ເຊິນຊວນຮ່ວມບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ

    ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ໃຫ້ສຳພາດເມື່ອ ອາທິດຜ່ານມາວ່າ: ຈາກສະພາບຄວາມຫຍຸ້ງຍາກໃນໄລຍະຜ່ານມາ ທາງສູນເລືອດທົ່ວປະເທດ ໄດ້ພ້ອມກັນສູ້ຊົນປະຕິບັດໜ້າທີິ່ຊາສະເພາະດ້ວຍຄວາມຮັບຜິດຊອບສູງ ເຊິ່ງຕາມແຜນໃນປີ 2021 ແຜນການທົ່ວປະເທດຕ້ອງບັນລຸ 64.000 ຖົງ ແຕ່ປະຕິບັດໄດ້ທັງໝົດ 57.979 ຖົງ ຖ້າທຽບໃສ່ແຜນການແມ່ນຫຼຸດແຜນການ 6.048 ຖົງ (ບັນລຸ 90,5%).ໃນນີ້ ສູນເລືອດແຫ່ງຊາດ ແຜນຄາດໝາຍທັງໝົດແມ່ນ 26.310 ຖົງ ແຕ່ປະຕິບັດໄດ້ 26.498 ຖົງ ເທົ່າກັບ 100,7% ລື່ນຄາດໝາຍ.

    ສຳລັບທ້ອງຖີ່ນ (ບັນດາສູນເລືອດແຂວງທົ່ວປະເທດ) ແຜນຄາດໝາຍທັງໝົດ 37.690 ຖົງ ແຕ່ປະຕິບັດໄດ້ 31.481 ຖົງ ເທົ່າກັບ 83,5% ຫຼຸດຄາດໝາຍ ແຕ່ເຖີງແນວໃດກໍຕາມ ເພື່ອຕອບສະໜອງເລືອດໃຫ້ພຽງພໍກັບຄວາມຕ້ອງການຂອງຄົນເຈັບ ໃນປີ 2022 ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງ ໄດ້ມີແຜນການວາງຕົວເລກເປົ້າໝາຍສູ້ຊົນທົ່ວປະເທດຕ້ອງບັນລຸ 68.000 ຖົງ ໃນນີ້ ສູນເລືອດແຫ່ງຊາດຕ້ອງບັນລຸ 28.200 ຖົງ ບັນດາສູນເລືອດແຂວງ ຕ້ອງບັນລຸ 39.800 ຖົງ.

    ເລືອດບໍລິຈາກທຸກຖົງ ໄດ້ຜ່ານຂະບວນການກວດວິເຄາະ ແລະ ມີການຄວບຄຸມຄຸນນະພາບຢ່າງເປັນລະບົບຕາມຫຼັກການຄູ່ມືມາດຕະຖານຂອງສູນເລືອດແຫ່ງຊາດ ເຊັ່ນ: ກວດພະຍາດນໍາສົ່ງທາງເລືອດຕາມມາດຕະຖານທີ່ໄດ້ກຳນົດຄື: ກວດ HIV ກວດໄວຮັດຕັບ B ໄວຮັດຕັບ C ກວດ ຊີຟີລິດ ກວດລະບົບໝວດເລືອດ ABO ແລະ ເຮຊຸສ ແລະ ກ່ອນສົ່ງເລືອດໃຫ້ຄົນເຈັບ ກໍມີການເຮັດທົດລອງເລືອດເຂົ້້າກ່ອນ.

    ໂອກາດສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ 2022 ສາກົນທີ່ຈະມາເຖິງ ສູນເລືອດແຫ່ງຊາດ-ອົງການກາແດງລາວ ໃນນາມກອງເລຂາຂອງຄະນະກໍາມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ຂໍສະແດງເຖິງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງມາຍັງບຸກຄົນ ກໍຄືການຈັດຕັ້ງທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການບໍລິຈາກເລືອດຢ່າງຕັ້ງໜ້າ ທັງບໍລິຈາກເລືອດ ທັງເຮັດການປຸກລະດົມເຊີນຊວນ ແລະ ທັງປະກອບສ່ວນດ້ານວັດຖຸປັດໄຈເຂົ້າໃນກິດຈະກຳຮັບບໍລິຈາກເລືອດແຕ່ລະປີ. 

    ສູນເລືອດແຫ່ງຊາດ ຂໍເຊີນຊວນພະນັກງານ-ລັດຖະກອນ ທະຫານ ຕຳຫຼວດ ນັກຮຽນນັກສຶກສາ ພໍ່ຄ້າ-ຊາວຂາຍ ຕະຫຼອດເຖິງພໍ່ແມ່ປະຊາຊົນທົ່ວນະຄອນຫຼວງວຽງຈັນ ຫຼືບັນດາແຂວງທົ່ວປະເທດ ເຂົ້າຮ່ວມກິດຈະກຳບໍລິຈາກເລືອດ ຫາກທ່ານມີເງື່ອນໄຂ ອາຍຸ 17-60 ປີ ນໍ້າໜັກ 45 ກິໂລຂື້ນໄປ ຢູ່ໃນໄລຍະທີ່ມີສຸຂະພາບແຂງແຮງດີ ແມ່ນຂໍເຊີນຊວນໄປຮ່ວມບໍລິຈາກເລືອດນຳພວກເຮົາທີ່ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທົ່ວປະເທດ ເລີ່ມແຕ່ 08:30-16:00ມ ທຸກວັນ ເປີດຮັບບໍລິຈາກປະຈຳ ບໍ່ເວັ້ນວັນພັກທາງລັດຖະການ.

# ຂ່າວ – ພາບ : ບຸນມີ

error: Content is protected !!