ວາງສະແດງຮູບພາບການພົວພັນຮ່ວມມືພິເສດ ຮອບດ້ານ ກະຊວງ ປກສ ລາວ-ຫວຽດນາມ

    ໃນວັນທີ 25 ສິງຫາ 2022 ສອງກະຊວງປ້ອງກັນຄວາມລະຫງົບ ລາວ-ຫວຽດນາມ ຈັດງານວາງສະແດງຮູບພາບ ການພົວພັນຮ່ວມມືພິເສດ ຮອບດ້ານ ລະຫວ່າງສອງຝ່າຍ ຂຶ້ນທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ສະຫາຍ ພົນເອກ ໂຕ ເລິມ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສສ ຫວຽດນາມ ມີຄະນະນໍາຂັ້ນສູງ ພະນັກງານກ່ຽວຂ້ອງ ຂອງສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ເຂົ້າຮ່ວມ.

    ການຈັດງານວາງສະແດງຮູບພາບໃນຄັ້ງນີ້ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດ ນາມ ກໍຄືວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຫວຽດນາມ ຄົບຮອບ 60 ປີ ເຊິ່ງຮູບພາບທີ່ນຳມາວາງສະແດງໃນຄັ້ງນີ້ ສ່ອງແສງໃຫ້ເຫັນເຖິງການພົວພັນຮ່ວມມືຮອບດ້ານລະຫວ່າງ ສອງກະຊວງປ້ອງກັນຄວາມລະຫງົບ ລາວ-ຫວຽດນາມ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ເປັນຕົ້ນແມ່ນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງຂອງສອງກະຊວງ ລວມເຖິງການແລກປ່ຽນຄວາມຮູ້ ປະສົບການເຊິ່ງກັນ ແລະ ກັນ ແລະ ອື່ນໆ.

    ໂອກາດດັ່ງກ່າວ ສະຫາຍ ພົນຕີ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່າວວ່າ: ການຈັດວາງສະແດງຮູບພາບການພົວພັນຮ່ວມມື ທີ່ເປັນມູນເຊື້ອຂອງສອງກຳລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃນຄັ້ງນີ້ ຈັດຂຶ້ນເປັນຄັ້ງທີ 2 ໂດຍຄັ້ງທີ 1 ໄດ້ຈັດຂຶ້ນໃນປີ 2017 ແລະ ການວາງສະແດງຮູບພາບຄັ້ງນີ້ ແນໃສ່ເຮັດໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ເລິກເຊິ່ງຕື່ມອີກ ກ່ຽວກັບຂະບວນວິວັດທີ່ເປັນປະຫວັດສາດອັນຍາວນານ ແຫ່ງສາຍສຳພັນມິດຕະພາບ ຄວາມສາມັກຄີພິເສດ ສອງວັນປະຫວັດສາດ ລາວ-ຫວຽດນາມ ແມ່ນມີຄວາມໝາຍສຳຄັນຍິ່ງ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນປີນີ້ ເຊິ່ງສອງພັກ ສອງລັດ ລາວ-ຫວຽດນາມ ໄດ້ຕົກລົງຈັດຕັ້ງການສະເຫຼີມສະຫຼອງສອງວັນດັ່ງກ່າວໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ ເພື່ອເປັນການຫວນຄືນມູນເຊື້ອແຫ່ງການພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ ທີ່ເປັນປັດໄຈອັນສຳຄັນຕັດສິນໃຫ້ແກ່ໄຊຊະນະຂອງການປະຕິວັດລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືການສ້າງສາພັດທະນາຂອງທັງສອງປະເທດໃນປັດຈຸບັນ ທັງເປັນການເສີມຂະຫຍາຍມູນເຊື້ອ ຍົກສູງຄວາມຮັບຜິດຊອບໃນການປົກປັກຮັກສາ ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນອັນຈົບງາມຂອງສອງປະເທດໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ກ້າວສູ່ລວງເລິກ ແລະ ດຳລົງຄົງຢູ່ຄູ່ກັບສອງຊາດ ລາວ-ຫວຽດນາມ ຊົ່ວກາລະນານ.

# ຂ່າວ – ພາບ : ບຸນມີ

error: Content is protected !!