ໄຂການນໍາໃຊ້ໂຄງການເຂື່ອນໄຟຟ້ານໍ້າງື່ມ-1 ພາກຂະຫຍາຍ

    ວັນທີ 27 ສິງຫາ 2022 ທີ່ເຂື່ອນໄຟຟ້ານໍ້າງື່ມ-1 ໄດ້ມີພິທີໄຂການນໍາໃຊ້ໂຄງການເຂື່ອນໄຟຟ້ານໍ້າງື່ມ-1 ພາກຂະຫຍາຍ ຈັກເບີ 6 ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປະລິນຍາເອກ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ  ທ່ານ ປະລິນຍາເອກ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ Kenichi Kobayashi ເອກອັກຄະລັດສະທູດແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມດ້ວຍການນຳແຂວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂື່ອນໄຟຟ້ານໍ້າງື່ມ -1 ພາກຂະຫຍາຍ ມີກຳລັງຕິດຕັ້ງ 40 ເມກາວັດ ຕັ້ງຢູ່ ບ້ານແສງສະຫວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ.​

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!