ທ່ານຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານຢູ່ແຂວງຊຽງຂວາງ

    ໃນລະຫວ່າງວັນທີ 25-26 ສິງຫາ 2022 ຜ່ານມາ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານຢູ່ແຂວງຊຽງຂວາງ ໂດຍສະເພາະ ການກະກຽມຄວາມພ້ອມໃຫ້ແກ່ການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ໃນທ້າຍປີ 2022 ນີ້ ເຊິ່ງໃນການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກ ມີທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ. 

    ທ່ານ ບຸນຈັນ ສີວົງພັນ ໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2022 ແລະ ການກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ປັດຈຸບັນ ທົ່ວແຂວງສືບຕໍ່ມີຄວາມສະຫງົບໂດຍພື້ນຖານ ເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ຊີວິດການເປັນຢູ່ຂອງພະນັກງານ ທະຫານ ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ນັບມື້ໄດ້ຮັບການປັບປຸງດີຂຶ້ນ ຄາດຄະເນໝົດປີ ເສດຖະກິດຈະຂະຫຍາຍຕົວ 4,2% ລາຍຮັບສະເລ່ຍຕໍ່ຫົວຄົນ 17,3 ລ້ານກີບຕໍ່ຄົນຕໍ່ປີ ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 33% ຂອງແຜນການປີ ແຜນລາຍຈ່າຍ ປະຕິບັດໄດ້ 41% ຂອງແຜນການປີ ການລະດົມທຶນທົ່ວສັງຄົມໄດ້ 35% ຂອງແຜນການປີ ສາມາດດຶງດູດນັກທ່ອງທ່ຽວໄດ້ 31% ຂອງແຜນການປີ ອັນພົ້ນເດັ່ນແມ່ນການປູກພືດ ແລະ ລ້ຽງສັດໃຫຍ່ ສາມາດປະຕິບັດໄດ້ລື່ນແຜນການ 11% ການສົ່ງອອກສິນຄ້າ ສາມາດປະຕິບັດໄດ້ 88% ຂອງແຜນການປີ ການພັດທະນາສີມືແຮງງານ ປະຕິບັດໄດ້ 63% ຂອງແຜນການປີ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ກາຍເປັນຮູບປະທຳ ໄດ້ຮັບຜົນດີ ແລະ ມີປະສິດທິຜົນຫຼາຍຂຶ້ນເປັນກ້າວໆ. 

    ໃນໂອກາດເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງຊຽງຂວາງຄັ້ງນີ້ ຄະນະຂອງທ່ານຮອງນາຍົກລັດຖະ ມົນຕີ ຍັງໄດ້ໄປກວດກາເບິ່ງຄວາມພ້ອມດ້ານພື້ນຖານໂຄງລ່າງ ຮັບໃຊ້ການແຂ່ງຂັນກີລາແຫ່ງຊາດ ຄັ້ງທີ XI ໂດຍສະເພາະ ສະໜາມກິລາປະເພດຕ່າງໆ ສະຖານທີ່ພັກເຊົາຂອງຄະນະນັກກິລາ ນອກຈາກນັ້ນ ຍັງໄດ້ໄປກວດກາເບິ່ງໂຄງການກໍ່ສ້າງພະເຈົ້າອົງຫຼວງ ໂຮງງານຂ້າສັດທັນສະໄໝ ແລະ ໂຮງງານປຸງແຕ່ງຫີນອ່ອນຕື່ມອີກ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!