ໂອຊາກາ ຟິວຊັນ ບຸບເຟ້ ເປີດໃຫ້ບໍລິການພ້ອມດ້ວຍມາດຕະການປ້ອງກັນໂຄວິດ-19

    ເພື່ອເປັນການຕອບສະໜອງກັບຄວາມຕ້ອງການຂອງລູກຄ້າທີ່ມັກຮັບປະທານອາຫານຍີ່ປຸ່ນ ສະນັ້ນ ທ່ານນາງ ວິໄລລັກ ບັນນະວົງ ເຈົ້າຂອງຮ້ານ Osaka Fusion buffet (ໂອຊາກາ ຟິວຊັນ ບຸບເຟ້) ຈິ່ງໄດ້ເປີດຮ້ານອາຫານຍີ່ປຸ່ນຂຶ້ນໃນທ້າຍອາທິດຜ່ານມານີ້ ໂດຍມີທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ. 

    ທ່ານນາງ ວິໄລລັກ ບັນນະວົງ ກ່າວວ່າ ດ້ວຍຄວາມມັກຮັບປະທານ ແລະ ປຸງແຕ່ງອາຫານຍີ່ປຸ່ນ ອີກຢ່າງໜຶ່ງຮ້ານອາຫານຍີ່ປຸ່ນຢູ່ໃນປະເທດລາວຍັງບໍ່ຫຼາຍພໍປານໃດ ດັ່ງນັ້ນ ຈຶ່ງມີຄວາມຄິດຢາກເປີດຮ້ານອາຫານຍີ່ປຸ່ນແຫ່ງນີ້ຂຶ້ນ ໂດຍເນັ້ນຄວາມເປັນເອກະລັກສະນະສະເພາະ ເປັນຕົ້ນແມ່ນຣົດຊາດອາຫານ ການຕົບແຕ່ງຮ້ານ ແລະ ການບໍລິການຕ່າງໆ. 

    ຮ້ານອາຫານດັ່ງກ່າວ ຕັ້ງຢູ່ສູນການຄ້າວິວມໍ ຊັ້ນ 2 ບ້ານພະຂາວ ເມືອງໄຊທານີ ໂດຍມີອາຫານຫຼາຍປະເພດໃຫ້ເລືອກເຊັ່ນ ຊາຊິມິ ຊູຊິ ເຂົ້າດົ້ງ ສະເຕັກຍີ່ປຸ່ນ ສະເຕັກເອີຣົບ ໂຊບະ ເຂົ້າຫໍ່ສາຫຼ່າຍ ສະຫຼັດ ແລະ ຍໍາ ໂອຊາກາ ຕິມຊຳ ແລະ ອື່ນໆ ໂດຍເປີດໃຫ້ການບໍລິການໃນຮູບແບບບຸບເຟ້ມີ 2 ລາຄາຄື 179.000 ກີບຕໍ່ຄົນ ມີ 140 ເມນູ ແລະ ລາຄາ 259.000 ກີບຕໍ່ຄົນມີ 180 ເມນູ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທາງຮ້ານໄດ້ມີມາດຕະການໃນການປ້ອງກັນລະບາດດັ່ງກ່າວດ້ວຍການວັດອຸນຫະພູມ ເຈວລ້າງມີ ເວັ້ນໄລຍະຫ່າງລະຫວ່າງໂຕະຕໍ່ໂຕະອີກດ້ວຍ ເປີດໃຫ້ບໍລິການເວລາ 11 ໂມງ ຫາ 14 ໂມງ ແລະ 17 ໂມງ ຫາ 21 ໂມງ ທຸກໆວັນ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!