ສູນກັກກັນ ມສ ດອນໜູນ ສໍາເລັດການປະຕິບັດໜ້າທີ່ ປ້ອງກັນພະຍາດໂຄວິດ-19

    ສູນກັກກັນ ມສ ດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສໍາເລັດການປະຕິບັດໜ້າທີ່ຕາມມາດຕະການປ້ອງກັນ ຄວບຄຸມ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ນໍາເອົາກໍາລັງ ປກສ 9 ເມືອງ ໃນນະຄອນຫຼວງວຽງຈັນ ຜູ້ທີ່ມີຄວາມສ່ຽງສໍາຜັດໃກ້ຊິດກັບ C1 ພ້ອມທັງຖອນກໍາລັງປ້ອງກັນຢູ່ສູນກັກກັນດັ່ງກ່າວ ວັນທີ 23 ພະຈິກ 2021.

    ທ່ານ ພັ.ທ ຈັນເພັງ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ກ່າວວ່າ: ໂດຍປະຕິບັດຕາມຂໍ້ຕົກລົງ ເລກທີ 4322/ປກສ.ນວ ລົງວັນທີ 3 ຕຸລາ 2021 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຢູ່ສູນກັກກັນ ມສ ດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນການປະຕິບັດໜ້າທີ່ປ້ອງກັນ ຄວບຄຸມ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ວາງອອກ ເລີ່ມແຕ່ວັນທີ 1 ຕຸລາ 2021 ໄດ້ເອົາກໍາລັງ ປກສ ນວ ແລະ ປກສ 9 ເມືອງ ລົງປ້ອງກັນ 13 ສະຫາຍ ຜູ້ທີ່ມີຄວາມສ່ຽງສໍາຜັດໃກ້ຊິດກັບ C1 ເຂົ້າມາກັກກັນ 92 ຄົນ ໃນນີ້ມີຜູ້ຕິດເຊື້ຶອ 19 ຄົນ ສ່ວນຜູ້ຕິດເຊື້ອໄດ້ນໍາສົ່ງໄປປິ່ນປົວຢູ່ໂຮງໝໍ ພາກສະໜາມສີເກີດ ໂຮງໝໍພາກສະໜາມຫ້ວຍຫົງ ແລະ ໂຮງໝໍພາກສະໜາມຫຼັກ 27.

    ມາຮອດວັນທີ 22 ພະຈິກ 2021 ກໍາລັງທີ່ເຂົ້າປ້ອງກັນ ແລະ ຜູ້ທີ່ເຂົ້າມາກັກກັນ ໄດ້ສໍາເລັດການປະຕິບັດໜ້າທີ່ຕາມມາດຕະການປ້ອງກັນ ຄວບຄຸມ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19  ແລະ ບໍ່ມີກໍາລັງ ປກສ ທີ່ຢູ່ໃນກຸ່ມສ່ຽງຕິດພະຍາດດັ່ງກ່າວ ຈິ່ງໄດ້ປິດສູນລົງ.

# ຂ່າວ – ພາບ : ສະບາໄພ

error: Content is protected !!