ປະຊາຊົນສະເໜີ 3 ບັນຫາໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນແກ້ໄຂ

     ແສະພາແຫ່ງຊາດ ຮອງປະທານຄະນະສະມາຊິກສະພາແຫ່ງຊາດຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ທ່ານ ບຸນທະວີ ສີແສນດີ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ຮອງຫົວໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໄດ້ລົງພົບປະປະຊາຊົນຜູ້ມີສິດລືອກຕັ້ງກຸ່ມດົງກະລຶມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຢູ່ທີ່ຫ້ອງການປົກຄອງບ້ານທ່າເດືອສິງຫອມ ມີທ່ານ ພູວຽງ ບຸດມີໄຊ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງປາກງື່ມ ຜູ້ຊີ້ນໍາກຸ່ມດົງກະລຶມ ທ່ານ ຊ້ວານ ແກ້ວຕາ ຄະນະພັກຮາກຖານກຸ່ມດົງກະລຶມ ເລຂາພັກບ້ານ ນາຍບ້ານດອນວັງໂພ ຕະຫຼອດຮອດຄະນະອໍານາດການປົກຄອງ ແລະ ປະຊາຊົນ3 ບ້ານຄື: ບ້ານທ່າເດື່ອສິງຫອມ ຖິ່ນທ່ຽງ ແລະ ບ້ານດົງສານເຂົ້າຮ່ວມ.

    ການລົງພົບປະຊາຊົນຜູ້ມີສິດເລືອກຕັ້ງຄັ້ງນີ້ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກຮ່ວມກັບໂຄງການເຊມາອຸນ ຢູ່ບ້ານທ່າເດື່ອສິງຫອມ ແຕ່ປີ 2018-2021 ຈາກທ່ານ ຈັນທະລາ ພອນວິໄລ ຮອງນາຍບ້ານທ່າເດື່ອສິງຫອມ ພາຍຫຼັງທີ່ຮັບຟັງການລາຍງານສໍາເລັດ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນກໍ່ໄດ້ຜັດປ່ຽນກັນເຜີຍແຜ່ຜົນສໍາເລັດກອງປະຊຸມສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະພາປະຊຸມສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ຈາກນັ້ນ ໄດ້ເປີດໂອກາດໃຫ້ປະຊາຊົນຜູ້ມີສິດເລືອກຕັ້ງມີຄໍາຄິດເຫັນແລກປ່ຽນ ແລະ ສະເໜີກ່ຽວກັບບັນຫາທີ່ຕົນມີຄວາມຂັດຂ້ອງໝອງໃຈຕ່າງໆ ເພື່ອນໍາໄປສະເໜີຕໍ່ອົງການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂ ບັນຫາທີ່ປະຊາຊົນສະເໜີ ປະກອບມີ ປະຊາຊົນບ້ານຖິ່ນທ່ຽງ ສະເໜີໃຫ້ສ້ອມແປງຈັກສູບນໍ້າເປ່ເພ ຄອງຊົນລະປະທານໃຊ້ການບໍ່ໄດ້ ເຮັດໃຫ້ປະຊາຊົນຈໍານວນ 6 ບ້ານບໍ່ສາມາດທຳການຜະລິດໄດ້ດີເທົ່າທີ່ຄວນ ປະຊາຊົນບ້ານດົງສານ ສະເໜີໃຫ້ເບິ່ງຄືນລາຄາສິນຄ້າທີ່ນຳໃຊ້ເຂົ້າໃນການຜະລິດກະສິກຳ ເປັນຕົ້ນ: ປຸ໋ຍ ພັນພືດທີ່ມີລາຄາສູງຂຶ້ນ ເຮັດໃຫ້ພໍ່ແມ່ປະຊາຊົນຈຳນວນໜຶ່ງມີແນວຄິດທໍ້ຖອຍ ແລະ ຫັນໄປປະກອບອາຊີບອື່ນ ແລະ ປະຊາຊົນບ້ານທ່າເດື່ອສິງຫອມ ສະເໜີຕໍ່ກັບບັນຫາເງິນເຟີ້ທີ່ເພີ່ມຂຶ້ນສູງ ເຮັດໃຫ້ລາຄາສິນຄ້າ ແລະ ບໍລິການເພີ່ມຂຶ້ນ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ.

.ຂ່າວ – ພາບ :  ຂັນທະວີ

error: Content is protected !!