ອົງການຈັດຕັ້ງມະຫາຊົນນະຄອນຫຼວງວຽງຈັນ ຫວນຄືນມູນເຊື້ອວັນສ້າງຕັ້ງພັກ

   ເພື່ອເປັນການສະເຫຼີມສະຫຼອງ ຫວນຄືນມູນເຊື້ອຄວາມອົງອາດກ້າຫານຂອງບັນດາທ່ານຜູ້ນໍາ ແລະ ໄຊຊະນະຂອງພາລະກິດແຫ່ງການປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສໍາເລັດໃນການປົກປັກຮັກສາ ພັດທະນາປະເທດເຮົາ ເຊິ່ງຖືເອົາໂອກາດນີ້ເປັນການເພີ່ມທະວີ ສຶກສາອົບຮົມສະມາຊິກພັກ ນັກຮົບ ພະນັກງານລັດຖະກອນບັນດາເຜົ່າ ກ່ຽວກັບນໍ້າໃຈຮັກຊາດ ມູນເຊື້ອສາມັກຄີປອງດອງ ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ ນໍ້າໃຈຕໍ່ສູ້ອັນອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນ ແນໃສ່ໃຫ້ອົງການຈັດຕັ້ງມະຫາຊົນຮໍ່າຮຽນເອົາມູນເຊື້ອດັ່ງກ່າວເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທໍາ. 

    ດັ່ງນັ້ນ ວັນທີ 25 ມີນາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ອົງການຈັດຕັ້ງມະຫາຊົນ ຮ່ວມກັບອົງການແນວລາວສ້າງຊາດນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກາຖາຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ໃຫ້ກຽດປາຖະກະຖາຂອງທ່ານ ເຂັມເພັດ ແພງດວງຈັນ ອະດີດກໍາມະການພັກ ອະດີດຫົວໜ້າໂຄສະນາອົບຮົມນະຄອນຫຼວງວຽງຈັນ ມີບັນດາປະທານ ຮອງປະທານ ຄະນະບໍລິຫານງານອົງການຈັດຕັ້ງມະຫາຊົນ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!