ສ້າງຄວາມເຂັ້ມແຂງການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ ໃນການພັດທະນາພື້ນຖານໂຄງລ່າງ

    ໂຄງການປັບປຸງການລົງທຶນທີ່ມີຄຸນນະພາບ ເພື່ອບັນລຸເປົ້າໝາຍການພັດທະນາແບບຢືນຍົງ (PEA) ຂອງ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ແລະ ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ຈັດການເຝິກອົບຮົມກ່ຽວກັບຂັ້ນຕອນການດຳເນີນງານແບບມາດຕະຖານ ແລະ ຄູ່ມືການສ້າງບົດສະເໜີເບື້ອງຕົ້ນ ໂຄງການໂດຍພາກລັດ ຂອງການລົງທຶນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ (PPP) ລະຫວ່າງວັນທີ 29-31 ສິງຫາ 2022 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຮ່ວມຂອງທ່ານນາງ ທະວີຈັນ ທ່ຽງເທບວົງສາ ຮອງຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ທ່ານນາງ Ricarda Reiger ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາ ສປປ ລາວ.

    ການເຝິກອົບຮົມຄັ້ງນີ້ ມີຕາງໜ້າຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນທັງໝົດຈຳນວນ 45 ທ່ານ ໃນການເຝິກອົບຮົບ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນຕົວຈິງກ່ຽວກັບພື້ນຖານໃນການຄົ້ນຄວ້າ ອອກແບບ ແລະ ການສ້າງບົດສະເໜີເບື້ອງຕົ້ນ ແລະ ຂັ້ນຕອນການດໍາເນີນງານຂອງໂຄງການລົງທຶນຮ່ວມ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການລົງທຶນຮ່ວມໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

    ທ່ານ ນາງ ທະວີຈັນ ທ່ຽງເທບວົງສາ ກ່າວວ່າ: ການຝຶກອົບຮົບໃນຄັ້ງນີ້ ຈະເປັນການສ້າງຄວາມເຂົ້າໃຈ ກ່ຽວກັບຂັ້ນຕອນການດໍາເນີນງານຂອງວຽກງານການລົງທຶນຮ່ວມ PPP ທີ່ເປັນມາດຕະຖານເອກະພາບ (SOP) ເປັນການຍົກລະດັບຄວາມຮູ້ຄວາມສາມາດໃນການຄົ້ນຄວ້າ ອອກແບບ ແລະ ສ້າງບົດສະເໜີເບື້ອງຕົ້ນ ຂອງໂຄງການລົງທຶນຮ່ວມ ເພື່ອໃຫ້ສາມາດກຳນົດໄດ້ມາດຕະຖານ ເງື່ອນໄຂ ຮູບການລົງທຶນ ອາຍຸໂຄງການ ຜົນໄດ້ຮັບທາງການເງິນ ຜົນໄດ້ຮັບທາງສັງຄົມ ຄາດຄະເນຄວາມສ່ຽງທີ່ອາດເກີດຂື້ນ ການແບ່ງຄວາມຮັບຜິດຊອບ ຄວາມສ່ຽງ ແລະ ຜົນປະໂຫຍດລະຫວ່າງພາກລັດ ແລະ ພາກເອກະຊົນ ຕະຫຼອດໄລຍະໂຄງການ ຢ່າງມີປະສິດທິພາບ ແລະ ສາມາດດຶງດູດການລົງທຶນໄດ້.

    ທ່ານ ນາງ Ricarda Reiger ໃຫ້ຄໍາເຫັນວ່າ: ເພື່ອບັນລຸເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍື່ນຍົງ (SDGs) ພາກລັດ ແລະ ພາກເອກະຊົນ ຈຳເປັນຕ້ອງຮ່ວມກັນສ້າງ ແລະ ນໍາໃຊ້ຄວາມເຂັ້ມແຂງຂອງແຕ່ລະຝ່າຍ ໃນການຮ່ວມມືກັນຮູບໃນຮູບແບບການລົງທຶນຮ່ວມ ຈຸດປະສົງຫຼັກຂອງໂຄງການລົງທຶນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ (PPP) ແມ່ນການສ້າງຜົນໄດ້ຮັບທີ່ເປັນປະໂຫຍດຕໍ່ປະຊາຊົນ ປັບຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດສ້າງວຽກເຮັດງານທຳ ແລະ ປັບປຸງຄຸນນະພາບຊີວິດ.

error: Content is protected !!