ນະຄອນຫຼວງວຽງຈັນ ໄດ້ຮັບທຶນສົມທົບວຽກງານຕ້ານການລະບາດພະຍາດໂຄວິດ-19

    ກຸ່ມອະດີດນັກສຶກສາຄະນະເສດຖະສາດ ແລະ ການຄຸ້ມຄອງ ລຸ້ນທີ 1 ມະຫະວິທະຍາໄລແຫ່ງຊາດ ມອບເງິນສົດ 10 ລ້ານກີບ ເພື່ອປະກອບສ່ວນສົມທົບທຶນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ ໃນວັນທີ 25 ຕຸລາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍການມອບຂອງທ່ານ ບຸນທະວີ ສິນລາດຊະວົງ ຮອງຫົວໜ້າພະແນກການຕ່າງປະເທດ ນະຄອນຫຼວງວຽງຈັນ ຕາງໜ້າກຸ່ມອະດີດນັກສຶກສາຄະນະເສດຖະສາດ ແລະ ການຄຸ້ມຄອງ ລຸ້ນທີ 1 ມະຫະວິທະຍາໄລແຫ່ງຊາດ ແລະ ຕາງໜ້າຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ.

# ຂ່າວ & ພາບ :  ຂັນທະວີ  

error: Content is protected !!