ປກສ ກຸ່ມ 4 ໂພນຕ້ອງສືບຕໍ່ເຜີຍແຜ່ວາລະແຫ່ງຊາດໃຫ້ປະຊາຊົນເພື່ອຫ່າງໄກສິ່ງເສບຕິດ

     ປກສ ກຸ່ມ 4 ໂພນຕ້ອງ ເມືອງຈັນທະບູລີ ຈັດກອງປະຊຸມເຊື່ອມຊຶມວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຢາເສບຕິດຂຶ້ນໃນວັນທີ 24 ທັນວາ 2021 ທີ່ຫ້ອງການບ້ານດົງປາແຫຼບ ເປັນກຽດເຜີຍແຜ່ຂອງ ທ່ານ ພັທ ວິໄຊ ໄຊຍະເບດ ຫົວໜ້າພະແນກການເມືອງ ກອງບັນຊາການ ປກສ ເມືອງຈັນທະບູລີ ທ່ານ ເພັດສະໝອນ ສິງຄຳຈັນ ຫົວໜ້າຫ້ອງການຍຸຕິທຳເມືອງຈັນທະບູລີ ທ່ານ ພັຕ ແສງເພັດ ສຸລິວົງຄຳ ຮອງຫົວໜ້າ ປກສ ກຸ່ມ 4 ໂພນຕ້ອງ ມີທ່ານ ສົມໃຈ ອຸ່ນສະວົງ ນາຍບ້ານດົງປ່າແຫຼບ ມີບັນດາພະນັກງານນັກຮົບ ປກສ ກຸ່ມ 4 ໂພນຕ້ອງ ພະນັກງານລົງກໍ່ສ້າງຮາກຖານ ອົງການຈັດຕັ້ງບ້ານ ເຂົ້າຮ່ວມ.

    ການຈັດກອງປະຊຸມດັ່ງກ່າວ ເປົ້າໝາຍກໍເພື່ອໃຫ້ສືບຕໍ່ຜັນຂະຫຍາຍວາລະແຫ່ງຊາດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈບັນຫາຢາເສບຕິດ .

     ໃນໂອກາດນີ້ ທ່ານ ພັທ ວິໄຊ ໄຊຍະເບດ ໃຫ້ຮູ້ວ່າ: ການຈັດຕັ້ງເຊື່ອມຊຶມວາລະແຫ່ງຊາດເພື່ອແກ້ໄຂບັນຫາຢາເສບຕິດໃນຄັ້ງນີ້ ເພື່ອເຮັດໃຫ້ເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ທີ່ຈະເກີດຂຶ້ນຕໍ່ລູກຫຼານ ສັງຄົມ ເມື່ອບຸກຄົນໃດເສບ ສູບ ດົມ ສີດ ເຂົ້າໄປ ຈະມີຜົນກະທົບຕໍ່ຮ່າງກາຍ ແລະ ຈິດປະສາດ ເຮັດໃຫ້ຮ່າງກາຍຈ່ອຍຜອມ ສະໝອງຖືກທໍາລາຍ ເປັນບ້າເສຍຈິດ ຫາກນຳໃຊ້ສານນີ້ເປັນປະຈຳ ຈະເຮັດໃຫ້ຕິດຢາ ຫຼື ວ່າແງ້ນຢາ ເພາະຢາເສບຕິດເປັນໜໍ່ແໜງທີ່ພາໃຫ້ເກີດມີປາກົດການຫຍໍ້ທໍ້ ເປັນຕົ້ນ ແມ່ນປຸ້ນ ຈີ້ ຊີງຊັບ ອາລະວາດຄອບຄົວ ສໍາລັບຜູ້ຜະລິດ ປຸງແຕ່ງ ຊື້ຂາຍ ຈຳໜ່າຍ ຄອບຄອງເກັບຮັກສາ ນຳເຂົ້າ-ສົ່ງອອກ ຈະຖືກດຳເນີນຄະດີຕາມລະບຽບກົດໝາຍ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!