ລາວ-ຈີນ ຮ່ວມກັນສົ່ງເສີມວຽກງານກະສິກຳເພື່ອສົ່ງອອກໃຫ້ບັນລຸໄດ້ 1 ລ້ານໂຕນຕໍ່ປີ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືສ້າງໂຄງການ “ໜຶ່ງທາງ ສອງເຂດ” ແລະ ພິທີມອບ-ຮັບ ການຊ່ວຍເຫຼືອລ້າເຄື່ອງກົນຈັກກະສິກຳ ລະຫວ່າງກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ອົງການປົກຄອງປະຊາຊົນແຂວງຫູໜານ ສປ ຈີນ ຈັດຂຶ້ນວັນທີ 26 ສິງຫານີ້ 2022 (ຜ່ານລະບົບເຊິ່ງໜ້າ ແລະ ທາງໄກ) ທີ່ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມລົງນາມໂດຍທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ເຮີ ເບົ້າສຽງ ຮອງເຈົ້າແຂວງອົງການປົກຄອງປະຊາຊົນແຂວງຫູໜານ ມີທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ທ່ານ Mao Wei Ming ເຈົ້າແຂວງອົງການປົກຄອງປະຊາຊົນແຂວງຫູໜານ ສປ ຈີນ ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ແລະ ຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ສອງຝ່າຍຈະສ້າງຊ່ອງທາງການພັດທະນາກະສິກໍາແບບສີຂຽວລະຫວ່າງແຂວງຫູໜານ-ລາວ ຕາມວິທີການຄ້າສາກົນໃໝ່ ຜະລິດຕະພັນກະສິກໍາ ໂດຍຜ່ານຂະບວນຂົນສົ່ງທາງລົດໄຟແຂວງຫູໜານ-ລາວ ເພື່ອບັນລຸເປົ້າໝາຍການສົ່ງອອກສິນຄ້າກະສິກໍາຂອງລາວໄປແຂວງຫູໜານໄດ້ 1 ລ້ານໂຕນຕໍ່ປີ ພາຍໃນໄລຍະເວລາ 5 ປີຂອງບົດບັນທຶກສະບັບນີ້.

   ນອກຈາກນີ້ ທ່ານ He Baoxiang ຕາງໜ້າອົງການປົກຄອງແຂວງຫູໜານ ມອບເຄື່ອງກົງຈັກກະສິກຳ ຊ່ວຍເຫຼືອລ້າໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ເພື່ອເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງແຂວງຫູໜານກັບ ສປປ ລາວ ປະກອບສ່ວນເຂົ້າໃນວຽກງານການຫຼຸດຜ່ອນຄວາມທຸກຍາກ ຊຸກຍູ້ການສ້າງສາພັດທະນາຄູ່ຮ່ວມຊະຕາກຳສອງຊາດລາວ-ຈີນ ຕາງໜ້າຮັບໂດຍທ່ານ ນາງ ຄໍາເພົາ ເອີນທະວັນ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!