ສປ ຈີນ ມອບພາຫະນະ ແລະ ອຸປະກອນການແພດໃຫ້ລັດຖະບານລາວ

    ກະຊວງການຕ່າງປະເທດຈີນ ໄດ້ໃຫ້ການຊ່ວຍເຫຼືອດ້ານພາຫະນະ ແລະ ອຸປະກອນການແພດ ໃຫ້ແກ່ ສປປ ລາວ ເຊິ່ງພິທີມອບ-ຮັບຈັດຂຶ້ນວັນທີ 18 ກໍລະກົດ 2022 ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ຕາງໜ້າຝ່າຍຈີນ ກ່າວມອບໂດຍທ່ານ ຈ່ຽງ ຈ້າຍ ຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປ ປ ລາວ ແລະ ຕາງໜ້າຝ່າຍລາວ ກ່າວຮັບໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ສຳລັບພາຫະນະ ແລະ ອຸປະກອນທີ່ລັດຖະບານລາວໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ປະກອບມີ: ລົດທາງການແພດຈຳນວນ 3 ຄັນ ໃນນັ້ນ ລົດກວດພະຍາດໂຄວິດ-19 ເຄື່ອນທີ່ 2 ຄັນ ແລະ ລົດກູ້ໄພສຸກເສີນ 1 ຄັນ ນອກນັ້ນ ຍັງມີອຸປະກອນການແພດປ້ອງກັນໂຄວິດ-19 ຈໍານວນໜຶ່ງ ເຄື່ອງນຸ່ງຫົ່ມ ຢາປົວພະຍາດ ຊຸດປ້ອງກັນການຕິດເຊື້ອ ແລະ ນໍ້າຢາກວດເຊື້ອໂຄວິດ-19 ລວມມູນຄ່າ 13,5 ລ້ານກວ່າຢວນ ພາຫະນະ ແລະ ເຄື່ອງທັງໝົດ ຈະຖືກຮັບໃຊ້ຢູ່ສູນກາງ ແລະ ທ້ອງຖິ່ນ.

     ໂອກາດນີ້ ທ່ານ ບຸນແຝງ ພູມມະໄລສິດ ຕາງໜ້າລັດຖະບານລາວ ສະແດງຄວາມຮູ້ບຸນຄຸນ ແລະຂອບໃຈລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງຢ່າງສູງ ທີ່ຍາມໃດກໍໄດ້ຊ່ວຍເຫຼືອ ແລະ ເປັນຫ່ວງເປັນໃຍນໍາປະຊາຊົນລາວ ທ່ານກ່າວຕື່ມວ່າ: ປັດຈຸບັນ ປະຊາຊົນລາວໄດ້ສັກວັກຊີນຫຼາຍກວ່າ 70% ຂຶ້ນໄປ ແລະ ຕົວເລກການຕິດເຊື້ອມີທ່າອ່ຽງຫຼຸດລົງ ເຊິ່ງໃນນັ້ນ ລັດຖະບານຈີນ ກໍໄດ້ເປັນສ່ວນອັນໃຫຍ່ໃນການຊ່ວຍເຫຼືອ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!