ປະທານ ສນຊ ພົບປະໂອ້ລົມອົງການພຸດທະສາສະໜາ

    ວັນທີ 24 ສິງຫາ 2022 ຜ່ານມາ ທີ່ຫໍທໍາມະສະພາ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ພົບປະກັບຄະນະກໍາມະການບໍລິຫານງານສູນກາງອົງການພຸດທະສາສະໜາ ສໍາພັນແຫ່ງ ສປປ ລາວ ເຂົ້າຮ່ວມຂອງພະອາຈານໃຫຍ່ມະຫາ ບຸນມາ ສິມມາພົມ ປະທານສູນກາງ ອພສ ພະອາຈານໃຫຍ່ ມະຫາ ເຫວດ ມະເສໄນ ຮອງປະທານສູນກາງ ອພສ ມີບັນດາທ່ານຮອງປະທານ ສນຊ ກໍາມະການ ສນຊ ມີຜູ້ຕາງໜ້າຈາກກະຊວງພາຍໃນ ກະຊວງປ້ອງກັນຄວາມສະຫງົບ ພະສົງ-ສາມະເນນ ເຂົ້າຮ່ວມ.

    ໂອກາດນີ້ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຂອງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ສະໄໝທີ VII ແມ່ນອົງການບໍລິຫານສູງສຸດໃນລະບົບການຈັດຕັ້ງພະພຸດທະສາສະໜາຢູ່ ສປປ ລາວ ມີພາລະບົດບາດໃນການຄຸ້ມຄອງບໍລິຫານ ການປົກຄອງສົງ ການສຶກສາສົງ ການເຜີຍແຜ່ສິນລະທໍາ ແລະ ປະຕິບັດກໍາມະຖານ ສາທາຣະນຸປະການ ການຕ່າງປະເທດ ການຈັດຕັ້ງປະຕິບັດພຣະທໍາມະວິໄນ ລວມທັງການເຕົ້າໂຮມຄວາມສາມັກຄີພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ການພົວພັນສາກົນກ່ຽວກັບສາສະໜາ ພ້ອມກັນປະກອບສ່ວນຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ.

    ທ່ານ ປະທານ ສນຊ ໄດ້ໃຫ້ຮູ້ວ່າ ເພື່ອເປັນການເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ເຕົ້າໂຮມກໍາລັງແຮງຂອງປະຊາຊົນທຸກຊັ້ນຄົນ ປະກອບສ່ວນຢ່າງແຂງແຮງ ເຂົ້າໃນພາລະກິດປົກປັກຮັກສາ-ສ້າງສາປະເທດຊາດ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ບັນລຸຜົນເປັນຈິງ ພວກເຮົາຄວນເປັນຫຼັກແຫຼ່ງການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ເປັນປັດໄຈພື້ນຖານ ແລະ ຮັກສາສະຖຽນລະພາບທາງການເມືອງ ຄວາມສະຫງົບທາງສັງຄົມ ກໍຄືການສ້າງສາພັດທະນາປະເທດຊາດ ຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນລາວ ແລະ ທຸກຊັ້ນຄົນ ພາຍໃຕ້ການນໍາພາຂອງພັກ ທ່ານຍັງໄດ້ເນັ້ນບາງເນື້ອໃນກ່ຽວກັບການເຜີຍແຜ່ສິນລະທໍາ ນັກເທດສາສະໜາໃຫ້ຖືກຕ້ອງຕາມກົດໝາຍ ແລະ ຫຼັກທໍາ ຄໍາສອນ ຂອງສາສະໜາ ໃຫ້ສອດຄ່ອງກັບດໍາລັດ 315/ນຍ ນອກຈາກນີ້ ທ່ານຍັງໄດ້ໃຫ້ຮູ້ວ່າ: ໃນເວລາທີ່ປະເທດເຮົາພົບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເງິນເຟີ້ ນໍ້າມັນແພງ ຄ່າຄອງຊີບສູງ ທີ່ໄດ້ສ້າງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ສະນັ້ນ ພວກເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໃນວົງຄະນາຍາດແຫ່ງຊາດລາວ ເປັນຈິດໜຶ່ງໃຈດຽວທົ່ວພັກ ທົ່ວປວງຊົນບັນດາເຜົ່າ ບົນຈິດໃຈເພີ່ມທະວີນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນຢ່າງດູດດື່ມ ດ້ວຍການປະພຶດ ດ້ວຍການກະທໍາ ແລະ ດ້ວຍຄວາມຕື່ນຕົວ ເສຍສະຫຼະແຮງກາຍແຮງໃຈ ສະຕິປັນຍາຂອງຕົນເພື່ອປະກອບສ່ວນຊອກທາງອອກ ຊອກທາງແກ້ໄຂ ພ້ອມກັນອົດກັ້ນ ອົດທົນ ຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວໃຫ້ໄດ້ຮັບຜົນສໍາເລັດ.

error: Content is protected !!