ສະເຫຼີມສະຫຼອງວຽງຈັນເຊັນເຕີ ຄົບຮອບ 6 ປີ

    ໃນວັນທີ 25 ທັນວາ 2021 ທີ່ສູນການຄ້າ ວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ຈັດງານຈັບສະຫຼາກ ຄຶນກຳໄລໃຫ້ລູກຄ້າ ພ້ອມກັບການສະເຫຼີມສະຫຼອງຄົບຮອບ 6 ປີ ໂດຍມີທ່ານ ນາງ ສະຫວັນທອງ ອຸ່ນມີໄຊ ຮອງປະທານບໍລິສັດ ພັດທະນາ ສູນເສດຖະກິດການຄ້າຄົບວົງຈອນ ໜອງຈັນຕອນເໜືອຈຳກັດ  ທ່ານ ເພິງເຖິງ ຫົວໜ້າຄະນະບໍລິຫານສູນການຄ້າວຽງຈັນເຊັນເຕີ ແລະ ຕຶກສຳນັກງານ ພ້ອມດ້ວຍຄະນະຜູ້ບໍລິຫານສູນການຄ້າວຽງຈັນ ເຊັນເຕີ  ແຂກຖືກເຊີນ ຜູ້ປະກອບການ ແລະ ມວນຊົນຊາວນະຄອນຫຼວງ ວຽງຈັນ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ນາງ ສະຫວັນທອງ ອຸ່ນມີໄຊ ໄດ້ກ່າວເປີດງານ ໃຫ້ຮູ້ວ່າ: ເພື່ອເປັນການຮ່ວມສະ ເຫຼີມສະຫຼອງສູນການຄ້າວຽງຈັນເຊັນເຕີເປີດໃຫ້ບໍລິການ ຄົບຮອບ 6 ປີ ແລະ ຈົດທະບຽນຂຶ້ນຕະຫຼາດ ຫຼັກຊັບລາວ ຄົບຮອບ 2 ປີ ທາງສູນຈຶ່ງໄດ້ຈັດກິດຈະກຳຈັບສະຫຼາກຄືນກຳໄລໃຫ້ລູກຄ້າ ເພື່ອຮັບລາງວັນ ມູນຄ່າຫຼາຍກວ່າ 660 ລ້ານກີບ ເຊິ່ງລາງວັນໃນປີນີ້ ປະກອບມີເຄື່ອງປະດັບເພັດແທ້ມາດຕະຖານ GIA ຈາກຮ້ານອິນທຼາ ໄດມ໋ອນ ຕ່າກ້າ ເຈເວີຣີ ວານິສາ ເຈເວີຣີ ແລະ ຮ້ານຄໍາພູວົງ ລວມທັງຂອງລາງວັນອີກ ຫຼາຍຢ່າງ ແລະ ເພື່ອໃຫ້ສອດຄ່ອງກັບມາດຕະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ສຸນການຄ້າວຽງຈັນເຊັນເຕີ ຈຶ່ງຈັດກິດຈະກຳຂຶ້ນ ໂດຍການຈັບສະຫຼາກ ແລະ ປະກາດລາຍຊື່ຜູ້ໂຊກດີຜ່ານຊ່ອງທາງ Facebook Vientiane Center page.

    ພາຍໃນງານຄັ້ງນີ້ ສູນການຄ້າວຽງຈັນເຊັນເຕີ ຍັງເປັນຕົວແທນມອບເງິນບໍລິຈາກໃຫ້ກັບມູນນິທິຊ່ວຍ ເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ມູນນິທິ ຮ່ວມໃຈ ຊ່ວຍເຫຼືອຜູ້ປະສົບໄພ ນະຄອນຫຼວງ ແລະ ອາສາສະໝັກ ໃຈຮ່ວມໃຈ ແລະ ອາສາສະໝັກກູ້ໄພ ອົງການກາແດງລາວ ລວມມູນຄ່າ 9.666.000 ກີບ.

# ຂ່າວ – ພາບ : ບຸນມີ

error: Content is protected !!