USAID ສະໜັບສະໜູນໂຄງການຮັບມືກັບຜົນກະທົບຂອງໂຄວິດ-19 ຕໍ່ເສດຖະກິດ ແລະ ການສຶກສາ

    ທ່ານ ດຣ ນາງ ອິສໂຊເບວ ໂຄແມນ ຮອງຜູ້ບໍລິຫານດ້ານນະໂຍບາຍ ແລະ ໂຄງການ ອົງການພັດທະນາສາກົນ ສ  ອາເມຣິກາ (USAID) ປະກາດທຶນຊ່ວຍເຫຼືອມູນຄ່າ 5,6 ລ້ານໂດລາສະຫະລັດ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ທີ່ມີຕໍ່ລະບົບການສຶກສາ ແລະ ເສດຖະກິດ ວັນທີ 13 ພຶດສະພາ 2022.

    ທຶນຊ່ວຍເຫຼືອດັ່ງກ່າວ ໄດ້ສະໜັບສະໜູນບັນດາທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍເນັ້ນໃສ່ທຸລະກິດຂອງແມ່ຍິງ ການປະກາດທຶນຟື້ນຟູເສດຖະກິດ ມູນຄ່າ 3 ລ້ານໂດລາສະຫະລັດ ໃຫ້ໂຄງການໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ ໂຄງການນີ້ ຈັດຕັ້ງປະຕິບັດໂດຍທະນາຄານໂລກ ໂດຍສະໜັບສະໜູນທຶນຈາກທະນາຄານໂລກ ອົງການ USAID ປະເທດອົດສະຕຣາລີ ແລະ ອຽກລັງ ທຶນດັ່ງກ່າວ ຈະສະໜັບສະໜູນ ສປປ ລາວ ໃນການພັດທະນາສິ່ງແວດລ້ອມ ເພື່ອອຳນວຍໃຫ້ທຸລະກິດ ແລະ ຊ່ວຍບັນຫາຫົວໜ່ວຍທຸລະກິດ ໃນການຟື້ນຟູຈາກພະຍາດໂຄວິດ-19 ການຊ່ວຍເຫຼືອນີ້ ຄາດວ່າຈະເຮັດໃຫ້ເກີດມີການລົງທຶນ ເພີ່ມການແຂ່ງຂັນຂອງ ສປປ ລາວ ແລະ ບັນດາທຸລະກິດຂະໜາດນ້ອຍ ແລະ ກາງ ກໍຄືການສ້າງວຽກເຮັດງານທຳທີ່ມີລາຍໄດ້ສູງສຳລັບຮຸ່ນຄົນຕໍ່ໄປ ແລະ ປະກາດທຶນຊ່ວຍເຫຼືອໃໝ່ ມູນຄ່າ 2,6 ລ້ານໂດລາສະຫະລັດ ໃຫ້ອົງການ UNICEF ເພື່ອສະໜັບສະໜູນວຽກງານການສຶກສາສຳລັບເດັກນ້ອຍ ເດັກກ່ອນໄວຮຽນ ແລະ ຊັ້ນປະຖົມສຶກສາ ທຶນດັ່ງກ່າວ ຈະນຳໃຊ້ໃນການການຈັດການກັບບັນຫາດ້ານການສຶກສາ ທີ່ເກີດຈາກພະຍາດໂຄວິດ-19 ແລະ ສະໜັບສະໜູນລັດຖະບານລາວ ໃນການມອບໂອກາດການສຶກສາທີ່ມີຄູນະພາບ ໃຫ້ເດັກນ້ອຍທົ່ວປະເທດ ໂດຍສະເພາະເນັ້ນໃສ່ເດັກນ້ອຍຊົນເຜົ່າ ແລະ ເດັກນ້ອຍທີ່ມີຄວາມພິການ.

    ການຊ່ວຍເຫຼືອລ້າຂອງ ສ ອາເມຣິການ ໃນ ສປປ ລາວ ໄດ້ຈັດຕັ້ງປະຕິບັດມາຫຼາຍກວ່າ 10 ປີ ໃນຂົງເຂດສຶກສາ ອົງການ USAID ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການພັດທະນາທັກສະການອ່ານໃຫ້ເດັກນ້ອຍປະຖົມ ໂດຍເນັ້ນໃສ່ເດັກນ້ອຍທີ່ບໍ່ໄດ້ໃຊ້ພາສາລາວເປັນພາສາກາງ ແລະ ເດັກທີ່ມີຄວາມພິການໃນຂົງເຂດເສດຖະກິດ ອົງການ USAID ກໍາລັງຮ່ວມມືກັບ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໃນການອຳນວຍການຄ້າ ພັດທະນາການແຂ່ງຂັນ ແລະ ເຮັດໃຫ້ການເຮັດທຸລະກິດງ່າຍຂຶ້ນ.

# ຂ່າວ – ພາບ : ສະບາໄພ

error: Content is protected !!