ໂຄງ​ການໂອ​ກາດ ສະໜັບສະໜູນກິດຈະກໍາສ້າງລາຍຮັບໃຫ້ແກ່ຄົນ​ທີ່ມີຄວາມພິການ

   ໂຄງການໂອກາດ ໃຫ້ການສະໜັບສະໜູນທຶນໂດຍອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ (USAID) ແລະ ຈັດຕັ້ງປະຕິບັດໂດຍອົງການເວີລດ໌ເອດຢູເຄຊັນ (WEI) ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ (HI) ສະມາຄົມຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ (QLA) ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ARMI) ເພື່ອເສີມຂະຫຍາຍການເຂົ້າເຖິງການຮັກສາສຸຂະພາບ ແລະ ໂອກາດທາງດ້ານເສດຖະກິດ ສຳລັບຄົນທີ່ມີຄວາມພິການ ພ້ອມທັງສະໜັບສະໜູນການມີສ່ວນຮ່ວມໃນການອອກແບບນະໂຍບາຍ ແລະ ປະຕິບັດວຽກງານໃນການພັດທະນາແບບມີສ່ວນຮ່ວມ.

    ນັບ​ຕັ້ງ​ແຕ່​ເດືອນ​ສິງ​ຫາ ຈົນ​ເຖິງເດືອນທັນ​ວາ 2021 ທີມງານການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ (CBID) ຂອງໂຄງການໂອກາດ ໄດ້​ສະ​ໜ​ອງ​ສັດ​ລ້ຽງ​ເຊັ່ນ: ແບ້ ໄກ່ ໝູ ປາ ແລະ ​ອຸ​ປະ​ກອນ​ຕ່າງໆ ​ເຊັ່ນ: ​​ຊິ້ນສ່ວນອາໄຫຼ່​ລົດ​ຈັກ ແລະ ລົດ​ໄຖ​ນາ ລາຍການເຄື່ອງ​ແຫ້ງ​ຕ່າງໆ ລວມ​ມູນ​ຄ່າ 282 ລ້ານ​ກວ່າກີບ ​ໃຫ້​ແກ່ 90 ຄົວ​ເຮຶອນ​ຂອງ​ຄົນ​ທີ່​ມີ​ຄວາມ​ພິ​ການ ແລ​ະ ຄອບ​ຄົວ​ຂອງ​ພວກ​ເຂົາຢູ່​ເມືອງ​ຄຳ ແຂວງຊຽງ​ຂວາງ ແລະ ຈຳ​ນວນ​ມູນ​ຄ່າ 238 ລ້ານກວ່າ​ກີບ​ ໃຫ້​ແກ່ 86 ຄົວ​ເຮຶອນຂອງ​ຄົນ​ທີ່​ມີ​ຄວາມ​ພິ​ການ  ແລ​ະ ຄອບ​ຄົວຢູ່​ເມືອງ​ໄຊ​ພູ​ທອງ ແຂວງສະ​ຫວັນ​ນະ​ເຂດ ການ​ສະ​ໜອງຊັບສິນເຫຼົ່ານີ້ ແມ່ນມີຈຸດປະສົງເພື່ອສະໜັບສະໜູນ​ໃຫ້ຄົນ​ທີ່​ມີ​ຄວາມ​ພິ​ການ ແລະ ຄອບ​ຄົວໃນ​ການເລີ່ມຕົ້ນທຸ​ລະ​ກິດ ຫຼື ສ້າງຄວາມເຂັ້ມແຂງ​ທາງ​ດ້ານທຸລະກິດຂອງ​ພວກ​ເຂົາ ນອກ​ຈາກ​ສັດ​ລ້ຽງ ແລະ ອຸ​ປະ​ກອນ​ຕ່າງ​ໆ​ແລ້ວ ​ພວກ​ເຂົາ​ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ​ຕ່າງໆ ​ເຊັ່ນ: ການພັດທະນາແຜນທຸລະກິດ ການຝຶກອົບຮົມຄວາມຮູ້ທາງດ້ານການເງິນ ການຝຶກອົບຮົມດ້ານວິຊາການ ແລະ ຄໍາແນະນໍາກ່ຽວກັບສະຖານທີ່ເໝາະສົມສໍາລັບທຸລະກິດ ແລະ ການຝຶກອົບຮົມການຄຸ້ມຄອງການເງິນຂອງຄົວເຮືອນ ແລະ ສ່ວນບຸກຄົນ ເພື່ອ​ຊ່ວຍ​ໃນ​ການ​ສ້າງ​ທຸ​ລະ​ກິດ​ຂອງ​ພວກ​ເຂົາ.

    ໜຶ່ງ​ໃນ​ບຸ​ລິ​ມະ​ສິດຫຼັກ​ຂອງທີມງານການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ຂອງໂຄງການໂອກາດ ແມ່ນ​ເພື່ອຮັບປະກັນວ່າບໍ່ມີໃຜໄດ້ຮັບບາດເຈັບ ຫຼືເສຍຊີວິດຈາກລະເບີດບໍ່ທັນແຕກໃນ​ຂະ​ນະ​ທີ່ລິ​ເລີ່ມ ຫຼື ຂະ​ຫຍາຍ​ພື້ນ​ທີ່​ກະ​ສິ​ກຳ​ຈາກ​ກິດ​ຈະ​ກຳ​ສ້າງ​ລາຍ​ຮັບ ດັ່ງ​ນັ້ນ ກ່ອນການມອບ-ຮັບສັດ​ລ້ຽງ ໂຄງ​ການ​ໂອ​ກາດໄດ້ມີ​ການປະສານສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ ເພື່ອສໍາຫຼວດ ແລະ ກວດກູ້ເນື້ອທີ່ດິນຂອງ 33 ຄອບຄົວທີ່ມີຄົນພິການອາໄສຢູ່ໃນເຂດທີ່ມີຄວາມສ່ຽງສູງຕໍ່ກັບລະເບີດບໍ່ທັນແຕກຢູ່​ເມືອງ​ຄຳ ແຂວງຊຽງ​ຂວາງ. ໃນປັດຈຸບັນ ພວກເຂົາສາມາດ​ດຳ​ເນີນ​ການກະສິກໍາເຊິ່ງ​ເປັນ​ກິດ​ຈະ​ກຳ​ການ​ສ້າງ​ລາຍ​ຮັບທີ່​ພວກ​ເຂົາ​ໄດ້​ເລືອກ​ໄວ້ໄດ້ຢ່າງປອດໄພ ແລະ ສະ​ບາຍ​ໃຈ.

    ໂດຍຜ່ານການສະໜັບສະໜູນຂອງໂຄງ​ການ​ໂອ​ກາດ ປັດ​ຈຸ​ບັນ ຄົນ​ທີ່​ມີ​ຄວາມພິການ ແລະ ຄອບຄົວຂອງພວກເຂົາສາມາດລິເລີ່ມ ຫຼື ຂະຫຍາຍທຸລະກິດເພື່ອເພີ່ມລາຍຮັບເຂົ້າ​ໃນຄົວເຮືອນຂອງ​ພວກ​ເຂົາ ແລະ ເລີ່ມຕົ້ນການປະຢັດ ເພື່ອປ້ອງກັນຄວາມສ່ຽງຂອງຄ່າໃຊ້ຈ່າຍທີ່ບໍ່ຄາດຄິດຈະເກີ​ດ​ຂຶ້ນ ​ເຊິ່ງອາດຈະມີ​ຜົນ​ກະ​ທົບຕໍ່ຄວາມໝັ້ນຄົງທາງດ້ານການເງິນຂອງພວກເຂົາ.

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!