ສອງບໍລິສັດ ມອບອຸປະກອນປ້ອງກັນໂຄວິດໃຫ້ອົງການກາແດງລາວ

    ວັນທີ 28 ທັນວາ 2021 ບໍລິສັດນ້ຳເທີນ 1 ຈໍາກັດ ແລະ ບໍລິສັດທີບພະຍະປະກັນໄພ ໄດ້ນຳເອົາອຸປະກອນປ້ອງກັນໂຄວິດ-19 ມາມອບໃຫ້ອົງການກາແດງລາວ ໃນນັ້ນ ບໍລິສັດນ້ຳເທີນ1 ຈໍາກັດ ມອບປະກອບມີ: ເຈວລ້າງມື 40 ກ໋ອງ ສະເປເຫຼົ້າຂ້າເຊື້ອ 80 ກ໋ອງ ແລະ ຜ້າອັດປາກ-ດັງ 100 ກັບ ລວມມູນຄ່າ 7.680.000 ກີບ ແລະ ບໍລິສັດທິບພະຍະປະກັນໄພ ມອບເຈວລ້າງມື 2 ແກັດ ແລະ ສະເປເຫຼົ້າ 110 ກ໋ອງ ລວມມູນຄ່າ 2,8 ລ້ານກີບ ເພື່ອນໍາໄປໃຊ້ເຂົ້າໃນວຽກງານດັ່ງກ່າວ ເຊິ່ງກ່າວມອບໂດຍທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາຝ່າຍພົວພັນລັດຖະບານ ບໍລິສັດໄຟຟ້ານ້ຳເທີນ 1 ຈຳກັດ ແລະ ທ່ານ ທະນົງພົນ ລາດອຸບົນ ຜູ້ອໍານວຍການຕະຫຼາດ ບໍລິສັດ ທິບພະຍະປະກັນໄພ ແລະ ກ່າວຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ. 

    ໂອກາດນີ້ ປະທານອົງການກາແດງລາວ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງສອງບໍລິສັດທີ່ໄດ້ນຳເອົາອຸປະກອນຈຳນວນດັ່ງກ່າວມາມອບໃຫ້ອົງການກາແດງລາວໃນຄັ້ງນີ້ ເພື່ອນຳໄປໃຊ້ເຂົ້າໃນວຽກງານຄວບຄຸມ ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈໍາຢູ່ສູນທີ່ອົງການກາແດງລາວຮັບຜິດຊອບ ເຊິ່ງຕະຫຼອດໄລຍະຜ່ານມາ ອົງການກາແດງລາວກໍໄດ້ຮັບການປະກອບສ່ວນຈາກສັງຄົມຢ່າງຫຼວງຫຼາຍ ແຕ່ເຫັນວ່າຍັງບໍ່ທັນພຽງພໍກັບການຊົມໃຊ້ຕົວຈິງ ເພາະປັດຈຸບັນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວເຮົາຍັງມີຕົວເລກການຕິດເຊື້ອຈໍານວນຫຼາຍ ດັ່ງນັ້ນ ຖ້າຫາກບຸກຄົນ ຫຼືພາກສ່ວນໃດມີຄວາມຕ້ອງການຢາກປະກອບຊ່ວຍເຫຼືອອຸປະກອນຕ່າງໆເພື່ອນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ ກໍສາມາດເຂົ້າໄປບໍລິຈາກນໍາອົງການກາແດງລາວໄດ້ ຢູ່ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນໂມງລັດຖະການ.

.# ຂ່າວ- ພາບ : ລັດເວລາ

error: Content is protected !!