ບຸນຊ່ວງເຮືອທີ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກປີນີ້ ໄດ້ຈັດຂື້ນຢ່າງຄຶກຄື້ນ ພາຍຫຼັງມິດງຽບໄປ 2 ປີ

    ງານບຸນຊ່ວງເຮືອປະເພນີ ປະຈໍາປີ 2022 ຈັດຂຶ້ນວັນທີ 26 ສິງຫາ 2022 ຢູ່ນະຄອນຫຼວງພະບາງ ໃຫ້ກຽດເຂົ້າຊົມ ມີທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂັ້ນແຂວງ ຂັ້ນນະຄອນ-ເມືອງ ມວນຊົນທັງພາຍໃນ ແລະ ຕ່າງປະເທດ ຕາມແຄມຝັ່ງນ້ຳຄານ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນມ່ວນຊື່ນ.

    ພິທີເລີ່ມແຕ່ຕອນເຊົ້າ ໄດ້ເຕົ້າໂຮມການນໍາພັກ-ລັດ ຊາວພຸດທະສາສະນິກະຊົນ ແຂກທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດປະຊາຊົນບັນດາເຜົ່າທຸກຖ້ວນໜ້າ ພ້ອມກັນໃສ່ບາດຢາດນ້ຳ ແລະ ປະ ກອບພິທີທາງສາສະໜາ ຈາກນັ້ນ ໄດ້ມີການເຕົ້າໂຮມບັນດາເຮືອຊ່ວງທີ່ເຂົ້າແຂ່ງຂັນຢູ່ສາຍນ້ຳຄານ ເຂດທ່າປ່າເຝືອນ ຫາປາກນ້ຳຄານ ເພື່ອດຳເນີນການແຂ່ງຂັນຢ່າງເປັນທາງການ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ກ່າວເປີດພິທີຢ່າງເປັນທາງການວ່າ: ເປັນປະຈຳທຸກປີ ພໍຮອດມື້ແຮມ 14 ຄໍ່າເດືອນ 9 ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດໃຫ້ມີການຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດີນ ອັນເປັນປາງບຸນໜຶ່ງທີ່ໄດ້ສືບທອດກັນມາແຕ່ສະຕະວັດທີ 19 ໂດຍແມ່ນເຈົ້າມັນທາຕຸລາດ ກະສັດປົກຄອງອານາຈັກລາວລ້ານຊ້າງຫຼວງພະບາງເປັນຜູ້ລິເລີ່ມ ແລະ ໄດ້ຮັບການສືບທອດມາເຖິງປັດຈຸບັນ ເປັນການສະແດງເຖິງພາລະກຳລັງ ຄວາມສາມັກຄີ ແລະ ບົດຮຽນ-ປະສົບການ ພ້ອມທັງເປັນການບູຊາພະຍານາກ ຕາມຮີດຄອງປະເພນີອັນດີງາມ ເພື່ອປົກປັກຮັກສາບ້ານເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ຢູ່ເຢັນເປັນສຸກຕະຫຼອດໄປ.

     ທ່ານກ່າວຕື່ມວ່າ: ບຸນຊ່ວງເຮືອທີ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ ບໍ່ໄດ້ຈັດຂຶ້ນ 2 ປີຜ່ານມາ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ສະເພາະປີນີ້ ອົງການປົກຄອງນະຄອນ ໄດ້ຮັບການອະນຸຍາດຈາກອົງການປົກຄອງແຂວງ ໃຫ້ຈັດຂຶ້ນອີກຄັ້ງ ໂດຍມີເຮືອຊ່ວງຈາກບັນດາບ້ານພາຍໃນນະຄອນຫຼວງພະບາງ ຕາງໜ້າຈາກເມືອງອ້ອມຂ້າງ ພິເສດ ມີເຮືອຊ່ວງຈາກນະຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ ເຂົ້າຮ່ວມແຂ່ງຂັນລວມທັງໝົດ 23 ລໍາ.

    ພາຍຫຼັງສຳເລັດການເປີດພິທີຢ່າງເປັນທາງການ ໄດ້ເລີ່ມການຕາມຕາຕະລາງຄາດຄູ່ ໂດຍເລີ່ມຈາກເຮືອຊ່ວງນາງດຳ ນາງດ່ອນ ເປັນການເປີດສາກການແຂ່ງຂັນຕາມຮີດຄອງປະເພນີ ສ່ວນການແຂ່ງຂັນຈະປະຕິບັດໃນຮູບແບບ ເສຍສອງຄັ້ງແລ້ວຄັດອອກ ພ້ອມທັງຈັດອັນດັບທີ ສ່ວນເຮືອທີ່ເສຍຄັ້ງໜຶ່ງ ແມ່ນສາ ມາດຊີງຂຶ້ນໄປເຖິງຮອບຊີງຊະນະເລີດ ໂດຍຈະດຳເນີນເປັນເວາ 1 ວັນຈຶ່ງຈະສຳເລັດ.

# ຂ່າວ – ພາບ :  ສີພອນ

error: Content is protected !!