ຍົກສູງວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ອອກແຮງງານ

    ກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ ຈັດກອງປະຊຸມວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານທົ່ວປະເທດຂຶ້ນລະຫວ່າງວັນທີ 23-24 ສິງຫາ 2022 ໃນຮູບແບບທາງໄກ ໂດຍມີທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ທ່ານ ນາງ ຈັນເພັນ ມະນີແສງ ຫົວໜ້າກົມປົກປ້ອງແຮງງານ ສກລ ມີບັນດາທ່ານຫົວໜ້າກົມ ຮອງຫົວໜ້າກົມ ຫົວໜ້າພະແນກ ຮອງຫົວໜ້າພະແນກ ສະຫະພັນກຳມະບານແຂວງ ກະຊວງ ອົງການ ກຳມະບານຮາກຖານ ສ່ວນສູນກາງແນວລາວສ້າງຊາດ (ສນຊ) ມີທ່ານ ຄໍາຢາດ ຣາຊດາວົງ ຄະນະປະຈຳ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານປະທານຄະນະບໍລິຫານງານສະຫະພັນກຳມະບານ ສນຊ ພ້ອມດ້ວຍສະມາຊິກກຳມະບານ ສນຊ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ

    ກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີໂຄງການຜັນຂະຫຍາຍແຜນພັດທະນາວຽກງານກຳມະບານ 5 ປີ ຄັ້ງທີ IV (2021-2025) ໂດຍສະເພາະແມ່ນແຜນງານທີ 4 ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ ກຳມະກອນ ແລະ ຜູ້ອອກແຮງງານ ສະບັບເລກທີ 410/ສກລ ຮັບຟັງການນຳສະເໜີການຈັດຕັ້ງປະຕິບັດວຽກງານປົກປ້ອງແຮງງານ ໃນໄລຍະປີ 2021 ຫາເດືອນ ມີຖູນາ 2022 ຈາກບັນດາສະຫະພັນກຳມະບານແຕ່ລະຂັ້ນ ພ້ອມນີ້ ໄດ້ຮັບຟັງການນຳສະເໜີຮ່າງເອກະສານກ່ຽວກັບການແບ່ງຕົວເລກກ່ຽວກັບການຈັດຕັ້ງປະຕິບັດໂຄງການຜັນຂະຫຍາຍ ແລະ ພັດທະນາວຽກງານກຳມະບານ 5 ປີ ຄັ້ງທີ IV ໂດຍແມ່ນວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ ກຳມະກອນ ແລະ ຜູ້ອອກແຮງງານ ໃຫ້ສະຫະພັນກຳມະບານກະຊວງ ແລະ ຂັ້ນແຂວງ ເພື່ອຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການທີ່ວາງໄວ້.

   ໂອກາດນີ້ ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານ ສກລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫະພັນກຳມະບານແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ ກຳມະກອນ ແລະ ຜູ້ອອກແຮງງານໃນໄລຍະຜ່ານມາ ພ້ອມນີ້ ທ່ານກໍໄດ້ເນັ້ນໜັກບາງບັນຫາວ່າ: ໃຫ້ເພີ່ມທະວີຄວາມຄວາມເປັນເຈົ້າການຈັດຕັ້ງປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງສະຫະພັນກຳມະບານລາວ ໃນການເສີມຂະຫຍາຍວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະບານມີຄວາມຮັບຮູ້ ເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດຢ່າງເລິກເຊິ່ງ ຊຸກຍູ້ສົ່ງເສີມດ້ານສີມືແຮງງານ ເພື່ອພັດທະນາແຮງງານລາວໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງຫົວໜ່ວຍການຜະລິດ ຄຽງຄູ່ກັບການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ ໃນລະບົບ ແລະ ນອກລະບົບ ໃຫ້ທົ່ວເຖິງ.

error: Content is protected !!