ມອບອຸປະກອນ ແລະ ແນວພັນປາໃຫ້ຄອບຄົວຜູ້ລ້ຽງປາໃສ່ນາເຂົ້າ

ວັນທີ 3 ສິງຫາ 2022 ທີ່ບ້ານຫ້ວຍຂຽວ-ໜອງບົງ ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ ໄດ້ມອບອຸປະກອນ ແລະ ແນວພັນປາໃຫ້ຄອບຄົວຜູ້ລ້ຽງປາໃສ່ນາເຂົ້າ ໂດຍມີທ່ານ ບຸນສົ່ງ ລໍາມະຍົດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ ທ່ານ ສີເວີນ ພວງພະຈັນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພ້ອມຂະແໜງການທີ່ກ່ຽວຂ້ອງ ແລະ ຄອບຄົວຜູ້ລ້ຽງປາເຂົ້າຮ່ວມ.

ທ່ານ ສີເວີນ ພວງພະຈັນ ກ່າວວ່າ: ການປ່ອຍປາໃສ່ນາເຂົ້າຄັ້ງນີ້ ກໍເປັນອີກກິດຈະກໍາໜຶ່ງທີ່ມີຄວາມສໍາຄັນ ທັງນີ້ເພື່ອສ້າງຂະບວນການໃນວັນສໍາຄັນຕ່າງໆຄື: ວັນປ່ອຍປາ ແລະ ອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ ພ້ອມນີ້ ເພື່ອຊຸກຍູ້ສົ່ງເສີມຄອບຄົວເປົ້າໝາຍທີ່ມີແຜນລ້ຽງປາໃສ່ນາເຂົ້າ ທັງເປັນການສ້າງຄັງອາຫານຢູ່ໃນທໍາມະຊາດ ກໍຄືໃນນາເຂົ້າ ຖ້າໄດ້ຮັບຜົນດີໃນປີນີ້ ຄາດວ່າຈະມີການຂະຫຍາຍໄປສູ່ຄອບຄົວອື່ນທີ່ມີຄວາມຕ້ອງການຢາກລ້ຽງໃນປີຕໍ່ໆໄປຕື່ມອີກ ເຊິ່ງອຸປະກອນທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ຊາມ 10 ອັນ ຄຸ 10 ອັນ ກະຊັງ 10 ອັນ ຊິງ 5 ອັນ ແລະ ລູກປາ 25.000 ໂຕ ປະກອບມີປານິນ ປາໄນ ແລະ ປາປາກ ມອບໃຫ້ແກ່ຄອບຄົວຜູ້ລ້ຽງປາ 5 ຄອບຄົວ ໃນ 3 ບ້ານຄື: ບ້ານຕິ້ວ ບ້ານໂພນ ແລະ ບ້ານຫ້ວຍຂຽວ-ໜອງບົງ ເມືອງລະມາມ.

error: Content is protected !!