກຮອບໄປ-ກັບ ລະຫວ່າງ ຕີມໍ ເລສເຕ ແລະ ບຣູໄນ.

    ການແຂ່ງຂັນຈະມີຂຶ້ນໃນລະຫວ່າງວັນທີ 23 ທັນວາ 2022 ເຖິງ 15 ມັງກອນ 2023 ເຊິ່ງຮອບແບ່ງກຸ່ມ ແຕ່ລະທີມຈະໄດ້ຫຼິ້ນຢູ່ບ້ານສອງນັດ ແລະ ນອກບ້ານສອງນັດ ເພື່ອບໍ່ໃຫ້ໄດ້ປຽບເສຍປຽບ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມເຂົ້າຮອບ 4 ທີມສຸດທ້າຍ ໂດຍຮອບ 4 ທີມສຸດທ້າຍ ຈະແຂ່ງສອງນັດໄປ-ກັບ ເໝືອນກັບຮອບຊີງຊະນະເລີດ ສ່ວນຮອບໄປ-ກັບເພື່ອຊີງເຂົ້າຮອບແບ່ງກຸ່ມ ລະຫວ່າງ ຕີມໍເລສເຕ ແລະ ບຣູໄນ ແຂ່ງສອງນັດໄປ-ກັບ ເພື່ອຄັດເອົາໜຶ່ງທີມເຂົ້າຮອບແບ່ງກຸ່ມຕໍ່ໄປ.

    ສໍາລັບທີມຊາດລາວ ເຂົ້າຮ່ວມ 12 ຄັ້ງກ່ອນໜ້ານີ້ ຍັງບໍ່ສາມາດຜ່ານເຂົ້າເຖິງຮອບ 4 ທີມສຸດທ້າຍ ລົງຫຼິ້ນ 41 ນັດ ຊະນະ 2 ສະເໝີ 5 ເສຍ 34 ຍິງໄດ້ 30 ປະຕູ ເສຍ 155 ປະຕູ ຄັ້ງນີ້ ເປັນອີກໜຶ່ງຄັ້ງທີ່ທ້າທາຍຂອງທີມຊາດລາວ ເພື່ອສູ້ຊົນເຮັດຜົນງານໃຫ້ດີທີ່ສຸດ ແລະ ມີຜົນງານທີ່ດີຂຶ້ນ.

# ຂ່າວ – ພາບ :  ສີພອນ

error: Content is protected !!