ບໍລິສັດ ຊີໂນ-ອາກຣີ ໂປຕາສ ສົ່ງເສີມການຜະລິດກະສິກໍາ ແລະ ການພັດທະນາສັງຄົມ

    ເດືອນມິຖຸນາ ເປັນໄລຍະເວລາສໍາຄັນໃນການເຮັດນາປີຂອງລາວ ການໃສ່ປຸ໋ຍໂປຕາສ ແມ່ນມີຄວາມສຳຄັນຫຼາຍ ບໍລິສັດ ຊີໂນ-ອາກຣີ ໂປຕາສ ໂດຍປະຕິບັດຕາມວິໄສທັດການພັດທະນາຂອງວິສາຫະກິດທີ່ວ່າ “ປະສານກົມກຽວ ມີໄຊຊະນະຮ່ວມກັນ” ໄດ້ໃຫ້ຄຳແນະນຳໃນການໃສ່ປຸ໋ຍ (ຝຸ່ນ) ແລະ ການຊ່ວຍເຫຼືອດ້ານກະສິກຳໃຫ້ແກ່ບ້ານອ້ອມຂ້າງ ສົ່ງເສີມການໃຊ້ປຸ໋ຍແບບວິທະຍາສາດ ຊ່ວຍປະຊາຊົນຍົກສະມັດຖະພາບຜົນຜະລິດເຂົ້ານາປີ​ ພ້ອມນັ້ນ ຍັງໄດ້ມອບທຶນພັດທະນາບ້ານ ມູນຄ່າ 174.434.000 ກີບ ໂດຍນໍາໃຊ້ການປະຕິບັດຕົວຈິງ ເພື່ອຊ່ວຍເຫຼືອປະຊາຊົນອ້ອມຂ້າງໃຫ້ອຸດົມຮັ່ງມີ ຊ່ວຍປັບປຸງຄຸນນະພາບຊີວິດ ເຊິ່ງໄດ້ຮັບການຕີລາຄາ ແລະ ຊົມເຊີຍລະດັບດີຈາກພາກລັດ ແລະ ປະຊາຊົນທ້ອງຖິ່ນ.

    ໃນພິທີມອບ-ຮັບຄັ້ງນີ້ ໂດຍມີຕາງໜ້າສະພາປະຊາຊົນແຂວງຄໍາມ່ວນ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເມືອງທ່າແຂກ ແລະ ອໍານາດການປົກຄອງບ້ານດົງໃຕ້ ບ້ານນາໂພທ່າ ບ້ານນາດິນຈີ່ ບ້ານດອນທົ່ງ ​ບ້ານໜອງຫ້າງ ບ້ານດົງຊອກ-ໂພໄຊ ບ້ານໂຄກປ່າທ່ອນ ບ້ານໂນນຕູມ ແລະ ບ້ານທ່າງາມ ເຂົ້າຮ່ວມ.

    ປະຊາຊົນບ້ານດົງໃຕ້ທ່ານໜຶ່ງ ໄດ້ກ່າວຢ່າງດີໃຈວ່າ:ຂໍຂອບໃຈບໍລິສັດ ຊີໂນ-ອາກຣີ ໂປຕາສ ທີ່ໃຫ້ຄຳແນະນຳ ການຊ່ວຍເຫຼືອ ແລະ ມອບທຶນພັດທະນາໃຫ້ແກ່ພວກເຮົາ ເຊື່ອໝັ້ນວ່າ ການເກັບກ່ຽວເຂົ້ານາໃນປີນີ້ຈະໄດ້ຮັບຜົນທີ່ດີລື່ນເກົ່າຢ່າງແນ່ນອນ ແລະ ຊີວິດການເປັນຢູ່ຂອງພວກເຮົາກໍ່ຈະນັບມື້ດີຂຶ້ນ. ໂດຍເລີ່ມຈາກການຈັດຕັ້ງຜູ້ຊ່ຽວຊານດ້ານກະສິກຳການປູກຝັງໃຫ້ຄຳແນະນຳ ການຈັດຊື້ລົດກ່ຽວເຂົ້າຊ່ວຍເກັບກ່ຽວເຂົ້ານາປີ ຮອດການມອບທຶນພັດທະນາບ້ານ ບໍລິສັດ ຊີໂນ-ອາກຣີ ຕັ້ງໜ້າປະຕິບັດໜ້າທີ່ຮັບຜິດຊອບຂອງວິສາຫະກິດຕໍ່ສັງຄົມຢ່າງເຕັມສ່ວນ ຈັດຕັ້ງປະຕິບັດວຽກງານຊ່ວຍເຫຼືອພັດທະນາສັງຄົມທີ່ມີປະສິດທິພາບເປັນລະບົບ ເພື່ອປະກອບສ່ວນຊຸກຍູ້ການພັດທະນາທາງເສດຖະກິດ ແລະ ສັງຄົມຂອງທ້ອງຖິ່ນ.

    ໃນປັດຈຸບັນ ບໍລິສັດ ຊີໂນ-ອາກຣີ ໄດ້ວາງ​ແຜນໂຄງ​ການ​ກໍ່ສ້າງໂຮງ​ງານ​ຜະ​ລິດປຸ໋ຍປະສົມຂະໜາດໃຫຍ່​ຢູ່​ແຂວງ ຄຳມ່ວນ ​ໂດຍອາໄສປະສົບການການຜະລິດເກືອ (ປຸ໋ຍ) ໂປຕາສ ແລະ ຊັບພະຍາກອນຢູ່ພາຍໃນປະເທດ ​ເພື່ອຕື່ມເຕັມຊ່ອງຫວ່າງເປົ່າຂອງການ​ຜະ​ລິດປຸ໋ຍປະສົມຂອງລາວ ດ້ານໜຶ່ງ ເພື່ອຕອບສະໜອງການຜະລິດກະສິກຳການປູກຝັງພາຍໃນ ແລະ ຍົກສູງສະມັດຖະພາບຜົນຜະລິດກະສິກໍາຂອງລາວ ອີກດ້ານໜຶ່ງ ຍັງສາມາດສົ່ງອອກໄປຍັງບັນດາປະເທດອາຊຽນ ຫຼຸດຜ່ອນການນໍາໃຊ້ເງິນຕາຕ່າງປະເທດ ແລະ ເພີ່ມການສຳຮອງເງິນຕາຕ່າງປະເທດຂອງລາວ​ ຊ່ວຍຊຸກຍູ້ການພັດທະນາການກະເສດ ແລະ ເສດຖະກິດຂອງລາວຢ່າງມີປະສິດທິພາບແທ້ຈິງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັດແໜ້ນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດລາວ-ຈີນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!