ມື້ນີ້ ທົ່ວປະເທດເສຍຊີວິດຈາກພະຍາດໂຄວິດ-19 ຈຳນວນ 3 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ້ການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 27 ທັນວາ 2021 ທີ່ກະຊວງສາທາລະນະສຸກວ່າ : ໃນວັນທີ 26 ທັນວາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອພະຍາດໂຄວິດ-19 ທັງໝົດ 3.250 ຕົວຢ່າງ ແລະ ກວດພົບຜູ້ຕິດເຊືື້ອພະຍາດໂຄວິດ-19 ທັງໝົດ 547 ຄົນ ໃນນີ້ ຕິດເຊື້ອພາຍໃນຈຳນວນ 546 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 546 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້: 

  • ນະຄອນຫຼວງວຽງຈັນ 204 ຄົນ 
  • ແຂວງຫຼວງນໍ້າທາ 93 ຄົນ 
  • ສາລະວັນ 75 ຄົນ 
  • ບໍ່ແກ້ວ 30 ຄົນ 
  • ຫຼວງພະບາງ 26 ຄົນ 
  • ວຽງຈັນ 20 ຄົນ 
  • ຈໍາປາສັກ 16 ຄົນ 
  • ຄໍາມ່ວນ 13 ຄົນ 
  • ສະຫັວນນະເຂດ 12 ຄົນ 
  • ອຸດົມໄຊ 12 ຄົນ 
  • ຊຽງຂວາງ 11 ຄົນ 
  • ໄຊຍະບູລີ 10 ຄົນ 
  • ບໍລິຄໍາໄຊ 7 ຄົນ 
  • ຫົວພັນ 7 ຄົນ 
  • ໄຊສົມບູນ 3 ຄົນ 
  • ອັດຕະປື 3 ຄົນ 
  • ຜົ້ງສາລີ 2 ຄົນ ແລະ 
  • ແຂວງເຊກອງ 2 ຄົນ 

    ສ່ວນກໍລະນີນຳເຂົ້າ 1 ຄົນ ມາຈາກແຂວງສະຫວັນນະເຂດ. 

    ຮອດປັດຈຸບັນ ມີຜູ້ຕິດເຊືື້ອພະຍາດໂຄວິດ-19 ສະສົມໃນສປປ ລາວ ມີທັງໝົດ 106.778 ຄົນ ແລະ ເສຍຊີວິດສະສົມທັງໝົດ 328 ຄົນ (ເສຍຊີວິດໃໝ່ 3 ຄົນ) ກ່ຽວກັບຜູ້ເສຍຊີວິດໃໝ່ 3 ຄົນ ລາຍລະອຽດດັ່ງນີ້:

  1. .ເພດຍິງ ອາຍຸ 60 ປີ ບ້ານໜອງປິງ ເມືອງຈັນທະບູລີ ນວ 
  2. .ເພດຊາຍ ອາຍຸ 64 ບ້ານໂພນຮັງ,ເມືອງວຽງຄຳ ແຂວງວຽງຈັນ ແລະ 
  3. ເພດຍິງ ອາຍຸ 45 ປີ ບ້ານໂພນຈະເລີນ (ຄູມໂພນສີ) ເມືອງປາກກະດິງ ແຂວງບໍລີຄຳໄຊ. 

    ທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງ ໝົດ 280.184.415 (ໃໝ່ 313.083 ຄົນ) ເສຍຊີວິດທັງໝົດ 5.416.073 (ໃໝ່ 2.805 ຄົນ) ແລະ ປີ່ນປົວຫາຍດີ 250.320.249 (ໃໝ່ 293.460 ຄົນ).

# ຂ່າວ – ພາບ : ຊິລິການດາ

error: Content is protected !!