ລົງນາມສຳຫຼວດໂຄງການກໍ່ສ້າງສູນພັດທະນາສືມືແຮງງານແຂວງອຸດົມໄຊ

    ພິທີລົງນາມບົດບັນທຶກຜົນການສຳຫຼວດດ້ານວິຊາການ ຂອງໂຄງການຊ່ວຍເຫຼືອການກໍ່ສ້າງສູນພັດທະນາສືມືແຮງງານແຂວງອຸດົມໄຊ ລະຫວ່າງສູນພັດທະນາສືມືແຮງງານ ແລະ ບໍລິສັດສະຖາປັດການອອກແບບ-ຄົ້ນຄວ້າວິສະວະກຳກົນຈັກເລກ 6 ຈຳກັດ ແລະ ກຸ່ມບໍລິສັດທີ່ປຶກສາການກໍ່ສ້າງຈົ່ງຊຶ້ງສາກົນ ຈຳກັດ ຈັດຂຶ້ນວັນທີ 24 ສິງຫາ 2022 ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສືມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານ Zhang Junping ຫົວໜ້າທີມງານຮັບຜິດຊອບໂຄງການຊ່ວຍເຫຼືອການກໍ່ສ້າງສູນພັດທະນາສືມືແຮງງານແຂວງອຸດົມໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ພົງຊັກໄຊ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍ.

    ບົດບັນທຶກຜົນການສໍາຫຼວດດ້ານວິຊາການ ຂອງໂຄງການຊ່ວຍເຫຼືອການກໍ່ສ້າງສູນພັດທະນາສີມືແຮງງານແຂວງອຸດົມໄຊ ອີງຕາມເນື້ອໃນຂອງການແລກປ່ຽນລະຫວ່າງລັດຖະບານ ສປ ຈີນ ແລະ ລັດຖະບານ ສປປ ລາວໃນປີ 2021 ລັດຖະບານ ສປ ຈີນ ເຫັນດີໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງສູນພັດທະນາສີມືແຮງງານແຂວງອຸດົມໄຊ ໂດຍລັດຖະບານຈີນໄດ້ມອບໃຫ້ບໍລິສັດສະຖາບັນການອອກແບບ-ຄົ້ນຄ້ວາວິສະວະກໍາກົນຈັກ ເລກ 6 ຈໍາກັດ ແລະ ກຸ່ມບໍລິສັດທີ່ປຶກສາການກໍ່ສ້າງຈົ່ງຊຶ້ງສາກົນ ຈໍາກັດ ເປັນໜ່ວຍງານຮ່ວມເພື່ອຮັບຜິດຊອບໂຄງການດັ່ງກ່າວ ນັບແຕ່ທ້າຍເດືອນກໍລະກົດ 2022 ຫາທ້າຍເດືອນສິງຫານີ້ ໄດ້ດໍາເນີນການສໍາຫຼວດສະຖານທີ່ກໍ່ສ້າງໂຄງການຕົວຈິງ ແລະ ໂຄງການດັ່ງກ່າວ ລັດຖະບານລາວໄດ້ມອບໃຫ້ສະຖາບັນພັດທະນາສີມືແຮງງານ ກະຊວງ ຮສສ ເປັນຜູ້ຮັບຜິດຊອບ ຜ່ານການປຶກສາຫາລື ໄດ້ເຫັນດີເປັນເອກະພາບກັນກ່ຽວກັບວຽກງານການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອການກໍ່ສ້າງສູນພັດທະນາສີມືແຮງງານ ແຂວງອຸດົມໄຊ. ໂຄງການດັ່ງກ່າວ ຕັ້ງຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ພື້ນທີ່ກໍ່ສ້າງໂຄງການປະກອບມີອາຄານປະຕິບັດຕົວຈິງ 1 ຫຼັງ ຫ້ອງນ້ໍາລວມ ອ່າງເກັບນ້ໍາ ແລະ ປ້ອມຍາມ 1 ຫຼັງ ສິ່ງອໍານວຍຄວາມສະດວກອ້ອມຂ້າງ ແລະ ປະກອບມີອາຄານຫ້ອງການ ອາຄານຫ້ອງຮຽນທິດສະດີ ອາຄານຫ້ອງເຝິກປະຕິບັດ ອາຄານຫໍພັກຍິງ ຫໍພັກຊາຍ ຫໍພັກຄູ-ອາຈານ ໂຮງອາຫານ ສາງເກັບມ້ຽນອຸປະກອນຕ່າງໆ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!