ເມືອງໄຊເສດຖາ ຮ່ວມບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ

    ໃນວັນທີ 24 ທັນວາ 2021 ຜ່ານມາ ທີ່ສຳນັກງານປົກຄອງເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳບໍລິຈາກເລືອດຂື້ນ ນຳໂດຍທ່ານ ກຸມພະວາ ຈຳປາສຸກ ຫົວໜ້າຫ້ອງວ່າການປົກຄອງເມືອງໄຊເສດຖາ ພ້ອມດ້ວຍອ້າຍນ້ອງພະນັກງານພາຍໃນຫ້ອງວ່າການປົກຄອງເມືອງດັ່ງກ່າວ ຮ່ວມບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ເຊິ່ງມີຜູ້ປະກອບສ່ວນບໍລິຈາກເລືອດຄັ້ງນີ້ຈຳນວນ 7 ທ່ານ.

    ໂອກາດນີ້ ທ່ານຫົວໜ້າຫ້ອງວ່າການປົກຄອງເມືອງໄຊເສດຖາ ກ່າວວ່າ: ກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມຄັ້ງນີ້ ບໍ່ແມ່ນຄັ້ງທຳອິດ ກ່ອນໜ້ານີ້ ທາງຫ້ອງວ່າການປົກຄອງເມືອງພວກເຮົາ ໄດ້ ຮ່ວມກັບສູນເລືອດແຫ່ງຊາດ ຈັດຂຶ້ນແບບນີ້ຂຶ້ນທຸກປີ ໂດຍໄດ້ລະດົມອົງການຈັດຕັ້ງມະຫາຊົນ ແລະ ພະນັກງານລັດຖະກອນພາຍໃນເມືອງເຂົ້າຮ່ວມກິດຈະກຳມາໂດຍຕະຫຼອດ ຄັ້ງນີ້ກໍເຊັ່ນກັນ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ທາງເມືອງກໍ່ໄດ້ລະດົມກັນເຂົ້າຮ່ວມປະກອບສ່ວນ.

    ເພື່ອສືບຕໍ່ກິດຈະກໍາດີໆຄືດັ່ງກ່າວ ທາງຫ້ອງວ່າການເມືອງພວກເຮົາຍັງຈະສືບຕໍ່ປຸກລະດົມອ້າຍນ້ອງ ພະນັກງານ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງ ສືບຕໍ່ໃຫ້ການປະກອບສ່ວນບໍລິຈາກເລືອດໃນໂອກາດຕໍ່ ໄປ ຕາມສະພາບເງື່ອນໄຂທີ່ເອື້ອອຳນວຍ.

# ຂ່າວ – ພາບ : ບຸນມີ

 

 

 

error: Content is protected !!