ອົງຄະນະພັກນະຄອນຫຼວງ ສຸມໃສ່ວຽກງານນໍາພາຮອບດ້ານ

    ກອງປະຊຸມຄົບຄະນະບໍລິຫານງານພັກນະຄອນຫຼວງ​ວຽງຈັນ​ (ນວ)  ຄັ້ງທີ 5 ສະໄໝທີ VII​  ຈັດຂຶ້ນວັນທີ​ 27-29​ ທັນວາ​ 2021​ ຢູ່ຫ້ອງ​ວ່າ​ການ​ອົງ​ການ​ປົກຄອງ​ ນວ ໂດຍ​ເປັນ​ປະທານ​ຂອງສະຫາຍ ​ອາດສະພັງທອງ ​ສີພັນດອນ ​ຮອງ​ເລຂາ​ຄະນະພັກ​ ເຈົ້າຄອງ​ ນວ ມີກໍາມະການປະຈໍາພັກ ແລະ ຄະນະພັກ ນວ ເຂົ້າ​ຮ່ວມ.

      ກອງປະຊຸມ​ຄັ້ງ​ນີ້​ ໄດ້​ຮັບຟັງ​ການ​ລາຍງານ ​ແລະ ໃຫ້​ທິດ​ຊີ້ນຳ​ກ່ຽວກັບ​ການ​ສະ​ຫຼຸບຕີລາຄາການນໍາພາວຽກງານຮອບດ້ານຂອງ​ອົງ​ຄະນະພັກ​ນະ​ຄອນ​ຫຼວງ​ ໄລຍະ ​1 ປິ​ຜ່ານມາ (2021) ​ແລະ ແຜນ​ວຽກ​ຈຸດສຸມປີ 2022  ເຊິ່ງໄລຍະຜ່ານມາ ອົງຄະນະພັກ​ນະຄອນຫຼວງໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິ XI ແຜນພັດທະນາ 5 ປີ ຄັ້ງທີ IX ຕິດພັນກັບມະຕິສະພາປະຊາຊົນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ  5 ປີ ສະບັບທີ IX ຂອງນະຄອນຫຼວງ​ ເຂົ້າ​ໃນການນຳພາ​ວຽກງານ​ແຕ່ລະ​ດ້ານ​ ເປັນຕົ້ນ: ການນໍາພາວຽກງານການລົງທຶນ ແລະ ການເຕີບໂຕດ້ານເສດຖະກິດ-ການເງິນ ຄາດຄະເນຈະຂະຫຍາຍຕົວລວມຍອດຜະລິດຕະພັນພາຍໃນ (GDP) ໝົດປີ 2021 ຂອງນະຄອນຫຼວງ ຂະຫຍາຍຕົວຢູ່ໃນລະດັບ 4,13% (ມະຕິສະພາບໍ່ໃຫ້ຫຼຸດ 6,5%) ຈະມີມຸນຄ່າໃນປີປະມານ 57.953 ຕື້ກີບ (ມະຕິສະພາ 59.270 ຕື້ກີບ) ສະເລ່ຍຕໍ່ຫົວຄົນ ຈະບັນລຸໄດ້ 6.027 ໂດລາສະຫະລັດ (ມະຕິສະພາ 6.610 ໂດລາສະຫະລັດ) ໃນນີ້: ຂະແໜງກະສິກຳ ຄາດວ່າຈະຂະຫຍາຍຕົວ 3,28% ກວມເອົາ 14,86% ຂອງ GDP ຂະແໜງອຸດສາຫະກຳ ຄາດວ່າຈະຂະຫຍາຍຕົວ 6,25% ກວມເອົາ 50,04% ຂອງ GDP ຂະແໜງບໍລິການ ຄາດວ່າຈະຂະຫຍາຍຕົວ 1,24% ກວມເອົາ 35,09% ຂອງ GDP ດ້ານການລົງທຶນ: ໄດ້ຄົ້ນຄວ້າອອກໃບຢັ້ງຢືນຊຳລະໃຫ້ບັນດາໂຄງການໄດ້ທັງໝົດ 878 ໂຄງການ ລວມເປັນມູນຄ່າທັງໝົດ 91,19 ຕື້ກີບ ເທົ່າກັບ 75,49% ຂອງແຜນການປີ (120,79 ຕື້ກີບ) ຄາດຄະເນໝົດປີ ຈະປະຕິບັດໄດ້ຕາມແຜນທີ່ວາງໄວ້ ໃນນີ້ ທຶນບ້ວງປົກກະຕິ 221 ໂຄງການ ມູນຄ່າ 30,01 ຕື້ກີບ ບ້ວງເລື່ອນຈ່າຍໃນປີ 2020 ມາຈ່າຍໃນປີ 2021 ຈໍານວນ 383 ໂຄງການ ເທົ່າກັບ 25,23 ຕື້ກີບ ບ້ວງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ 4 ໂຄງການ ມູນຄ່າ 2,13 ຕື້ກີບ ແລະ ຊຳລະໜີ້ສີນດ້ວຍເງິນເກີນແຜນຂອງປີ 2020 ຈໍານວນ 270 ໂຄງການ ມູນຄ່າ 33,82 ຕື້ກີບ 

    ນອກຈາກນີ້ ຍັງໄດ້ຊໍາລະໜີ້ສິນໂຄງການລົງທຶນຂອງລັດດ້ວຍບ້ວງອວ່າຍໜີ້ສາມແຈ 32 ໂຄງການ ມູນຄ່າ 208,01 ຕື້ກີບ ແລະ ບ້ວງພັນທະບັດ 73 ໂຄງການ ມູນຄ່າ 184,62 ຕື້ກີບ 

   ດ້ານການເງິນ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 4.017.745,902 ຕື້ກີບ ເທົ່າກັບ 78,86% ຂອງແຜນການປີ ໃນນັ້ນ ລາຍຮັບນະຄອນຫຼວງ ສາມາດປະຕິບັດໄດ້ 1.150.390.368 ຕື້ກີບ ເທົ່າກັບ 82,47% ຂອງແຜນການປີ ແລະ ລາຍຮັບບ້ວງສູນກາງ (ພາສິ) ປະຕິບັດໄດ້ 2.867.355.534 ຕື້ກີບ ເທົ່າກັບ 77,50 % ຂອງແຜນການປີ ການປະຕິບັດຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດໃນແຜນການປີ ໄດ້ອະນຸມັດລາຍຈ່າຍ 640  ກວ່າຕື້ກີບ ເທົ່າກັບ 127,44% ຂອງແຜນການ. 

   ນອກນີ້ ກອງປະຊຸມຍັງໄດ້ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບການນຳພາຈັດຕັ້ງຕິບັດ 2 ວາລະແຫ່ງຊາດ ຮັບຟັງການລາຍງານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ ນວ ການຊຸກຍູ້ສົ່ງເສີມໂຄງການຜະລິດສິນຄ້າປາຍແຫຼມ ເພື່ອສົ່ງອອກພາຍຫຼັງທີ່ມີໂຄງການລົດໄຟລາວ-ຈີນແລ່ນຜ່ານຊ່ວງ ນວ ແລະ ເປີດບັ້ນດຳເນີນຊີວິດການເມືອງ ຂອງອົງຄະນະພັກ ນວ ສະໄໝທີ VII ປະຈຳປີ 2021 ເພື່ອຄົ້ນຄວ້າສຳຫຼວດປັບປຸງປົວແປງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງຕື່ມອີກ.

# ຂ່າວ – ພາບ : ລັດເວລາ

error: Content is protected !!