ມາ​ເລ​ເຊຍ ຈັດ​ກອງ​ປະ​ຊຸມ​ພົບ​ປະ​ລ​ະ​ດັບ​ສູງ ເພື່ອ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ

ກະ​ຊວງ​ທ່ອງ​ທ່ຽວ ສິ​ລະ​ປະ ແລະ ວັດ​ທະ​ນະ​ທຳ ປະ​ເທດມາ​ເລ​ເຊຍ ຈັ​ດກອງ​ປ​ະ​ຊຸ​ມພົບ​ປະ​ລ​ະ​ດັບ​ສູງ​ກັບ ເອກ​ອັກ​ຄະ​ລ​າຊ​ະ​ທູດ/​ເອກ​ອັກ​ຄະລັດ​ຖະ​ທູດ ແລະ ຄາ​ລາ​ຊະ​ການ​ລະ​ດັບ​ສູງ​ 9 ​ປະ​ເທດ​ອາ​ຊຽນ ເພື່ອ​ສົ່ງ​ເສີມ​ສາຍ​ສຳ​ພັນ​ອັນ​ໃກ້​ຊິດ​ລະ​ຫວ່າງ ​ມາ​ເລ​ເຊຍ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ ເພື່ອປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ພາຍຫຼັງ​ການ​ລະ​ບາດ​ຂອງ​ໂຄວິດ-19.

​ອີງຕາມ​ຂໍ​ມູ​ນ​ຈາກ ທ່ອງ​ທ່ຽວ​ມາ​ເລ​ເຊຍ ປະ​ຈຳ​ລາວ ໃຫ້​ຮູ້​ວ່າ: ກອງ​ປ​ະ​ຊຸມ​ດັ່ງ​ກ່າວຈັດ​ຂຶ້ນ​ຢູ່ ບັງ​ຊາ ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເຊຍ ໃນ​ວັນ 6 ກໍ​ລະ​ກົດ 2022 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ນາງ ແນນ​ຊີ ບິນ​​ຕິ ຊູຄ​ຣີ (Dato’ Sri Hajah Nancy Binti Shukri) ລັດ​ຖະ​ມົນ​ຕີກະ​ຊວງ​ທ່ອງ​ທ່ຽວ ສິນ​ລະ​ປະ ແລະ ວັດ​ທະ​ນະ​ທຳ ປະ​ເທດມາ​ເລ​ເຊຍ.  

ກອງ​ປ​ະ​ຊຸມ​ພົບ​ປະ​ເທື່ອນີ້​ຈັດ​ຂຶ້ນເພື່ອ​ສົ່ງ​ເສີມ​ສາຍ​ສຳ​ພັນ​ອັນ​ໃກ້​ຊິດ​ລະ​ຫວ່າງ​ມາ​ເລ​ເຊຍ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ​ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ ພາຍຫຼັງ​ການ​ລ​ະ​ບ​າດ​ຂອງ ໂຄ​ວິດ-19 ມາ​ເປັນ​ເວ​ລາ 2 ປີ ເຊິ່ງກອງ​ປະ​ຊຸມ​ໄດ້​ນຳ​ສະ​ເໜີ​ກິດ​ຈະ​ກໍ​ທ່ອງ​ທ່ຽວ 3 ວັນ 2 ຄືນ ທີ່​ລັດ​ປາ​ຮັງ (3D2N) ເພື່​ອ​ໃຫ້​ບັນ​ດາ​ທູ​ດ ທູຕາ​ນຸ​ທູດ ແລະ ຄາ​ລາ​ສະ​ການ​ລະ​ດັບ​ສູງ​ຂອງ​ບັ​ນ​ດາ​ປະ​ເພດ​ອາ​ຊຽນ ໄດ້​ທ່ຽວ​ຊົ​ມ​ລັດ ປາ​ຮັງ ເຊິ່ງ​ກິດ​ຈະ​ກໍ​າ​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນໃນ​ເດືອນ ສິງ​ຫາ 2022 ທີ່​ຈາ​ມາ​ເຖິງ. 

ໃນ​ໄລ​ຍະ​ກອງ​ປະ​ຊຸມ​ທ່ອງ​ທ່ຽວ​ອາຍຊຽນ ASEAN Tourism Forum (ATF)  ທີ່​ຈັດ​ຂຶ້ນ​ຢູ່​ກຳ​ປູ​ເຈຍ ໃນ​ເດືອນ ມັງ​ກອນ 2022 ຜ່ານ​ມາ ເຊິ່ງ​ໃນຄຳ​ຊີ້​ແຈງ​ຕໍ່​ສື່​ມວນ​ຊົນກ່ຽວ​ກັບ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ທ່ອງ​ທ່ຽວ​ອາ​ຊ​ຽນ ຄັ້ງ​ທີ 25 ຫຼື the 25th Meeting of ASEAN Tourism Ministers  ໄດ້​ກຳ​ນົດ​ວິ​ທີ​ການ​ຟື້ນ​ຟູ​ການ​ທ່ອງ​ທ່ຽວ​ພາຍຫຼັງ​ທີ່​ມີ​ການ​ລະ​ບາດ​ຂອງ​ໂຄວິດ-19 ສໍາ​ລັບ ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊ​າດ​ອາ​ຊ​ຽນ ຫຼື ASEAN National Tourism Organisations (NTO) ທີ່​ໄດ້​ຮັບ​ຮອງ​ໃນ​ເດືອນ ກັນ​ຍາ 2021.       

ເພື່ອ​ຂັບ​ເຄື່ອນ​ໄປ​ຕໍ່​ໜ້າຂ້າ​ພະ​ເຈົ້າ​ເຊື່ອ​ວ່າພວກ​ເຮົ​າ​ສາ​ມາດ​ເຮັດ​ວຽກ​ຮ່ວມ​ກັນໃນ​ການ​ຮັດ​ແໜ້ນ ການຮ່ວມມືດ້ານການຕະຫຼາດເພື່ອສົ່ງເສີມການທ່ອງທ່ຽວໃນພາກພື້ນທີ່ສອດຄ່ອງກັບການສ້າງ ຜະລິດ ຕະພັນກາ​ນ​ທ່ອງ​ທ່ຽວ​ໃໝ່​ຂອງອາ​ຊ​ຽນ ນັ້​ນ​ກໍ​ແມ່ນ ຈຸດ​ໝາຍ​ປາຍ​ທາງໃນ​ຄວາ​ມ​ໄຝ່​ຝັນ​ຂອງ​ທຸກໆຄົນ  ເປັນສ​ະ​ຖານ​ທີ່ ທີ່​ພວກ​ເຮົາ​ສາ​ມາດ​ສືບ​ຕໍ່​ຈຸດ​ຂາຍ​ດ້ານ​ການ​ທ່ອງ​ທ່ຽວ​ຄື​ໃຫ້ອາ ຊ​ຽນ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ດຽວ.

ບັນ​ດາ​ປະ​ເທດ​ອາ​ຊຽ​ນ ແມ່ນ​ມີ​ສ່ວນ​ສຳ​ຄັ​ນຕໍ່ມາ​ເລ​ເຊ​ຍ ໃນ​ການ​ດຶງ​ດູດ​ນັກ​ທ່ອງ​ທ່​ຽວ​ຕ່າງ​ປະ​ເທດ​ເຂົ້​າມ​າ​ຢ້ຽມ​ຢາມ​ມາ​ເລ​ເຊຍ ເຊິ່ງ​ໃນ​ປີ 2019 ມີ​ນັກ​ທ່ອງ​ທ່ຽວ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເຂົ້າ​ມາ​ມາ​ເລ​ເຊຍ​ ຫຼາຍກວ່າ 17,88 ​ລ້ານ​ຄົນ ກວ​ມ​ເອົາ 68,5% ຂອງ​ນັກ​ທ່ອ​ງ​ທ່ຽວ​ທັງ​ໝົດ 26,1 ລ້ານກວ່າ​ຄົນ ເຖິງ​ແມ່ນ​ວ່າ​ໃນ​ປີ 2020-2021 ​ໄດ້​ມີ​ການ​​ເຂັ້ມ​ງ​ວດມາດ​ຕ​ະ​ການ ແຕ່​ມີ​ຜູ້​ເດີນ​ທາງ​ເຂົ້າ​ມາ ມາ​ເລຍ​ເຊຍ​​ກໍ​ຍັງ​ມີເຖິງ 2,94 ລ້ານກວ່າ​ຄົນ​ໃນ​ປີ 2020 ແລະ ໃນ​ປີ 2021 ​ທີ 91.665 ຄົນ.

error: Content is protected !!