ປຸກລະດົມຂະບວນການບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ

    ກອງປະຊຸມປຸກລະດົມຂະບວນການບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີທົ່ວປະເທດ ເພື່ອສະເຫຼີມ ສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມປີ 2022 ຈັດຂຶ້ນວັນທີ 16 ພຶດສະພາ 2022 ທີ່ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ພ້ອມດ້ວຍຫົວໜ້າກົມ ຮອງກົມ ນັກປະພັນ ນັກກະວີ ສື່ມວນຊົນ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ.

    ທ່ານນາງ ຜິວລາວັນ ຫຼວງວັນນາ ຮອງປະທານສະມາຄົມນັກປະພັນລາວ ກ່າວວ່າ: ການຈັດບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີທົ່ວປະເທດ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມປີ 2022 ມີຈຸດປະສົງສ້າງຂະບວນການປະດິດຄິດແຕ່ງບົດປະພັນວັນນະຄະດີໃນທົ່ວປະເທດ ໃນການຫວນຄືນມູນເຊື້ອແຫ່ງການພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ ເຊິ່ງເປັນປັດໄຈສໍາຄັນຕັດສິນໄຊຊະນະການປະຕິວັດລາວ-ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືສ້າງສາພັດທະນາປະເທດຊາດຂອງທັງສອງປະເທດໃນປັດຈຸບັນ ພ້ອມນັ້ນ ເພື່ອປະກອບສ່ວນເຂົ້າໃນການສຶກສາອົບຮົມພະນັກງານ ລັດຖະກອນ ທະຫານ ຕຳຫຼວດ ແລະ ປະຊາຊົນທົ່ວປະເທດ ໂດຍສະເພາະ ຄົນຮຸ່ນໜຸ່ມໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ໜັກແໜ້ນ ແລະ ສືບຕໍ່ປົກປັກຮັກສາ ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ກໍຄືປົກປັກຮັກສາໝາກຜົນການປະຕິວັດໄວ້ໃຫ້ໝັ້ນຄົງຍາວນານ ເຊິ່ງແຂ່ງຂັນກວດສອບປະກອບມີ 4 ປະເພດຄື: ເລື່ອງຍາວ (ນະວະນິຍາຍ) ເລື່ອງສັ້ນ ບົດບັນທຶກ ແລະ ບົດກະວີ ເປັນບົດປະພັນ ວັນນະຄະດີ ປະດິດແຕ່ງຂຶ້ນຈາກແຫຼ່ງຂໍ້ມູນທີ່ເປັນຈິງ ທີ່ສາມາດເຊື່ອຖື ແລະ ກວດສອບຄືນໄດ້ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ມີສິລະປະການຂຽນຕາມຫຼັກວິຊາການ ເປັນຜົນງານການຂຽນໂດຍຜູ້ແຂ່ງຂັນແທ້ ທີ່ບໍ່ເຄີຍລົງພິມ ຫຼື ແຂ່ງຂັນກວດສອບມາກ່ອນ ທັງບໍ່ລອກຮຽນແບບ ດັດແປງຜົນງານຂອງຄົນອື່ນ ສ່ວນເນື້ອໃນລວມ ແມ່ນຫວນຄືນມູນເຊື້ອແຫ່ງການພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄືໄລຍະປົກປັກຮັກສາ ພັດທະນາປະເທດຊາດ ໃຫ້ເຫັນໄດ້ການປະກອບສ່ວນຂອງພັກ ກໍຄືກຳລັງປະກອບອາວຸດປະຕິວັດ ແລະ ປະຊາຊົນລາວເຮົາ ເຂົ້າໃນໄຊຊະນະຂອງການປະຕິວັດປົດປ່ອຍ ແລະ ທ້ອນໂຮມປະເທດຊາດຫວຽດນາມ ພ້ອມກັນນັ້ນ ກໍສະແດງຄວາມກະຕັນຍູ ຮູ້ບຸນຄຸນ ແລະ ສະແດງຄວາມຂອບໃຈຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນສັກສິດ ແລະ ລໍ້າຄາແກ່ພາລະກິດຕໍ່ສູ້ປະຕິວັດປົດປ່ອຍຊາດໃນໄລຍະທີ່ຜ່ານມາ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາໄລຍະໃໝ່ໃນປັດຈຸບັນ ຄວາມຍາວຂອງບົດບໍ່ຈຳກັດ ຜູ້ໜຶ່ງສາມາດສົ່ງເຂົ້າຮ່ວມກວດສອບໄດ້ຫຼາຍປະເພດ ແລະ ຫຼາຍບົດ ບົດກວດສອບຕ້ອງຕິພິມມີຄວາມສະອາດ ຈົບງາມ ພ້ອມທັງໃຫ້ສະບຸຊື່ ແລະນາມສະກຸນ ນາມປາກກາ ທີ່ຢູ່ຫຼືບ່ອນເຮັດວຽກ ແລະ ເລກໂທລະສັບໃສ່ຕອນທ້າຍຂອງບົດ ຈະເລີ່ມຮັບບົດຢ່າງເປັນທາງການແຕ່ວັນທີ 16 ພຶດສະພາ ປິດຮັບບົດວັນທີ 16 ສິງຫາ ແລະ ປະກາດຜົນ ພ້ອມມອບລາງວັນຢ່າງເປັນທາງການວັນທີ 1 ກັນຍາ 2022 ສ່ວນບ່ອນສົ່ງບົດ ແມ່ນສົ່ງຫ້ອງການສະມາຄົມນັກປະພັນລາວ (ກອງເລຂາຄະນະກໍາມະການກວດສອບເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ ຫວຽດນາມປີ 2022) ຕັ້ງຢູ່ຕຶກກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ/ກົມວັນນະຄະດີ ແລະ ພິມຈໍາໜ່າຍ (ຄຸ້ມສີເມືອງ) ຕູ້ ປນ 1631 ນະຄອນຫຼວງວຽງຈັນ ຫຼື ສົ່ງໃຫ້ຄະນະໂຄສະນາອົບຮົມແຂວງ (ສຳລັບສົ່ງຕໍ່ໃຫ້ສະມາຄົມນັກປະພັນລາວ).

    ສໍາລັບຜູ້ຊະນະລາງວັນທີ 1 ມີ 2 ລາງວັນ ລາງວັນລະ 5.000.000 ກີບ ພ້ອມໃນກຽດຕິຄຸນ

  • ລາງວັນທີ 2 ມີ 4 ລາງວັນ ລາງວັນລະ 4.000.000 ກີບ ພ້ອມໃບກຽດຕິຄຸນ
  • ລາງວັນທີ 3 ມີ 6 ລາງວັນ ລາງວັນລະ 3.000.000 ກີບ ພ້ອມໃບກຽດຕິຄຸນ
  • ລາງວັນຊົມເຊີຍມີ 30 ລາງວັນ ລາງວັນລະ 1.000.000 ກີບ ພ້ອມໃບກຽດຕິຄຸນ

# ຂ່າວ – ພາບ : ຂັນທະວີ

error: Content is protected !!