ມອບອາຄານ-ອຸປະກອນໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ເຂດເມືອງຫາດຊາຍຟອງ

    ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (HRC) ທີ່ຂຶ້ນກັບສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ໄດ້ຮັບທຶນສະໜັບສະໜູນຈາກກະຊວງກະສິກໍາ ອາຫານ ແລະ ພັດທະ ນາຊົນນະບົດ ສ ເກົາຫຼີ (MAFRA) ໂດຍຜ່ານລັດວິສະຫະກິດຊຸມຊົນຊົນນະບົດ ສ ເກົາຫຼີ (KRC) ຈໍານວນ 4 ຕື້ວອນ ຫຼື 3.478.260 ໂດລາສະຫະລັດ ເພື່ອຊ່ວຍການຄົ້ນຄວ້າ ພັດທະນາເຕັກນິກການຜະລິດທີ່ເໝາະສົມ ເຕັກນິກຫຼັງການເກັບກ່ຽວທີ່ດີ ເພື່ອຊ່ວຍຮັກສາຄຸນນະພາບ ແລະ ຄວາມປອດໄພຂອງຜະ ລິດຕະພັນຜັກ ຊ່ວຍແນະນໍາການເຂົ້າເຖິງຕະຫຼາດ ແລະ ການພັດທະນາຄວາມສາມາດຂອງຊາວກະສິ ກອນ ຜູ້ປະກອບການ ພະນັກງານໃຫ້ມີຄວາມຮູ້ຄວາມສາມາດ (ຈະຖືກປະຕິບັດນອກກິດຈະກໍາຂອງໂຄງ ການ) ນອກນີ້ ຍັງສ້າງສ່ວນສາທິດ ແລະ ຄອບຄົວຕົວແບບ ບ້ານຕົວແບບ ເພື່ອໃຫ້ຊາວກະສິກອນອື່ນໆ ນັກຮຽນນັກສຶກສາ ຜູ້ປະກອບການ ແລະ ພະນັກງານໄດ້ຮຽນຮູ້ (ຈະຖືກປະຕິບັດໃນກິດຈະກໍາຂອງໂຄງ ການ) ໂຄງການດັ່ງກ່າວ ຈະປະຕິບັດເປັນເວລາ 4 ປີ ຄາດໝາຍຂອງໂຄງການ ຈະຊ່ວຍແກ້ໄຂບັນຫາການຜະລິດພືດຜັກຂອງຊາວກະສິກອນໃຫ້ມີຄວາມຍືນຍົງ ເພີ່ມລາຍຮັບໃຫ້ຊາວກະສິກອນ ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພັດທະນາຄວາມສາມາດໃຫ້ຊາວກະສິກອນໃນການແຂ່ງຂັນ. 

    ຈຸດປະສົງຂອງໂຄງການ ເພື່ອຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີການຜະລິດທີ່ເໝາະສົມໃນສະ ພາບແວດລ້ອມຂອງ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ນັກຄົ້ນຄວ້າ ນັກສົ່ງເສີມ ນັກສຶກສາ ຊາວກະສິກອນດ້ານເຕັກໂນໂລຊີການຜະລິດພືດຜັກ ເພື່ອເພີ່ມລາຍຮັບໃຫ້ຊາວກະສິກອນຜ່ານການການນໍາໃຊ້ ເຕັກໂນໂລຊີແບບໃໝ່ ທີ່ສາມາດເພີ່ມຜົນຜະລິດຕໍ່ເນື້ອທີ່ ຫຼຸດຕົ້ນທຶນການຜະລິດ ເພື່ອປັບປຸງໂຄງລ່າງພື້ນ ຖານຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໃນການເປັນພື້ນທີ່ຕົວແບບ ແລະ ເປັນບ່ອນຮຽນຮູ້.

    ລັດຖະບານລາວ ພວມ​ປະຕິບັດ​ວາລະແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP) ປີ 2021-2025 ເຊິ່ງ NSEDP ໄດ້ຍົກໃຫ້ເຫັນວ່າ: ຂະແໜງກະສິກຳ ແລະ ປ່າໄມ້ ຍັງເປັນຂະແໜງການສຳຄັນໃນການປະກອບສ່ວນຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດ ໂດຍສະ ເພາະການຄ້ຳປະກັນສະບຽງອາຫານ ການສ້າງລາຍຮັບ ແລະ ການ​ຄຸ້ມ​ຄອງ​ທໍາ​ມະ​ຊາດແບບຍືນຍົງ ການຊ່ວຍເຫຼືອຈາກ MAFRA ໂດຍຜ່ານ KRC ຈະຊ່ວຍໃຫ້ການພັດທະນາກະສິກໍາຂອງລາວກ້າວໄປຂ້າງໜ້າ ແລະ ຍັງເປັນການປະຢັດເວລາໃນການຄົ້ນຄວ້າທົດລອງ ໂດຍຕິດພັນກັບປະເທດລາວ ທີ່ກຳລັງພັດທະນາ ໂຄງການດັ່ງກ່າວຈະປະຕິບັດແຕ່ປີ 2019-2022 ໂດຍ MAFRA ໄດ້ແຕ່ງຕັ້ງ KRC ເປັນຜູ້ຈັດຕັ້ງປະຕິບັດ ແລະ KRC ກໍໄດ້ເລືອກເອົາ DICA-DOWON Engineering Architect Co. Consortium ເປັນທີ່ປຶກສາດ້ານການຄຸ້ມຄອງ ແລະ ໄດ້ເຊັນສັນຍາກັນວັນທີ 4 ພະຈິກ 2019 ກະຊວງ ກະສິກໍາ ແລະ ປ່າໄມ້ (MAF) ສປປ ລາວ ກໍໄດ້ແຕ່ງຕັ້ງ NAFRI ເປັນຜູ້ຈັດຕັ້ງປະຕິບັດໂຄງການຮ່ວມກັບ KRC.

    ເຖິງ​ວ່າ​ຈະ​ມີ​ການແຜ່ລະບາດຂອງພະຍາດ​ໂຄ​ວິດ-19 ​ໃນ​ 2 ປີຜ່ານມາ ​ແຕ່​ໂຄງການ​ດັ່ງກ່າວກໍ​ໄດ້​ຮັບ​ການ​ສະໜັບສະໜູນ ແລະ ອໍານວຍຄວາມ​ສະດວກຢ່າງເຕັມທີ່ ລະຫວ່າງ KRC ກັບ NAFRI ​ຈົນ​ສາ ມາດ​ກໍ່ສ້າງ​ພື້ນທີ່​ຕົວ​ແບບ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ຢູ່ HRC ​ແລະ 4 ບ້ານຕົວແບບ (ບ້ານຫົວຫ້າ ບ້ານຊາຍຟອງເໜືອ ບ້ານທ່າແຂກ ແລະ ບ້ານສິມມະໂນ) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສິ່ງອໍານວຍຄວາມສະດວກຕ່າງໆເຫຼົ່ານີ້ ໄດ້ຖືກມອບໃຫ້ HRC ວັນທີ 24 ທັນວາ 2021.

    ທ່ານນາງ ປອ ໃຈ ບຸນພະນຸໄຊ ຫົວໜ້າ NAFRI ກ່າວວ່າ: ໂຄງການດັ່ງກ່າວ ຈະປະກອບສ່ວນປັບ ປຸງເຕັກໂນໂລຊີການປູກຜັກ ແລະ ສ້າງຄວາມເຂັ້ມແຂງໃຫ້ການຜະລິດພືດຜັກ ແລະ ລາຍຮັບ ໂດຍຜ່ານການປັບປຸງເຕັກໂນໂລຊີການປູກພືດໃນ ສປປ ລາວ ການ​ຄົ້ນຄວ້າ ​ແລະ ພັດທະນາ​ເຕັກ​ໂນ​ໂລ​ຊີ​ທີ່​ເໝາະ​ ສົມ​ສຳລັບ​ການ​ປູກ​ຜັກ ​ແລະ ການ​ສ້າງ​ຄວາມ​ສາມາດແກ່ຊາວກະສິກອນ ​ຍັງຈະ​ສືບ​ຕໍ່​ດຳ​ເນີນ​ໄປ​ຮອດ​ທ້າຍ​ປີ 2022 ບັນດາ​ກິດຈະກຳ​ຂອງ​ໂຄງການ ​ໂດຍສະເພາະການ​ກໍ່ສ້າງອາຄານ​ ​ແລະ ອຸປະກອນ​ທີ່ມີໃນຫ້ອງ​ທົດ​ລອງ​ຂອງ​ໂຄງການ​ ຈະ​ປະກອບສ່ວນ​ສຳຄັນ​ໃນ​ການ​ປະຕິບັດ​ຍຸດ​ທະ​ສາດການ​ພັດທະນາ​ກະສິກຳ ປີ 2021-2025 ສຳລັບ​ການ​ພັດທະນາ​ກະສິກຳ​ແບບ​ຍືນ​ຍົງ​ ລວມເຖິງດ້ານ​ເສດຖະກິດ-ສັງຄົມ ​ແລະ ດ້ານ​ສິ່ງ​ແວດ​ລ້ອມ. 

                         # ຂ່າວ- ພາບ : ສະບາໄພ

error: Content is protected !!