ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ

    ກອງປະຊຸມໃຫຍ່ ຄັ້ງທີີ V ຂອງອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໃນວັນທີ 18 ມັງກອນ 2022 ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ຄຳຂວັນ: “ຍົກສູງຄວາມສາມາດການນຳພາຂອງອົງຄະນະພັກ ຮັບປະກັນການປະຕິບັດບົດບາດຂອງ ຫສນຍ ມີການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ” ໂດຍການເປັນປະທານຂອງສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ ເລຂາຄະນະພັກ ຫສນຍ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ມີພາກສ່ວນກ່ຽວຂ້ອງ ແລະ ຜູ້ແທນສົມບູນ ຈຳນວນ 149 ສະຫາຍ ຍິງ 48 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ຫສນຍ ຈໍານວນ 287 ສະຫາຍ ຍິງ 102 ສະຫາຍເຂົ້າຮ່ວມ.

    ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ບັນດາເອກະສານທີ່ນຳມາຜ່ານໃນກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ ຄວາມເປັນເອກະພາບ ແລະ ສຳເລັດຕາມຈຸດປະສົງທີ່ວາງໄວ້ ຊຶ່ງກອງປະຊຸມໄດ້ລົງປະຊາມະຕິເປັນເອກະສັນຮັບຮອງເອົາຮ່າງລາຍງານການເມືອງ ແລະ ທິດທາງຄາດໝາຍສູ້ຊົນແຕ່ລະດ້ານ ທັງວຽກງານກໍ່ສ້າງພັກ-ພະນັກງານ ການນໍາພາຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ວຽກງານວິຊາສະເພາະ ວຽກງານການພົວພັນຮ່ວມມືກັບຕ່າງປະເທດ ແລະ ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກ ໂດຍໄດ້ຕີລາຄາດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ສາເຫດ ບົດຮຽນໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຜ່ານມາ ພ້ອມກັນນີ້ ກອງປະຊຸມຍັງໄດ້ຮັບຮອງເອົາແຜນພັດທະນາວຽກງານວິຊາສະເພາະຂອງ ຫສນຍ ໄລຍະ 2021-2025 ຊຶ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ເປັນແຜນງານ ແຜນວຽກລະອຽດ ໃນນັ້ນ ໄດ້ຮັບຮອງເອົາ 4 ຄາດໝາຍ ແລະ 3 ໜ້າທີ່ຕົ້ນຕໍຂອງ ຫສນຍ ໃນຕໍ່ໜ້າ.

    ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ອອກຮັບສະໜັກເລືອກຕັ້ງ 14 ສະຫາຍ ຍິງ 3 ສະຫາຍ ແລະ ເລືອກໄດ້ 11 ສະຫາຍ ຍິງ 2 ສະຫາຍ.

    ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ຄຳເຈນ ວົງໂພສີ ເປັນເລຂາຄະນະພັກ ສະຫາຍ ຄຳລາວັນ ຈັນທະລາວັນ ເປັນຮອງເລຂາຄະນະພັກ ເລືອກເອົາສະຫາຍ ນາງ ທິບພະກອນ ຈັນທະວົງສາ ເປັນປະທານກວດກາພັກ ສະຫາຍ ວິແກ້ວ ບຸບຜາວັນ ແລະ ສະຫາຍນາງ ດາລາພອນ ຄຳມູນເຮືອງ ເປັນຮອງປະທານກວດກາພັກ. ໃນໂອກາດດັ່ງກ່າວ ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຍາດມາໄດ້ ຊຶ່ງແມ່ນໝາກຜົນລວມຂອງການຈັດຕັ້ງນຳພາຂອງອົງຄະນະພັກ ຫສນຍ ແລະ ຄວາມບຸກໜ້າບືນຕົວຂອງບັນດາສະຫາຍສະມາຊິກພັກ-ພະນັກງານ ເຮັດໃຫ້ສາມາດຍາດມາໄດ້ຜົນສຳເລັດຫຼາຍດ້ານ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງລັດຖະບານ ແລະ ເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການກ້າວຂຶ້ນຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໃນຊຸມປີຕໍ່ໜ້າ ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ ຂໍ້ຄົງຄ້າງ ແລະ ໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ສືບຕໍ່ປັບປຸງ ແກ້ໄຂ ພ້ອມນີ້ ສະຫາຍຍັງໄດ້ໃຫ້ທິດຊີ້ນໍາຕໍ່ວຽກງານແຕ່ລະດ້ານ ແລະ ເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ຈະສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ຫສນຍ ຄັ້ງທີ V ໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດໃໝ່ຍິ່ງໃຫຍ່ກວ່າເກົ່າ.

# ຂ່າວ & ພາບ : ກົມປະສານສໍາພັນ

error: Content is protected !!