ຂໍ້ມູນຜູ້ເສຍຊີວິດໃໝ່ຍ້ອນໂຄວິດ-19 ຢູ່ລາວທັງ 14 ຄົນມື້ນີ້

    ອີງຕາມການຖະແຫຼງຂ່າວຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ປະຈຳວັນທີ 28 ທັນວາ ປີ 2021 ໃຫ້ຮູ້ວ່າ ມື້ນີ້ເປັນມື້ໜຶ່ງທີ່ມີຜູ້ເສຍຊີວິດຈໍານວນຫຼາຍ ລວມທັງຜູ້ມີພະຍາດປະຈຳຕົວ ແລະ ບໍມີພະຍາດປຈຳຕົວ ເຊິ່ງລາຍລະອຽດຄື 

  1. ເພດຍິງ ອາຍຸ 31 ປີ ອາຊີບ ແມ່ເຮືອນ ບ້ານ ມັດຈົງໃຫຍ່ ເມືອງ ປາກແບ່ງ ແຂວງ ອຸດົມໄຊ (ນັບເປັນຄົນເຈັບເສຍຊີວິດ ນະຄອນຫຼວງວຽງຈັນ) ພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ ເຄີຍເປັນວັນນະໂລກປອດ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ 
  2. ເພດຊາຍ ອາຍຸ 72 ປີ ບ້ານ ນໍ້າພ້າວ ເມືອງ ວັງວຽງ ແຂວງ ວຽງຈັນ ນັບເຂົ້າເປັນຄົນເຈັບເສຍຊີວິດຂອງນະຄອນຫຼວງ ພະຍາດປະຈຳຕົວ ຄວາມດັນເລືອດສູງ ແລະ ເບົາຫວານ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19. 
  3. ເພດຊາຍ ອາຍຸ 72 ປີ ບ້ານ ນາທົ່ມ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວຄວາມດັນເລືອດສູງ ເບົາຫວານ ແລະ ເຄິຍເປັນວັນນະໂລກປອດ ສັກຢາວັກຊີນຄົບ Astra Zeneca. 
  4. ເພດຍິງ ອາຍຸ 81 ປີ ບ້ານ ຜາງແຫ້ງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ:ບໍ່ມີຂໍ້ມູນ ສັກຢາວັກຊີນ 1 ເຂັມ J&J 
  5. ເພດຍິງ ອາຍຸ 23 ປີ ບ້ານວຽງແກ້ວ ເມືອງວັງວຽງ ແຂວງວຽງຈັນ ນັບເປັນກໍລະນີນະຄອນຫຼວງວຽງຈັນ ພະຍາດປະຈຳຕົວ HIV positive 
  6. ເພດຍີງ 68 ປີ ອາຊີບ ປະຊາຊົນ ບ້ານປາງຄອນ ເມືອງໄຊຍະບູລີ ແຂວງໄຊຍະບູລີ ພະຍາດປະຈຳຕົວ ອຳມະພາດ 4 ປີ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19 
  7. ເພດຍີງ 68 ປີ ອາຊີບ ປະຊາຊາຊົນ ບ້ານຫ້ວຍຊາຍຄຳ ເມືອງປາກລາຍ ໄຊຍະບູລີ ພະຍາດປະຈຳຕົວ ເບົາຫວານ ຄວາມດັນເລືອດສູງ ຫົວໃຈຊຸດໂຊມ ໄຂ່ຫລັງຊຸດໂຊມ ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ-19 
  8. ເພດຊາຍ 87 ປີ ອາຊີບ ປະຊາຊົນ ບ້ານຕາລານ ເມືອງໄຊຍະບູລີ ພະຍາດປະຈຳຕົວ ອຳມະພາດ 5 ປີ ອັກເສບປອດຊຳເຮື້ອ ໄຂ່ຫຼັງຊຸດໂຊມ ຫອບຫືດ ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ 
  9. ເພດຊາຍ ອາຍຸ 40 ປີ ອາຊີບ ປະຊາຊົນ ບ້ານໂພນສະອາດ ເມືອງໄຊຍະບູລີ ແຂວງໄຊຍະບູລີພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມຊຳເຮື້ອ ບໍ່ໄດ້ສັກຢາວັກຊິນປ້ອງກັນໂຄວິດ 
  10. ເພດຍິງ ອາຍຸ 114 ປີ, ບ້ານ ໃຫຍ່, ເມືອງໄຊຍະບູລີ ແຂວງ ໄຊບະບູລີ ບໍ່ມີພະຍາດປະຈຳຕົວ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ 
  11. ເພດຊາຍ ອາຍຸ 85 ປີ ບ້ານ ນາເລົາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ພະຍາດປະຈຳຕົວຄວາມດັນເລືອດສູງ ປະດົງຂໍ່ ແລະ ຫົວໃຈຊຸດໂຊມ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ 
  12.  ເພດຊາຍ ອາຍຸ 67 ປີ ບ້ານ ເນີນສະຫວ່າງ ເມືອງ ນານ ແຂວງ ຫຼວງພະບາງ ແຕ່ມາປິ່ນປົວຢູ່ໂຮງໝໍແຂວງໄຊຍະບູລີ ພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ ສັກວັກຊີນ J & J 
  13. ເພດຊາຍ ອາຍູ 43 ປີ ອາຊີບ ພະນັກງານ ບ້ານ ນາທອງ ເມືອງ ຊຳເໜືອ ແຂວງ ຫົວພັນບໍ່ມີພະຍາດປະຈຳຕົວ ໄດ້ສັກຢາວັກຊີນ 2 ເຂັມ 
  14. ອາຍຸ 75 ປີ ອາຊີບ ປະຊາຊົນ ບ້ານ ຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ພະຍາດປະຈໍາຕົວ ຄວາມດັນເລືອດສູງ ເບົາຫວານ ແລະ ໄອຊຳເຮື້ອ ບໍໄດ້ຮັບວັກຊີນປ້ອງກັນໂຄວິດ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!