ຍັງພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນຫຼາຍ ດັ່ງນັ້ນ ການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຕ້ອງປະຕິບັດ 6 ມາດຕະການຢ່າງເຄັ່ງຄັດ

    ອີງຕາມການຖະແຫຼງຂ່າວຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ປະຈຳວັນທີ 28 ທັນວາ ປີ 2021 ໃຫ້ຮູ້ວ່າ  ວັນທີ 27 ທັນວາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.790 ຕົວຢ່າງ ພົບເຊື້ອ 962 ຄົນ  ຕິດເຊື້ອພາຍໃນທັງໝົດ.

    ການຕິດເຊືື້ອພາຍໃນໃໝ່ທັງໝົດ 962 ຄົນ ມາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ (ນວ) ຄື

  • 500 ຄົນ
  • 20 ຄົນ
  • 7 ຄົນ
  • 51 ຄົນ
  • 57 ຄົນ
  • 47 ຄົນ
  • 3 ຄົນ
  • 12 ຄົນ
  • 6 ຄົນ
  • 84 ຄົນ
  • 48 ຄົນ
  • 32 ຄົນ
  • 19 ຄົນ
  • 11 ຄົນ
  • 12 ຄົນ
  • 9 ຄົນ
  • 39 ຄົນ
  • 5 ຄົນ

    ປັດຈຸບັນ ມີຜູ້ຕິດເຊື້ອສະສົມທົ່ວປະເທດ 107.740 ກໍລະນີ ແລະ ເສຍຊີວິດສະສົມທັງໝົດ 342 ຄົນ ເສຍຊີວິດໃໝ່ 14 ຄົນ).

    ໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ກໍຄືເທດສະການສຳຄັນທາງສາດສະໜາທີ່ຈະມາເຖິງ ດັ່ງນັ້ນ ຂໍແນະນຳໃຫ້ປະຕິບັດຕາມແຈ້ງການ ຫສນຍ 1684/ຫສນຍ ລົງວັນທີ 23 ທັນວາ 2021 ແລະ ແຈ້ງການຂອງ ຫສນຍ 1494/ຫສນຍ ລົງວັນທີ 14 ພະຈິກ 2021 ໂດຍເນັ້ນໜັກ 6 ມາດຕະການ ເພື່ອປ້ອງກັນຕົນເອງ ຄື ໃຫ້ຮີບຮ້ອນໄປສັກວັກຊີນ ຖ້າທ່ານບໍjທັນໄດ້ສັກ ຫຼື ຕາມການປະກາດຂອງຄະນະສະເພາະກິດ ໃຫ້ໄປສັກເຂັມ 3 ເພາະເຮົາຮູ້ແລ້ວວ່າວັກຊີນສາມາດຫຼຸດຜ່ອນຄວາມຮຸນແຮງ ແລະ ເສຍຊີວິດໄດ້ ໃສ່ຜ້າອັດປາກຄືໄດ້ແນະນຳທຸກຄັ້ງ ແລະ ໃສ່ໃຫ້ຖືກຕ້ອງ ລ້າງມືໃຫ້ສະອາດກ່ອນ ແລະ ຫຼັງທີ່ຮູ້ສຶກໄດ້ສຳຜັດ ການໃສ່ຕ້ອງຮັບປະກັນປົກປິດດັງ-ປາກ ລົງຮອດຫຸ້ມຄາງ ແລະ ຖີ້ມຫຼັງໃຊ້ແລ້ວ ໂດຍໃສ່ຖົງມັດໃຫ້ແໜ້ນກ່ອນຈະຖີ້ມລົງຖັງຂີ້ເຫຍື້ອ ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ ເຊິ່ງວິທີນີ້ ພວກເຮົາຮູ້ແລ້ວວ່າ ລະອອງທີ່ຕິດເຊື້ອ ບໍ່ສາມາດຟຸ້ງກະຈາຍເກີນໄລຍະນີ້ໄດ້ ໃຊ້ຜ້າແພມົນ ຫຼື ເຈ້ຍອະນາໄມອັດປາກ-ດັງ ຫຼື ໃຊ້ແຂນສອກປິກໃນເວລາຈາມເພື່ອບໍ່ໃຫ້ລະອອງຈາມຟົ້ງໄດ້ໄກໃສ່ຜູ້ອ້ອມຂ້າງ ການໝັ່ນລ້າງມື ບໍ່ວ່າດ້ວຍສະບູ ແລະ ຫຼື ດ້ວຍເຈວທີ່ມີທາດເຫຼົ້າ ຍັງໄດ້ຜົນດີທີ່ສຸດ ຫຼີກລຽງຢູ່ ຫຼື ພົບຜູ້ຄົນໃນສະຖານທີ່ປິດ ເຊັ່ນຫ້ອງເປີດແອ ຄວນພົບກັນຢູ່ນອກ ຫຼື ເປີດປະຕູ ປ່ອງຢ້ຽມ ຫຼີກລ່ຽງສະຖານທີ່ບໍ່ສາມາດຮັກສາໄລຍະຫ່າງໄດ້ ຫຼື ມີຄົນຢູ່ແອອັດຫຼາຍ ຖ້າພວກເຮົາຫາກມີສະຕິຢູ່ຕະຫຼອດໃນການປ້ອງກັນຕົນເອງ ເຊື່ອໝັ້ນວ່າພວກເຮົາຈະຜ່ານວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຫຼື ເທດສະການທາງສາດສະໜາໄດ້ຢ່າງປອດໄພ

.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!