ຄະນະຈັດຕັ້ງສູນກາງພັກ ສ່ອງແສງລາຍງານວຽກງານຈັດຕັ້ງຜ່ານລະບົບກອງປະຊຸມທາງໄກ

    ປະຕິບັດຕາມລະບອບແບບແຜນວິທີເຮັດວຽກ ແລະ ແຜນການເຄື່ອນໄຫວຂອງຄະນະຈັດຕັ້ງສູນກາງພັກ (ຄຈສພ) ໃນວັນທີ 24 ພະຈິກ 2021 ທີ່ຫ້ອງປະຊຸມ ຄຈສພ ໄດ້ຈັດກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ແຕ່ເດືອນມັງກອນ-ພະຈິກ 2021 ແລະ ແຜນການກະກຽມດຳເນີນກອງປະຊຸມວຽກງານຈັດຕັ້ງຂອງບັນດາແຂວງ ນະຄອນຫຼວງ ກະຊວງ-ອົງການ ຜ່ານລະບົບກອງປະຊຸມທາງໄກ ໂດຍເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ມີຜູ້ຕາງໜ້າກົມ ຫ້ອງການທີ່ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ແລະ ຫົວໜ້າຄະນະຈັດຕັ້ງແຂວງ ຫົວໜ້າກົມຈັດຕັ້ງກະຊວງ-ອົງການ ພ້ອມດ້ວຍຄະນະເຂົ້າຮ່ວມ.

    ກອງປະຊຸມ ໄດ້ຮັບຟັງການລາຍງານວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານ ແລະ ແຜນການກະກຽມດຳເນີນກອງປະຊຸມວຽກງານຈັດຕັ້ງຂອງບັນດາກະຊວງ-ອົງການ ແຂວງ-ນະຄອນຫຼວງ ພ້ອມທັງປະກອບຄຳເຫັນແລກປ່ຽນບົດຮຽນວຽກງານດັ່ງກ່າວໃນໄລຍະຜ່ານມາ ເພື່ອກຽມຄວາມພ້ອມໃນການດຳເນີນກອງປະຊຸມວຽກງານຈັດຕັ້ງຢູ່ແຕ່ລະພາກສ່ວນໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດ.

    ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນແນະນຳກ່ຽວກັບຄຳສັ່ງແນະນຳສະບັບເລກທີ 219/ຄລສພ ລົງວັນທີ 8 ພະຈິກ 2021 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ພ້ອມນີ້ ກໍໄດ້ເນັ້ນໃຫ້ສືບຕໍ່ສ້າງແຜນກໍານົດພະນັກງານ ແລະ ແຜນບຳລຸງ-ກໍ່ສ້າງພະນັກງານ ການຄຸ້ມຄອງພະນັກງານ ການຈັດວາງ-ສັບຊ້ອນພະນັກງານ ສະຫຼຸບຕີລາຄາວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະບ່ອນ ກະກຽມຄວາມພ້ອມໃນການດຳເນີນກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ໃນຄວາມຮັບຜິດຊອບທົ່ວຂະແໜງການຂອງຕົນໃຫ້ມີຜົນສໍາເລັດ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!