ວາງສີລາລຶກ ກໍ່ສ້າງວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ

    ໃນວັນທີ 25 ສິງຫາ 2022 ສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດ ນາມ ຈັດຕັ້ງພິທີວາງສີລາລຶກ ເພື່ອດຳເນີນການກໍ່ສ້າງວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ສະຫາຍ ພົນເອກ ໂຕ ເລິມ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສສ ຫວຽດນາມ ມີຄະນະນໍາຂັ້ນສູງ ພະນັກງານກ່ຽວຂ້ອງຂອງສອງກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.

    ໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ປະຊາຊົນລາວ ມີເນື້ອທີ່ທັງໝົດ 6,5 ເຮັກຕາ ລວມມູນຄ່າການກໍ່ສ້າງທັງໝົດ 250 ຕື້ດົງ ປະມານ 163,1 ຕື້ກີບ ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຫວຽດນາມ ກໍຄືກະຊວງປ້ອງກັນຄວາມສະຫງົບແຫ່ງ ສສ ຫວຽດນາມ ແລະ ທຶນສົມທົບຈາກລັດຖະບານລາວ.

    ໂອກາດດັ່ງກ່າວ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ລາຍງານໃຫ້ຮູ້ວ່າ: ເຫດຜົນໃນການສະເໜີກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ແມ່ນອີງໃສ່ສະພາບຄວາມຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ມາດຖານເງື່ອນໄຂຂອງພະນັກງານຂັ້ນນຳພາ-ບັນຊາ ໃນປັດຈຸບັນ ແລະ ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງໃນກໍາລັງປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນກວ່າເກົ່າ ກະຊວງປ້ອງກັນຄວາມສະຫງົບເຫັນວ່າ: ຕ້ອງໄດ້ຍົກລະດັບໂຮງຮຽນແຫ່ງນີ້ເປັນວິທະຍາຄານທິດສະດີການເມືອງປ້ອງກັນຄວາມສະຫງົບ ທຽບໃສ່ສະພາບຂອງພື້ນທີ່ໃນປັດຈຸບັນແມ່ນຄັບແຄບ ພື້ນທີ່ຕໍ່າ ບໍ່ມີທິດຂະຫຍາຍ ສະພາບຂອງອາຄານຮຽນ ຫໍພັກນັກສຶກສາເກົ່າແກ່ຊຸດໂຊມ ສະພາບຫ້ອງຮຽນ ອາຄານຮຽນ ແລະ ຈຳນວນນັກສຶກສາໃນປັດຈຸບັນເຫັນວ່າບໍ່ພຽງພໍ ສະນັ້ນ ເພື່ອເປັນການຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງຂອງກຳລັງປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນໃນສະເພາະໜ້າ ແລະ ຍາວນານ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຍົກລະດັບເປັນວິທະຍາຄານການເມືອງປ້ອງກັນຄວາມສະຫງົບ.

    ພາຍຫຼັງໂຄງການນີ້ສ້າງສໍາເລັດ ກະຊວງປ້ອງກັນຄວາມສະຫງົບຂອງ ສປປ ລາວ ຈະນໍາໃຊ້ເຂົ້າໃນວຽກງານບຳລຸງກໍ່ສ້າງ ສິດສອນ ເເລະ ຮ່ຳຮຽນ ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ກັບນັກສຶກສາທົ່ວກໍາລັງ ເເລະ ປະກອບສ່ວນສຳຄັນໃນການສ້າງບຸຄະລາກອນໃຫ້ມີຄວາມຮູ້ທາງດ້ານທິດສະດີການເມືອງ ກໍາໄດ້ແນວທາງຂອງພັກ ແລະ ລັດຖະບານ ກໍຄືຂົງເຂດວຽກງານປ້ອງກັນຄວາມສະຫງົບ ມີຄຸນທາດການເມືອງໜັກແໜ້ນ ມີວິຊາສະເພາະທີ່ແຫຼມຄົມ ເພື່ອຮັບໃຊ້ປະເທດຊາດ.

    ໂອກາດດຽວກັນ ສະຫາຍ ພົນເອກ ໂຕ ເລິມ ກ່າວວ່າ: ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ກໍານົດເອົາໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ປະຊາຊົນລາວ ເປັນສັນຍາລັກຂອງຄວາມສາມັກຄີພິເສດລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະ ລະຫວ່າງກຳລັງປ້ອງກັນຄວາມສະຫງົບຂອງສອງປະເທດ ພິທີວາງສີລາລຶກໂຄງການກໍ່ສ້າງດັ່ງກ່າວ ຍັງເປັນການປະກອບສ່ວນຢ່າງແທດເໝາະ ເພື່ອສະເຫຼືມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ລາວ-ຫວຽດນາມ ຫວຽດນາມ ລາວ ຄົບຮອບ 45 ປີ ໃຫ້ມີບັນຍາກາດອັນຄຶກຄື້ນ.

error: Content is protected !!