ຊາວໜຸ່ມເມືອງສີໂຄດ ເອົາໃຈໃສ່ການເຄືຶ່ອນໄຫວວຽກງານແຕ່ລະດ້ານ

     ກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວວຽກງານຊາວໜຸ່ມ-ເຍົາວະຊົນ ປະຈຳ 9 ເດືອນຕົ້ນປີ 2022 ແລະ ທິດທາງແຜນການປະຈຳ 3 ເດືອນທ້າຍປີ 2022 ຂອງຄະນະບໍລິຫານງານຊາວໜຸ່ມເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 30 ສິງຫາ 2022 ຢູ່ສະໂມສອນເມືອງດັ່ງກ່າວ ໂດຍເປັນປະທານຂອງທ່ານ ບຸນເຖິງ ວັນນະມະຫາໄຊ ຄະນະປະຈຳພັກເມືອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ມີທ່ານ ພັນປະສົງ ໄຊຍະວົງສາ ຮອງເລຂາຊາວໜຸ່ມ ນວ ທ່ານ ນາງ ສີດາ ເພັງພົງສະຫວັດ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງສີໂຄດຕະບອງ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ນາງ ສີດາ ເພັງພົງສະຫວັດ ກ່າວວ່າ: ໄລຍະຜ່ານມາ ຄະນະບໍລິຫານງານຊາວໜຸ່ມເມືອງສີໂຄດຕະບອງ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມເປັນຫຼັກ  ສະແດງອອກໃນການເຄື່ອນໄຫວວຽກງານວິຊາສະເພາະແຕ່ລະດ້ານມີຜົນສຳເລັດ ເປັນຕົ້ນ ໄດ້ປະສານສົມທົບກັບຄະນະບໍລິຫານງານຊາວໜຸ່ມ ນວ ເປີດກອງປະຊຸມຂະບວນການວຽກງານຂັ້ນຮາກຖານ ຕິດພັນວຽກງານຕ້້ານ ແລະ ສະກັນກັ້ນປາກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມຢູ່ບ້ານໜອງດ້ວງໃຕ້ ແລະ ບ້ານໂພນສົມບູນ ມີຜູ້ເຂົ້າຮ່ວມ 80 ຄົນ ຮ່ວມປະເມີນບ້ານແບບຢ່າງປະຕິບັດກົດໝາຍຂອງອົງການປົກຄອງບ້ານໄດ້ 2 ເຂດ ຄັດເລືອກຜົນງານບັ້ນຂະບວນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ປີ 2020-2021 ທົບທວນຄືນເອກະສານດຳລັດເລກທີ 348/ລບ ແລະ ບົດແນະນໍາສະບັບເລກທີ 0830/ກປ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທັງໄດ້ເຂົ້າຮ່ວມເຜີຍແຜ່ເອກະສານສຳຄັນອື່ນໆຂອງຂັ້ນເທິງ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ສະມາຊິກຊາວໜຸ່ມແຕ່ຂັ້ນຂອງເມືອງມີຄວາມຮູ້ຢ່າງເລີກເຊິ່ງ ດ້ານວຽກງານການຈັດຕັ້ງຊາວໜຸ່ມ ສາມາດປັບປຸງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວໄດ້ 17 ຮາກຖານ ຂະຫຍາຍໄດ້ 3 ຮາກຖານໂຮງຮຽນເອກະຊົນ  ສາມາດຂະຫຍາຍມະຫາຊົນກ້າວໜ້າເປັນສະມາຊິກຊາວໜຸ່ມປະຈຳປີ 2022 ໄດ້ 756 ຄົນ ຍິງ 424 ຄົນ   ປັດຈຸບັນທົ່ວເມືອງສີໂຄດຕະບອງ ມີໜ່ວຍສະມາຊິກຊາວໜຸ່ມອາສາສະໝັກຂັ້ນບ້ານ ແລະ ຊາວໜຸ່ມພັດທະນາຊຸມຊົນຂັ້ນບ້ານ ທັງໝົດ 23 ຮາກຖານ ມີສະມາຊິກ 369 ຄົນ ຍິງ 182 ຄົນ.

    ສຳລັບທິດທາງແຜນການຕໍ່ໜ້າສືບຕໍ່ສືບຕໍ່ດຳເນີນຊີວິດການເມືອງໃຫ້ຄະນະບໍລິຫານງານຊາວໜຸ່ມບ້ານການຈັດຕັ້ງໃຫ້ເຂັ້ນແຂງ.ຫ້ອງການ ແລະ ໂຮງຮຽນ ປັບປຸງສືບຕໍ່ຂະຫຍາຍສະມາຊິກຊາວໜຸ່ມ ປປລ ເພື່ອຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ຮັບເອົາຜູ້ທີ່ມີເງື່ອນໄຂດີເດັ່ນ ເຂົ້າໃນອົງການຈັດຕັ້ງ ເພື່ອຈັດເຂົ້າເປັນສະມາຊິກພັກ ວຽກງານຂະບວນການຊາວໜຸ່ມ-ເຍົາວະຊົນ ສືບຕໍ່ລົງຊຸກຍູ້ວຽກງານສ້າງອາສາສະໝັກຊາວໜຸ່ມພັດທະນາຊຸມຊົນຂັ້ນບ້ານ ໃຫ້ສຳເລັດ 10 ບ້ານເພື່ອບັນລຸມະຕິກອງປະຊຸມໃຫຍ່ ຄັ້ງທີ່ VII ຂອງອົງຄະນະພັກເມືອງວາງອອກ ສືບຕໍ່ເຜີຍແຜ່ກົດລະບຽບ ຄຳສອນ 6 ຮັກ 3 ຊັງ ຂໍ້ແຂ່ງຂັນ 3 ດີ 4 ຮູ້ ເພື່ອສຶກສາໃຫ້ສະມາຊິກ ເຍົາວະຊົນ-ອະນຸຊົນ ຮັບຮູ້ເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນ ໃນການນໍາໄປປະຕິບັດໃຫ້ເກີດຜົນ ສືບຕໍ່ຂະຫຍາຍສະມາຊິກເຍົາວະຊົນ-ອະນຸຊົນເພື່ອຮັບປະກັນທາງດ້ານປະລິມານ ຄຸນະພາບແລະ ຮັບເອົາຜູ້ດີ່ເດັ່ນ ເຂົ້າອົງການຈັດຕັ້ງເພື່ອຈັດເຂົ້າເປັນສະມາຊິກກອງເຍົາວະຊົນທັນວາ ແລະ ອື່ນໆ.

  ນອກນີ້ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາຄິດເຫັນໃສ່ບົດສະຫຼຸບກ່ຽວກັບການນຳພາປະຕິບັດມາດຕະຖານຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນຂົງເຂດຊາວໜຸ່ມໃນຖັນແຖວກຳລັງປະກອບອາວຸດ ປະກອບຄໍາເຫັນກ່ຽວກັບການນໍາພາປັບປຸງການຈັດຕັ້ງຊາວໜຸ່ມ-ເຍົາວະຊົນຂອງໂຮງຮຽນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ລວມທັງການປະກອບສ່ວນຂອງຄະນະຊາວໜຸ່ມຊ່ວຍວຽກຄະນະພັກອົງການປົກຄອງເມືອງໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຮັບຟັງການເຜີຍແຜ່ເອກະສານມູນເຊື້ອປິສາມັກຄີມິຕະພາບລາວ-ຫວຽດນາມ ວັນສົນທິສັນຍາມິຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຫວຽດນາມຄົບຮອບ 60 ປີ ເພື່ອສ້າງຄວາມເຂົ້າໃຈໃຫ້ສະມາຊິກຊາວໜຸ່ມແຕ່ລະຂັ້ນຂອງເມືອງຕື່ມອີກ.

# ຂ່າວ – ພາບ : ລັດເວລາ

error: Content is protected !!