ສ ເກົາຫຼີ ມອບຫຼຽນໄຊການທູດໃຫ້ແກ່ທ່ານລັດຖະມົນຕີສາທາລະນະສຸກ

    ວັນທີ 27 ທັນວາ 2021 ທີ່ເຮືອນພັກເອກອັກຄະລັດຖະທູດສາທາລະນະລັດເກົາຫຼີ ປະຈຳລາວ ຈັດພິທີມອບຫຼຽນໄຊການທູດ (Diplomatic Service Medal) ໃຫ້ແກ່ທ່ານ ບຸນແຝງ ພຸມມະໄລສິດ ລັດຖະມົນຕີສາທາລະນະສຸກແຫ່ງ ສປປ ລາວ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜົນງານອັນຍິ່ງໃຫຍ່ທີ່ທ່ານລັດຖະມົນຕີໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໃນຂະແໜງ ການຊ່ວຍເຫຼືອທາງການ ເພື່ອການພັດທະນາ ຕະຫຼອດມາ.

    ການມອບຫຼຽນໄຊການທູດ ໃນຂະແໜງການຊ່ວຍເຫຼືອເພື່ອການພັດທະນາແກ່ຕ່າງປະເທດຄັ້ງນີ້ ຖືວ່າເປັນຄັ້ງທຳອິດຂອງລັດຖະບານ ສ ເກົາຫຼີ ໃນປີນີ້ ຕາງໜ້າລັດຖະບານ ສ ເກົາຫຼີ ມອບຫຼຽນໄຊການທູດຄັ້ງນີ້ໂດຍທ່ານ ອິມມູຮົງ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ ມີທ່ານຫົວໜ້າກົມ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. 

    ລັດຖະບານແຫ່ງ ສ ກົາຫຼີ ໄດ້ຕີລາຄາສູງຕໍ່ຜົນງານອັນຍິ່ງໃຫຍ່ຂອງທ່ານລັດຖະມົນຕີ ບຸນແຝງ ພູມມະໄລສິດ ທີ່ໄດ້ຊີ້ນຳການຮ່ວມມືລະຫວ່າງກະຊວງສາທາລະນະສຸກ ສປປ ລາວ ກັບອົງການສາທາລະນະສຸກສາກົນເກົາຫຼີ (KOFIH) ແລະ ອົງການຮ່ວມມືສາກົນແຫ່ງສາທາລະນະລັດເກົາຫຼີ (KOICA) ເພື່ອຂຶ້ນແຜນ ແລະ ຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອທາງດ້ານສາທາລະນະສຸກຂອງ ສ ເກົາຫຼີ ແກ່ ສປປ ລາວ ໄດ້ສຳເລັດຢ່າງຈົບງາມ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍການຮ່ວມມືມິດຕະພາບ ລະຫວ່າງ ສອງປະເທດ. 

    ໃນພິທີດັ່ງກ່າວ ທ່ານ ອິມມູຮົງ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ໄດ້ກ່າວວ່າ : ເຖິງວ່າ  ໂຄວິດ-19 ຍັງສືບຕໍ່ແຜ່ລະບາດຢູ່ໃນ ສປປ ລາວ ກໍຕາມ ແຕ່ພາຍໃຕ້ການຊີ້ນຳຢ່າງໃກ້ຊິດ ແລະ ການຮ່ວມມືທີ່ດີຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເຮັດໃຫ້ການພົວພັນຮ່ວມມືລະຫວ່າງກະຊວງສາທາລະນະສຸກ ສປປ ລາວ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງ ສ ເກົາຫຼີ ສາມາດບັນລຸຜົນສຳເລັດໃນຫຼາຍດ້ານ ຫວັງວ່າການຮ່ວມມືດັ່ງກ່າວຍັງຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຕໍ່ໄປອີກ.

# ຂ່າວ – ພາບ : ບຸນມີ

error: Content is protected !!